ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ຫ້າມພວກເດີນທາງ ຊາວຕ່າງປະເທດ ເຂົ້າປະເທດ ຂະນະທີ່ໄວຣັສໂອໄມຄຣອນ ກຳລັງແຜ່ລະບາດ


ເຮືອບິນລຳນຶ່ງ ບິນຜ່ານ​ດວງຈັນ ຢູ່ເທິງທ້ອງຟ້າຄຽງຂ້າງຕຶກຊີ້ຟ້າໃນນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ, ວັນທີ 20 ພະຈິກ 2021.
ເຮືອບິນລຳນຶ່ງ ບິນຜ່ານ​ດວງຈັນ ຢູ່ເທິງທ້ອງຟ້າຄຽງຂ້າງຕຶກຊີ້ຟ້າໃນນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ, ວັນທີ 20 ພະຈິກ 2021.

ປະເທດຍີ່ປຸ່ນ ໄດ້ປະກາດໃນວັນຈັນມື້ນີ້ ວ່າ ຕົນຈະໂຈະການເຂົ້າມາໃນປະເທດ ຂອງບັນດາຜູ້ມາຢ້ຽມຢາມຊາວຕ່າງຊາດຈາກທົ່ວໂລກ ໃນຂະນະທີ່ໄວຣັສໂຄໂຣນາສາຍພັນໃໝ່ ກຳລັງແຜ່ລະບາດຢູ່ ຊຶ່ງໄດ້ເຮັດໃຫ້ຫຼາຍໆປະເທດ ເພີ້ມມາດຕະການເຂັ້ມງວດຢູ່ຊາຍແດນຂອງພວກເຂົ້າເຈົ້າ ອີງຕາມລາຍງານຈາກອົງການຂ່າວເອພີ.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມີໂອະ ກິຊິດະ ໄດ້ກ່າວວ່າ “ພວກເຮົາກຳ ລັງເອົາບາດກ້າວ ເພື່ອເປັນການລະມັດລະວັງຂັ້ນສຸກເສີນ ໃນການປ້ອງກັນກໍລະນີຮ້າຍແຮງຂຶ້ນຕື່ມຢູ່ໃນຍີ່ປຸ່ນ.” ທ່ານກ່າວວ່າ ມາດຕະການດັ່ງກ່າວ ຈະມີຜົນບັງຄັບໃຊ້ໃນວັນອັງຄານມື້ອື່ນນີ້.

ການຕັດສິນໃຈນີ້ ໝາຍຄວາມວ່າ ຍີ່ປຸ່ນຈະກັບຄືນໄປຄວບຄຸມຊາຍແດນທີ່ຕົນໄດ້ຜ່ອນຜັນໃນຕົ້ນເດືອນນີ້ ສຳລັບບັນດານັກທຸລະກິດ ນັກສຶກສາ ແລະແຮງງານຊາວຕ່າງປະເທດ ທີ່ເຂົ້າມາຢ້ຽມຢາມປະເທດ.

ທ່ານກິຊິດະ ໄດ້ຮຽກຮ້ອງຕໍ່ປະຊາຊົນໃຫ້ສືບຕໍ່ໃສ່ໜ້າກາງແລະປະຕິບັດມາດຕະການຂັ້ນພື້ນຖານອື່ນໆ ເພື່ອຕໍ່ຕ້ານໄວຣັສ ຈົນກວ່າວ່າ ຈະຮູ້ຈັກລາຍລະອຽດຕ່າງໆກ່ຽວກັບໄວຣັສໂອມີຄຣອນສາຍພັນໃໝ່ນີ້ ຕື່ມອີກ.

ຫຼາຍປະເທດໄດ້ເອົາມາດຕະການຮັດກຸມຢູ່ຊາຍແດນຂອງພວກເຂົາ ເຖິງແມ່ນບັນດານັກວິທະຍາສາດເຕື່ອນວ່າ ມັນບໍ່ທັນຈະແຈ້ງເທື່ອວ່າ ສາຍພັນໃໝ່ດັ່ງກ່າວ ເປັນທີ່ວິຕົກກັງວົນຫຼາຍກວ່າໄວຣັສາຍພັນຊະນິດອື່ນ ຫຼືບໍ່.

ໄວຣັສສາຍພັນໃໝ່ນີ້ ໄດ້ຖືກລະບຸໂຕ ບໍ່ເທົ່າວັນຜ່ານມານີ້ ໂດຍນັກຄົ້ນຄວ້າຢູ່ໃນອາຟຣິກາໃຕ້ ແລະກໍມີຫຼາຍສິ່ງຫຼາຍຢ່າງທີ່ຍັງບໍ່ທັນຮູ້ຈັກກ່ຽວກັບມັນເທື່ອ ລວມທັງເລື້ອງທີ່ວ່າ ມັນຕິດແປດໄດ້ງ່າຍກວ່າ, ເຮັດໃຫ້ລົ້ມປ່ວຍໜັກຂຶ້ນກວ່າ ຫຼືສາມາດຫລີກລ່ຽງການປ້ອງກັນຂອງຢາວັກຊີນໄດ້ຫຼາຍກວ່າ ຫຼືບໍ່. ແຕ່ຫຼາຍປະເທດ ໄດ້ຟ້າວທີ່ຈະດຳເນີນການ ໂດຍສະທ້ອນໃຫ້ເຫັນຄວາມວິຕົກກັງວົນກ່ຽວກັບສິ່ງໃດໆ ທີ່ອາດຈະເຮັດໃຫ້ການແຜ່ລະບາດຂອງໄວຣັສຍືດເຍື້ອອອກໄປ ຊຶ່ງໄດ້ເອົາຊີວິດປະຊາຊົນ ຫຼາຍກວ່າ 5 ລ້ານຄົນແລ້ວ.

ສ່ວນປະເທດອິສຣາແອລ ໄດ້ຕັດສິນໃຈ ຫ້າມການເຂົ້າມາໃນປະເທດສຳລັບຊາວຕ່າງປະເທດທັງຫຼາຍ ແລະ ໂມ​ຣັອກໂກ ໄດ້ກ່າວວ່າ ຕົນຈະໂຈະຖ້ຽວບິນທັງໝົດທີ່ເຂົ້າມາໃນປະເທດ ໄລຍະສອງອາທິດເລີ້ມຕົ້ນແຕ່ວັນຈັນນີ້ - ແມ່ນລວມຢູ່ໃນບັນດາການມາດຕະການເຄັ່ງຄັດສຸດ ທີ່ໄດ້ຖືກວາງອອກເພື່ອຫລຸດຜ່ອນການເດີນທາງທີ່ເພີ້ມຂຶ້ນນັບມື້ ໂດຍບັນດາປະເທດທັງຫຼາຍໃນທົ່ວໂລກໃນຂະນະທີ່ພວກເຂົາພວມຫາວິທີທາງເພື່ອຍັບຍັ້ງການແຜ່ລະບາດຂອງໄວຣັສສາພັນໃໝ່ນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG