ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ, ອອສເຕຣເລຍ ເຂົ້າຮ່ວມກັບ ສະຫະລັດ ແລະ ປະເທດອື່ນໆ ຂວໍ້າບາດ ຣັດເຊຍ ກ່ຽວກັບ ຢູເຄຣນ


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ເຊັນດຳລັດປະທານາທິບໍດີ ເພື່ອຫ້າມການຄ້າ ແລະ ການລົງທຶນລະຫວ່າງ ບຸກຄົນ ສະຫະລັດ ກັບພາກພື້ນທີ່ແຍກອອກຂອງ ຢູເຄຣນ ໃນ​ພາກຕາເວັນອອກ ທີ່ຖືກຮັບຮູ້ວ່າ ເປັນເອກະລາດໂດຍ ຣັດເຊຍ, ຢູ່ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 21 ກຸມພາ, 2022.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ເຊັນດຳລັດປະທານາທິບໍດີ ເພື່ອຫ້າມການຄ້າ ແລະ ການລົງທຶນລະຫວ່າງ ບຸກຄົນ ສະຫະລັດ ກັບພາກພື້ນທີ່ແຍກອອກຂອງ ຢູເຄຣນ ໃນ​ພາກຕາເວັນອອກ ທີ່ຖືກຮັບຮູ້ວ່າ ເປັນເອກະລາດໂດຍ ຣັດເຊຍ, ຢູ່ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 21 ກຸມພາ, 2022.

ຍີ່ປຸ່ນ ແລະ ອອ​ສ​ເຕ​ຣ​ເລຍ ໄດ້ປະກາດການຂວໍ້າບາດຕໍ່ ຣັດເຊຍ ໃນວັນພຸດວານນີ້, ຮ່ວມກັບ ສະຫະລັດ, ສະຫະພາບ ຢູໂຣບ, ການາດາ, ອັງກິດ ແລະ ເຢຍຣະມັນ ໃນການໃຊ້ມາດຕະການເພື່ອຕອບໂຕ້ຕໍ່ການກະທຳຂອງ ຣັດເຊຍ ໃນປະເທດ ຢູເຄຣນ ທີ່ຢູ່ໃກ້ຄຽງ.

ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ສກັອດ ມໍຣິສສັນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ອອສເຕຣເລຍ ຈະລຸກຂຶ້ນສູ້ນັກຂົ່ມເຫັງຕະຫຼອດ, ແລະ ພວກເຮົາຈະຕອບໂຕ້ຕໍ່ ຣັດເຊຍ, ພ້ອມກັບຄູ່ຮ່ວມຂອງພວກເຮົາທຸກປະເທດ. ຂ້າພະເຈົ້າຄາດວ່າ ຈະມີມາດຕະການລົງໂທດຫຼາຍຊຸດຕາມມາ, ນີ້ແມ່ນພຽງການເລີ່ມຕົ້ນຂອງຂະບວນການນີ້.”

ການຂວໍ້າບາດຂອງ ອອສເຕຣເລຍ ແນເປົ້າໃສ່ການເປັນສະມາຊິກສະພາຄວາມໝັ້ນຄົງຂອງ ຣັດເຊຍ, ໃນຂະນະທີ່ ຍີ່ປຸ່ນ ກຳນົດການກັກຊັບສິນບາງອັນຂອງຄົນ ຣັດເຊຍ ຈຳນວນນຶ່ງ ແລະ ໄດ້ຫ້າມການອອກພັນທະບັດຕ່າງໆຂອງ ຣັດເຊຍ ໃນ ຍີ່ປຸ່ນ.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ຕັດລັດຖະບານ ຣັດເຊຍ ອອກຈາກແຫຼ່ງເງິນທຶນສາກົນໃນວັນອັງຄານວານນີ້ ແລະ ໄດ້ວາງມາດຕະການລົງໂທດໃສ່ທະນາຄານໃຫຍ່ສອງແຫ່ງ, ປະກາດວ່າການກະທຳຂອງເຂົາເຈົ້າໃນ ຢູເຄຣນ ແມ່ນ “ການລ່ວງລະເມີດທີ່ເຫັນໄດ້ຊັດຕໍ່ກົດໝາຍສາກົນ.”

ໃນຄຳປາໄສຢູ່ກອງປະຊຸມລາຍງານທຳນຽບຂາວ, ທ່ານ ໄບເດັນ ໄດ້ກ່າວວ່າຄຳສັ່ງຂອງປະທານາ ທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໃນຕອນແລງວັນຈັນທີ່ຜ່ານມາ ເພື່ອສົ່ງກອງທະຫານຂ້າມເຂດຊາຍແດນພາກຕາເວັນອອກຂອງ ຢູເຄຣນ ເຂົ້າໄປໃນພາກພື້ນ ລູຮານສ໌ (Luhansk) ແລະ ໂດເນັດສ໌ (Donets) ແມ່ນ “ການເລີ່ມຕົ້ນຂອງການລຸກຮານ ຢູເຄຣນ ຂອງ ຣັດເຊຍ.” ຫຼາຍຊົ່ວ ໂມງກ່ອນໜ້ານັ້ນ, ທ່ານ ປູຕິນ ໄດ້ປະກາດວ່າພາກພື້ນນັ້ນເປັນເອກະລາດ, ແລະ ບໍ່ໄດ້ເປັນພາກ ສ່ວນຂອງ ຢູເຄຣນ ອີກຕໍ່ໄປ.”

ທ່ານ ໄບເດັນ ໄດ້ຖືກຖາມໂດຍເຈຕະນາວ່າ, “ທ່ານ ປູຕິນ ຄິດວ່າລາວແມ່ນໃຜທີ່ມີສິດປະກາດປະເທດໃໝ່ໃນເຂດແດນທີ່ເປັນຂອງປະເທດເພື່ອນບ້ານຂອງລາວ?”

ການກ່າວປະນາມໄດ້ມີຂຶ້ນຈາກຫຼາຍປະເທດພັນທະມິດອື່ນໆຂອງ ສະຫະລັດ ແລະ ຫຼາຍສະຖາ ບັນ, ລວມທັງເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣສ, ຜູ້ທີ່ໄດ້ກ່າວໃນວັນອັງຄານວານນີ້ວ່າ, “ອະນຸຍາດໃຫ້ຂ້າພະເຈົ້າຢ່າງຈະແຈ້ງ, ການຕັດສິນໃຈຂອງສະຫະພັນ ຣັດເຊຍ ທີ່ຈະຮັບຮູ້ “ຄວາມເປັນເອກະລາດ” ຂອງບາງຂົງເຂດຂອງພາກພື້ນ ໂດເນັດສ໌ ແລະ ລູຮານສ໌ ແມ່ນການລ່ວງລະເມີດຜືນແຜ່ນດິນອັນຄົບຖ້ວນ ແລະ ອຳນາດອະທິປະໄຕຂອງ ຢູເຄຣນ.”

ທ່ານ ໄບເດັນ ຍັງໄດ້ສັ່ງ​ໃຫ້ເຄື່ອນຍ້າຍກອງທະຫານບົກ ແລະ ການສະໜັບສະໜູນທາງອາກາດຈາກບ່ອນອື່ນໃນ ຢູໂຣບ ທີ່ຢູ່ໃກ້ກັບເຂດຊາຍແດນຂອງ ຣັດເຊຍ, ໃນຂະນະທີ່ພາກພື້ນດັ່ງກ່າວຕຽມສຳລັບຄວາມເປັນໄປໄດ້ຂອງການປະເຊີນໜ້າກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG