ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ໄຕ້​ຝຸ່ນ Neoguri ພັດ​ຖະຫຼົ່ມ ໝູ່​ເກາະ Okinawa ຂອງ ຍີ່ປຸ່ນ (ວີດີໂອ/ສະໄລດ໌)


Japan Typhoon VOSOT
please wait
Embed

No media source currently available

0:00 0:01:39 0:00

ພາຍຸ​ທີ່​ຖື​ວ່າ​ແຮງ​ສຸດ​ຫົວ​ນຶ່ງ ​ໃນຮອບຫລາຍໆທົດສະວັດ ໄດ້ພັດ
​ເຂົ້າ​ຖະຫຼົ່ມ ໝູ່​ເກາະ Okinawa ໃນພາກໃຕ້ຂອງປະເທດຍີ່ປຸ່ນ
ບັງຄັບ​ໃຫ້​ປະຊາຊົນ ຕ້ອງໄດ້ເຂົ້າໄປຢູ່ໃນສູນຫລົບໄພ ຍ້ອນລົມ​
ແຮງ​ ຝົນຕົກ​ໜັກ ​ແລະ​ຄື້ນຟອງ​ຂະໜາດໃຫຍ່ຂອງ​ພາຍຸ​ຫົວ​ນີ້.

​ໄຕ້​ຝຸ່ນ Neoguri ​ໄດ້​ອ່ອນ​ກຳລັງ​ລົງ ໃນ​ເຊົ້າ​ວັນ​ອັງຄານມື້ນີ້
ຈາກ​ໄຕ້ຝຸ່ນ​ທີ່​ຮ້າຍ​ກາດ ​ແຕ່​ກົມ​ອຸຕຸນິຍົມຍີ່ປຸ່ນກ່າວ​ວ່າ ພາຍຸ​
ຫົວ​ນີ້​ຍັງ​ມີ​ລົມ​ແຮງ​ເຖິງ 250 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

​ເຈົ້າ​ໜ້າ​ທີ່​ກ່າວວ່າ ມີຄົນນຶ່ງຫາຍສາບສູນ ແລະ 10 ຄົນໄດ້ຮັບ
ບາດເຈັບຢູ່ໂອກິນາວາ ບ່ອນທີ່ເຈົ້າໜ້າທີ່ໄດ້ຮຽກຮ້ອງໃຫ້ປະຊາ
ຊົນຫລາຍໝື່ນຄົນ ຍົກຍ້າຍໜີເພື່ອຫລົບໄພ. ຫລາຍພັນຄົນບໍ່ມີໄຟຟ້າໃຊ້.

ຫົວໜ້າຫ້ອງວ່າການລັດຖະບານ ທ່ານ Yoshihide Suga ກ່າວ​ວ່າ ຍັງ​ບໍ່​ທັນ​ມີ​ລາຍ​ງານ​ກ່ຽວ​ກັບການເສຍຫາຍ​ທີ່​ໃຫຍ່​ຫຼວງ​ເທື່ອ ​ເທົ່າ​ເຖິງ​ປະຈຸ​ບັນ​ນີ້.

ຖານ​ທັບ​ທະຫານອາກາດ​ Kadena ຂອງສະຫະລັດ ​ໃນ​ເກາະ​ໃຫຍ່ Okinawa ​ໄດ້​ຍົກ ຍ້າຍ​ເຮືອບິນຈຳນວນນຶ່ງອອກໄປ ​ແລະ​ບັນດາເຈົ້າໜ້າທີ່ ​ໄດ້​ເຕືອນ​ບໍ່ໃຫ້​ຜູ້​ຄົນ​ອອກ​ໄປ​ຂ້າງ​ນອກ.

ນັກ​ພະຍາກອນ​ອາກາດ ຄາດ​ວ່າ ຫຼັງ​ຈາກພັດຜ່ານ Okinawa ​ໄປແລ້ວ​ນ ໄຕ້​ຝຸ່ນ Neoguri ຈະ​ປະ​ທະ​ເກາະ Kyushu ຊຶ່ງ​ເປັນ​ທີ່​ຕັ້ງ​ຂອງ​ໂຮງໄຟຟ້ານິວ​ເຄລຍສອງ​ແຫ່ງ ​ແຕ່​ວ່າໄດ້​ຖືກ​ປິດ​ ກ່ອນ​ທີ່ລົມ​ພາຍຸຈະ​ໄປຮອດ​.

ໄຕ້​ຝຸ່ນຫົວ​ນີ້ ຄາດ​ວ່າ​ຈະ​ອ່ອນ​ແຮງ​ລົງ​ຕື່ມອີກ ກ່ອນ​ທີ່​ຈະ​ເຂົ້າ​ປະ​ທະ​ເກາະ​ໃຫຍ່ Honshu ຂອງ​ຍີ່​ປຸ່ນ ຊຶ່ງ​ເປັນ​ທີ່​ຕັ້ງ​ຂອງຫົວ​ເມືອງ​ໃຫຍ່​ໆ ເຊັ່ນນະຄອນຫຼວງໂຕ​ກຽວ ​ແລະ​ໂອ​ຊາ​ກະ ເປັນຕົ້ນ.

CN Typhoon Acts Edl
please wait
Embed

No media source currently available

0:00 0:00:29 0:00

XS
SM
MD
LG