ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນ ຮຽກຮ້ອງ​ໃຫ້ ເນເທີແລນ ເອົາບາດ​ກ້າວ ກັບກຳປັ່ນ ຕໍ່​ຕ້ານ ລ່າ​ປາ​ວານ (ວີດີໂອ)


​ກຳ​ປັ່ນ 'The Bob Barker' ຂອງກຸ່ມອະນຸລັກ Sea Shepherd
ທີ່ມະຫາສະມຸດໃຕ້.
(ວັນທີ 2 ກຸມພາ, 2014)
​ກຳ​ປັ່ນ 'The Bob Barker' ຂອງກຸ່ມອະນຸລັກ Sea Shepherd ທີ່ມະຫາສະມຸດໃຕ້. (ວັນທີ 2 ກຸມພາ, 2014)
ຍີ່ປຸ່ນ​ໄດ້​ຮຽກຮ້ອງ​ໄປ​ຍັງ​ເນ​ເທີ​ແລນ ​ໃຫ້ເອົາ​ບາດກ້າວ​ຕໍ່​ກຳ​ປັ່ນ
​ລຳ​ນຶ່ງ​ທີ່​ຈົດ​ທະບຽນ ກັບປະ​ເທດ​ເນ​ເທີ​ແລນ ທີ່​ໄດ້​ແລ່ນ​ຕຳ​ກັນ​
ກັບ​ເຣືອຫາ​ປາວານ​ລຳ​ນຶ່ງຂອງ​ຍີ່ປຸ່ນ ​ໃນ​ມະຫາ​ສະມຸດ​ໃຕ້ ​ໃນ​
ວັນ​ອາທິດ​ວານ​ນີ້.

ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຍີ່ປຸ່ນ ທ່ານ Yoshida Suga
ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ທີ່​ກຸງ​ໂຕ​ກຽວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ການ​ກະທຳ
ດັ່ງກ່າວຂອງ​ກຸ່ມ​ປົກ​ປ້ອງ​ສິ່ງແວດ​ລ້ອມ​ Sea Shepherd ​ແມ່ນ​
ເປັນອັນຕະລາຍ​ທີ່​ສຸດ ​ແລະ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້ ​ຢ່າງ​ເດັດຂາດ
ຊຶ່ງທ່ານ​ກ່າວວ່າ:

“ການ​ຂັດຂວາງ​ເຊັ່ນ​ນີ້ ​ແມ່ນ​ເປັນ​ອັນຕະລາຍ​ແລະ​ຈະໂຍະຍານ​ໃຫ້​ບໍ່​ໄດ້. ລັດຖະບານ​ຍີ່ປຸ່ນ ​
ຮຽກຮ້ອງ​ໄປ​ຍັງ​ເນ​ເທີ​ແລນ ຊຶ່ງ​ເປັນ​ບ່ອນ​ທີ່​ມາ​ຂອງ​ເຮືອ​ລຳ​ນີ້​ ໃຫ້​ເອົາ​ມາດ​ຕະການ​ຕ່າງໆທີ່​
ເໝາະສົມ.”


ກໍາ​ປັ່ນ Bob Barker ຊຶ່ງ​ເປັນ​ຂອງ​ກຸ່ມ​ອະນຸລັກ ​ຫົວ​ຮຸນ​ແຮງ Sea Shepherd ​ໄດ້​ແລ່ນ​ເຂົ້າ​
ຕໍາ​ເຮືອ​ຈັບ​ປາວານຂອງ​ຍີ່ປຸ່ນໃນ​ຂະນະ​ທີ່​ພະຍາຍາມ​ຈະຂັດຂວາງ​ການ​ລ່າປາວານ​ນັ້ນ. ​ເຮືອ
​ທັງ​ສອງ​ລຳ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ແລະ​ຕ່າງ​ຝ່າ​ຍ ຕ່າງກໍ​ກ່າວ​ຫາ​ກັນ ວ່າ​ເປັນ​ຝ່າຍ​ກໍ່​ເລື້ອງ​.

ຜ່ານ​ມາ ພວກ​ເຮືອຂອງ​ກຸ່ມ Sea Shepherd ​ໄດ້ທຳ​ການ​ກໍ່ກວນຮາວີ​ພວກ​ເຮືອ​ຫາ​ປາວານ​
ຂອງ​ຍີ່ປຸ່ນ​ ​ເປັນ​ປະ​ຈຳທຸກໆ​ປີ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ບັງຄັບ​ໃຫ້​ພວກ​ເຮືອ​ເຫຼົ່າ​ນັ້ນຍຸດ​ເຊົາ
​ການ​ຫາ​ຈັບ​ປາວານ​.

Japan Whaling
please wait
Embed

No media source currently available

0:00 0:00:54 0:00
XS
SM
MD
LG