ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

​ຍີ່ປຸ່ນ ຈັບຜູ້​ຕ້ອງສົງໄສ ທີ່ຂົ່ມ​ຂູ່ ຈະເອົາຊີວິດ ນັກການທູດ ສຫລ ໄດ້ແລ້ວ


ເອກ​ອັກຄະ​ລັດຖະທູດ ​ສະຫະລັດ​ ປະຈຳ​ຍີ່ປຸ່ນ ທ່ານ​ນາງ Caroline Kennedy ກ່າວຖະແຫລງ ໃນເວລາເດີນທາງໄປເຖິງ ຍີ່ປຸ່ນ ຢູ່ສະໜາມບິນສາກົນ Narita ທີ່ນະຄອນ Narita ຢູ່ພາກຕາເວັນອອກຂອງໂຕກຽວ ເມື່ອວັນສຸກທີ 15 ພະຈິກ 2013.
ເອກ​ອັກຄະ​ລັດຖະທູດ ​ສະຫະລັດ​ ປະຈຳ​ຍີ່ປຸ່ນ ທ່ານ​ນາງ Caroline Kennedy ກ່າວຖະແຫລງ ໃນເວລາເດີນທາງໄປເຖິງ ຍີ່ປຸ່ນ ຢູ່ສະໜາມບິນສາກົນ Narita ທີ່ນະຄອນ Narita ຢູ່ພາກຕາເວັນອອກຂອງໂຕກຽວ ເມື່ອວັນສຸກທີ 15 ພະຈິກ 2013.

ເຈົ້າໜ້າ​ທີ່​ຕຳ​ຫລວດ​ຍີ່ປຸ່ນ ກ່າວ​ໃນ​ວັນ​ສຸກມື້​ນີ້ ວ່າ ​ບັນດາ​ຕຳ​
ຫລວດໄດ້​ທຳ​ການ​ຈັບ​ກຸມ​ຊາຍ​ຄົນ​ນຶ່ງ ​ທີ່​ໄດ້​ຂົ່ມ​ຂູ່​ຈະລະ​ເບີດ​
ສະຖານທູດ​ສະຫະລັດ ຢູ່​ນະຄອນຫລວງ​ໂຕ​ກຽວ.

ເຈົ້າໜ້າ​ທີ່​ຕຳ​ຫລວດກ່າວ​ວ່າ ພົນ​ລະ​ເມືອງ​ຂອງ​ເກາະ Okinawa
ຄົນ​ນຶ່ງ​ຄື ທ້າວ Mitsuyoshi Kamiya ​ໄດ້​ໂທເຂົ້າ​ໄປ​ຫາສະຖານ
ທູດສະຫະລັດ ​ແລ້ວ​ຂົ່ມຂູ່​ວ່າ​ຈະລະ​ເບີດ​ສະຖານທູດ ພ້ອມ​ກັນ​ກັບ
Camp Schwab ຊຶ່ງ​ເປັນຖານ​ທັບທະຫານ​ສະຫະລັດ ທີ່​ຕັ້ງຢູ່​
ເກາະໂອກີນາວາ ທາງ​ພາກ​ໃຕ້​ຂອງ​ຍີ່ປຸ່ນ.

ສື່​ມວນຊົນ​ໃນ​ທ້ອງ​ຖິ່ນ ລາຍງານ​ວ່າ ທ້າວ Kamiya ​ອາຍຸ 52 ປີ
​ແມ່ນ​ຍັງເຊື່ອ​ກັນ​ວ່າ ​ເປັນ​ຜູ້​ຢູ່​ເບື້ອງຫຼັງຂອງ​ການ​ຂົ່ມຂູ່ທີ່ຈະເອົາ​ຊີວິດເອກ​ອັກຄະ​ລັດຖະທູດ ​ສະຫະລັດ​ປະຈຳ​ຍີ່ປຸ່ນ ທ່ານ​ນາງ Caroline Kennedy ​ເມື່ອ​ບໍ່​ນານ​ມາ​ນີ້ ​ແລະ​ ຍັງ​ໄດ້​ຂົ່ມຂູ່​ນັກ​ການ​ທູດອາ​ເມຣິກັນ ຄົນ​ອື່ນໆ​ອີກ​ດ້ວຍ.

​ໃນ​ວັນ​ພະຫັດ​ວານ​ນີ້ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Jen Psaki
ກ່າວ​ວ່າ ​ເຈົ້າໜ້າ​ທີ່​ຕຳຫລວດ​ຍີ່ປຸ່ນ ​ໄດ້​ທຳ​ການ​ຈັບ​ກຸມ​ຊາຍ​ຄົນ​ນຶ່ງ​ທີ່​ພົວພັນ​ກັບ​ການ​ຂົ່ມຂູ່
ຫຼາຍຄັ້ງ ຕໍ່ທັງສະຖານ​ທູດ ​ແລະ ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ.

ທ່ານ​ນາງ Jen Psaki ​ເວົ້າ​ວ່າ “ພວກເຮົາຖືວ່າ​ການ​ຂົ່ມຂູ່​ໃດໆ​ກໍ​ຕາມ ຕໍ່​ບັນດາ​ນັກ​
ການ​ທູດ​ສະຫະລັດ ​ແລະ ສະຖານ​ທີ່​ທາງ​ການ​ທູດ​ຕ່າງໆ​ຂອງ​ສະຫະລັດ ແມ່ນ
ເປັນເລື້ອງ​ຈິງ​ຈັງຮ້າຍແຮງຫຼາຍ. ພວກ​ເຮົາໄດ້ປະສານ​ງານ​ ກັບ​ລັດຖະບານ​
ຍີ່ປຸ່ນ ​ເປັນ​ເວລາຫລາຍໆ​ອາທິດ ຜ່ານມາ​.”

US Japan Ambassador
please wait
Embed

No media source currently available

0:00 0:01:09 0:00

XS
SM
MD
LG