ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນດາ ບໍລິສັດ ຜະລິດລົດ ໃຫຍ່ໆຂອງຍີ່ປຸ່ນ ເອີ້ນລົດຄືນ


ລົດໂຕໂຢຕ້າຈໍານວນນຶ່ງ
ລົດໂຕໂຢຕ້າຈໍານວນນຶ່ງ
ບໍລິສັດ​ຜະລິດ​ລົດຍັກ​ໃຫຍ່ 4 ​ແຫ່ງ​ຂອງ​ຍີ່ປຸ່ນ ກໍາລັງເອີ້ນ​ເອົາ​ລົດ​ກັບ​ຄືນ ຈໍານວນ​ປະ ມານ 3 ລ້ານ 4 ​ແສນ​ຄັນ​ໃນ​ທົ່ວ​ໂລກ ຍ້ອນ​ຄວາມ​ເປັນ​ໄປ​ໄດ້​ວ່າລົດຈໍານວນ​ດັ່ງກ່າວ ອາດ​ມີ​ບັນຫາ​ຖົງ​ລົມ​ນິລະ​ໄພ ຫຼື airbag.

ບໍລິສັດ​ລົດເຫຼົ່ານີ້ ​ໄດ້​ແກ່ Toyota, Nissan, Honda ​ແລະ Mazda ​ຕ່າງ​ກໍ​ໄດ້​ຖະ​ແຫຼງ​ເມື່ອ​ວັນ​ພະຫັດ​ມື້​ນີ້​ວ່າ ການ​ສີດລົມ​ເຂົ້າ​ຂອງຖົງ​ລົມ​ນິລະ​ໄພມີ​ອາການຜິດ​ປົກກະຕິ ຢູ່​ຕັ່ງບ່ອນ​ນັ່ງຂອງ​ຜູ້​ໂດຍສານ​ຂ້າ​ງຄົນ​ຂັບ​ເປັນ ສາ​ເຫດ​ທີ່​ພາ​ໃຫ້​ມີ​ການເອີ້ນ​ເອົາ​ລົດ​ກັບ​ຄືນ.

ບໍລິສັດ​ເຫຼົ່ານີ້​ເວົ້າ​ວ່າ ຖົງ​ລົມ​ນະລະ​ໄພ ທີ່ມີ​ຄວາມ​ບົກ​ຜ່ອງ​ນີ້ ເຮັດ​ໂດຍ​ບໍລິສັດຜະລິດ​ເຄຶ່ອງອາ​ໄຫຼ່ລົດຍົນ​ຂອງ​ຍີ່ປຸ່ນ ບໍລິສັດ Takata ທີ່​ອາດ​ສາ ມາດລະ​ເບີດຫຼື​ເກີດ​ໄຟ​ໄໝ້​ໄດ້ ​ແຕ່​ບໍ່​ເຫັນ​ມີ​ລາຍ​ງານ​ວ່າມີຜູ້​ໄດ້​ຮັບ​ບາດ​ເຈັບ ຫຼື​ເສຍ​ຊີວິດຍ້ອນ​ສາ​ເຫດ​ດັ່ງກ່າວ​ນີ້.

ບໍລິສັດ​ຮອນ​ດາ ​ໄດ້​ເອີ້ນຄືນ​ລົດ​ 1 ລ້ານ 1 ​ແສນ​ຄັນ ​ໂຮມ​ທັງ​ລົດ​ຍີ່​ຫໍ້ Civic ​ແລະ Odyssey. ​ໂຕໂຢຕ້າ​ເອີ້ນ​ຄືນ 1 ລ້ານ 7 ​ແສນຄັນ ​ໂຮມ​ທັງ​ຍີ່​ຫໍ້ Tundra ​ແລະ Corolla. ບໍລິສັດ Nissan ​ເວົ້າ​ວ່າ​ຖົງ​ລົມ​ທີ່​ບົກ​ຜ່ອງນີ້ ​ໄດ້​ພົບ​ເຫັນຢູ່​ໃນ​ລົດ 480,000 ຄັນ ທີ່​ຜະລິດ​ຢູ່​ໃນ​ຍີ່ປຸ່ນ ລະຫວ່າງ​ປີ 2000 ​ແລະ​ປີ 2004. ສ່ວນ​ບໍລິສັດ Mazda ກໍ​ໄດ້​ເອີ້ນ​ຄືນ 45,000 ຄັນ​ໃນ​ທົ່ວ​ໂລກ.

(ເບິ່ງວີດີໂອ)

XS
SM
MD
LG