ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຍີ່​ປຸ່ນ ແລະ​ອາ​ຊຽນ ເສີມ​ຂະ​ຫຍາຍ​ຄວາມ​ສຳ​ພັນ ທີ່ກອງ​ປະ​ຊຸມ​ສຸດຍອດ ແນ​ໃສ່​ຄວາມ​ໝັ້ນ​ຄົງ ແລະ​ເສດ​ຖະ​ກິດ ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ ກັບ​ຈີນ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ຟູ​ມີ​ໂອະ ກິ​ຊິ​ດະ (ກາງ​ຂວາ) ພັນ​ລະ​ຍາ​ຂອງ​ທ່ານ ຢູ​ໂກະ ກິ​ຊິ​ດະ (ຂວາ) ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ ​ໂຈ​ໂກ ວິ​ໂດ​ໂດ (ກາງ​ຊ້າຍ) ແລະ​ຜູ້​ນຳ​ຄົນ​ອື່ນໆ​ຂອ​ງ​ອາ​ຊຽນ ແລະ​ພັນ​ລະ​ຍາ​ ​ປ່ອຍ​ໂຄມ​ໄຟ​ເຈ້ຍ ທີ່ດອຍ​ອາ​ຊາ​ບູ​ດາຍ ໂຕ​ກຽວ ​ວັນ​ທີ 17 ທັນ​ວາ 2023.

ບັນ​ດາ​ຜູ້​ນຳ​ຂອງ​ຍີ່​ປຸ່ນ ແລະ​ສະ​ມາ​ຄົມ​ບັນ​ດາ​ປະ​ຊາ​ຊາດ​ ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ຫຼື​ອາ​ຊຽນ ສະ​ເຫຼີມ​ສະ​ຫຼອງວັນ​ຄົບ​ຮອບ 50 ປີ​ໃນ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ໄມຕີ​ຈິດ​ມິດ​ຕະ​ພາບ ດ້ວຍ​ການ​ຮັບ​ຮອງ​ເອົາ​ວິ​ໄສ​ທັດ​ຮ່ວມ ໃນ​ກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ທີ່​ໄດ້​ເນັ້ນ​ຢ້ຳ​ເຖິງ​ຄວາມ​ໝັ້ນ​ຄົງ ​ແລະ​ການ​ຮ່ວມ​ມື​ທາງ​ດ້ານ​ເສ​ດ​ຖະ​ກິດ ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ ​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ກັບ​ຈີນ ​ກ່ຽວ​ກັບ​ທະ​ເລ ຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ ອີງ​ຕາມ​ລາຍ​ງານ​ອົງ​ການ​ຂ່າວ​ເອ​ພີ.

ປະ​ທາ​ນາ​ທິ​ບໍ​ດີ​ເຟີ​ດີ​ນານ ມາ​ໂກ​ສ ຈ​ູ​ເນຍ ແຫ່ງ​ຟີ​ລິບ​ປິນ, ຊ້າຍ, ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມີ​ໂອະ ກິ​ຊິ​ດະ, ຂວາ, ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສອງ​ຝ່າຍ ທີ່​ທຳ​ນຽບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢູ່​ນະ​ຄອນ​ຫຼວງ​ໂຕ​ກຽວ ເມື່ອ​ວັນ​ທີ 17 ທັນ​ວາ 2023.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມີ​ໂອະ ກິ​ຊິ​ດະ ຍັ​ງ​ໄດ້​ຈັດ​ການ​ພົບ​ປະ​ເຈ​ລະ​ຈາ​ສອງ​ຝ່າຍ​ຂຶ້ນ ກັບ​ບັນ​ດາ​ຜູ້​ນຳ​ຂອງ​ອາ​ຊຽນ​ໃນ​ມື້​ວັນ​ເສົາ​ຜ່ານ​ມາ ແລະ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ທະ​ຫານ​ກັບ​ມາ​ເລ​ເຊຍ​ແລະ​ອິນ​ໂດ​ເນ​ເຊຍ ເພື່ອ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ດ້ານ​ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ.

ຍີ່​ປຸ່ນ ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ ຕໍ່​ການ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ ໃນ​ດ້ານ​ຄວາມ​ໝັ້ນ​ຄົງ​ ແລະ​ດ້ານ​ປ້ອງ​ກັນ​ປະ​ເທດ ໃນ​ຂະ​ນະ​ທີ່ສົ່ງ​ເສີມ​ການໃຫ້ຄວາມສະ​ໜັບ​ສະ​ໜຸນ​ຕໍ່​ການ​ດຳ​ເນີນ​ງານ​ຂອງ​ອາ​ຊຽນ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ​ການ​ລົງ​ທຶນ ຮວມ​ທັງ​ອຸດ​ສາ​ຫະ​ກຳ​ລົດ​ຍົນ​ຂອງ​ຂົງ​ເຂດ ທ່ານ​ກິ​ຊິ​ດະ ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG