ອົງການຄຸ້ມຄອງນິວເຄລຍຂອງຍີ່ປຸ່ນ ໄດ້ໃຫ້ການອະນຸມັດຂັ້ນ
ສຸດທ້າຍເພື່ອເປີດຄືນໃໝ່ເຕົາແຍກປະລະມານູ 2 ໜ່ວຍທີ່ໄດ້
ຖືກປິດລົງ ຫລັງຈາກໂຮງ ໄຟຟ້ານິວເຄລຍ Fukushima ໄດ້
ເກີດອຸບັດເຫດເຕົາແຍກລະລາຍ ເມື່ອ 3 ປີກ່ອນນັ້ນ.
ອົງການຄຸ້ມຄອງນິວເຄລຍກ່າວໃນວັນພຸດມື້ນີ້ວ່າ ໂຮງໄຟຟ້າ
ນິວເຄລຍ Sendai ທີ່ຢູ່ທາງພາກຕາເວັນຕົກສຽງໃຕ້ ຂອງຍີ່
ປຸ່ນສາມາດເປີດຄືນອີກ ເຖິງແມ່ນວ່າຍັງຈະຕ້ອງໄດ້ຮັບການ
ອະນຸມັດ ຈາກເຈົ້າໜ້າທີ່ໃນເຂດທ້ອງຖິ່ນກໍຕາມ.
ພວກນັກເຄື່ອນໄຫວບ່າງຄົນ ກ່າວວ່າ ໂຮງໄຟຟ້າດັ່ງກ່າວບໍ່
ປອດໄພ ຍ້ອນມີພູໄຟຢູ່ໃກ້ໆ ແຕ່ບັນດາເຈົ້າໜ້າທີ່ຄຸ້ມຄອງນິວເຄລຍ ກ່າວວ່າ ອັນຕະ
ລາຍຈາກພູໄຟນັ້ນ ແມ່ນຢູ່ລະດັບຕ່ຳສຸດ.
ນີ້ຈະແມ່ນເທື່ອທຳອິດ ທີ່ໂຮງໄຟຟ້ານິວເຄລຍຂອງຍີ່ປຸ່ນ ເປີດຄືນໃໝ່ ພາຍໃຕ້ມາດຕະ
ຖານ ອັນເຄັ່ງຄັດຫຼາຍຂຶ້ນ ຫຼັງຈາກໄດ້ເກີດໄພພິບັດ ແຜ່ນດິນໄຫວ ແລະຊູນາມິ ໃນປີ
2011 ນັ້ນ.
ຍີ່ປຸ່ນໄດ້ປິດ ເຕົາແຍກປະລະມະນູນທັງຫຼາຍເພື່ອສ້ອມແປງແລະກວດກາ ຫຼັງຈາກໂຮງ
ໄຟຟ້ານິວເຄລຍ Fukushima ປະສົບກັບອຸບັດຕິເຫດ ທີ່ເຮັດໃຫ້ໂຮງໄຟຟ້າດັ່ງກ່າວໃຊ້
ການບໍ່ໄດ້ ແລະໄດ້ກະຈາຍ ກຳມັນຕະພາບລັງສີ ອອກໄປທົ່ວບໍລິເວນໃກ້ຄຽງ. ຕັ້ງແຕ່
ນັ້ນມາ ພົນລະເມືອງຍີ່ປຸ່ນ ໄດ້ປະເຊີນກັບລາຄາພະລັງໄຟຟ້າ ທີ່ສູງຂຶ້ນ ໃນຂະນະທີ່ປະ ເທດດັ່ງກ່າວ ໄດ້ຫັນຄວາມຕ້ອງການ ດ້ານພະລັງງານຂອງຕົນ ໄປໃສ່ນ້ຳມັນເຊື້ອໄຟ.
ແຕ່ການຄັດຄ້ານຕໍ່ພະລັງງານນິວເຄລຍໃນຍີ່ປຸນ ຍັງມີຄວາມເຂັ້ມແຂງ ທີ່ພາໃຫ້ມີການ
ໂຮມຊຸມນຸມປະທ້ວງ ຢູ່ຕໍ່ໜ້າທຳນຽບນາຍົກລັດຖະມົນຕີ ທ່ານ Shinzo Abe ທີ່ໄດ້ກົດ
ດັນໃຫ້ໂຮງໄຟຟ້ານິວເຄລຍ ແລ່ນຄືນອີກນັ້ນ.
ຄັ້ງນຶ່ງຜ່ານມາ ພະລັງງານນິວເຄລຍໄດ້ສະໜອງໄຟຟ້າຫຼາຍກວ່າ 1 ສ່ວນ 4 ຂອງຄວາມ
ຕ້ອງການທັງໝົດ ຢູ່ໃນຍີ່ປຸ່ນ ທີ່ຂາດແຄນດ້ານຊັບພະຍາກອນ ເປັນທີ່ສຸດນັ້ນ.