ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນຫາທາງຊ່ວຍ ພົນລະເມືອງຕົນ ທີ່ຖືກຈັບເປັນ ຕົວປະກັນ ຢູ່ອາລຈີເຣຍ (ສະໄລດ໌)


AQSh Prezidenti Barak Obama Katta Yettilik yig'ini uchun Bryusselga yetib keldi, 4-iyun, 2014-yil.
AQSh Prezidenti Barak Obama Katta Yettilik yig'ini uchun Bryusselga yetib keldi, 4-iyun, 2014-yil.
ທີ່ຍີ່ປຸ່ນ ນາຍົກລັດຖະມົນຕີ Shinzo Abe ໄດ້ຮຽກປະຊຸມ
ກັບໜ່ວຍປະຕິບັດງານພິເສດຂອງລັດຖະບານ ໃນວັນອາທິດ
ມື້ນີ້ ເພື່ອຫາລືກັນ ເລື້ອງວິກິດການຈັບຕົວປະກັນທີ່ມີຄົນຕາຍ
ຢູ່ໃນ Algeria ນັ້ນ.

ທ່ານ Abe ເວົ້າວ່າ ທ່ານໄດ້ເລີ້ມຊອກຂໍການຊ່ວຍເຫລືອລຸນ
ຫລັງທີ່ລັດຖະບານ Algeria ເວົ້າວ່າ ອາດມີຄົນສັນຊາດ
ຍີ່ປຸ່ນຖືກສັງຫານ ຢູ່ໃນການໂຈມຕີທີ່ ໂຮງງານກັ່ນແກັສນັ້ນ.
ທ່ານກ່າວວ່າ:

“ຂ້າພະເຈົ້າໄດ້ອອກຄໍາສັ່ງເພີ້ມເຕີມແກ່ພວກເຈົ້າໜ້າທີ່ໄດ້
ສົ່ງໄປຍັງ Algeria ໃຫ້ຊອກຫາຊ່ອງທາງທີ່ດີທີ່ສຸດໃນການ
ເກັບກໍາເອົາຂ່າວຢູ່ໃນ ທ້ອງຖິ່ນ. ລັດຖະບານຍີ່ປຸ່ນຈະສືບຕໍ່
ທໍາງານ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງຍີ່ປຸ່ນ ຕະຫລອດທັງໃຊ້ຄວາມ ພະຍາຍາມ ໃນການຊ່ວຍກູ້ຊີວິດເອົາໄວ້.”

ໃນຂະນະດຽວກັນ ໂຄສົກຂອງບໍລິສັດວິສະວະກໍາຍີ່ປຸ່ນ JCG ເວົ້າໃນວັນ ອາທິດມື້ນີ້ວ່າ ຄົນງານຂອງຕົນທີ່ໂຮງງານແກັສ ອີກ 4 ຄົນ ໄດ້ຖືກພົບເຫັນວ່າ ຍັງມີຊີວິດຢູ່ ຊຶ່ງລວມ ເປັນທັງໝົດ 7 ຄົນ.

ບໍລິສັດ JCG ມີຄົນງານ 78 ຄົນ ຢູ່ໂຮງກັ່ນແກັສທີ່ Algeria ນັ້ນ. ປະທານຂອງບໍລິສັດ ໄດ້ອອກເດີນທາງໄປຍັງປະເທດດັ່ງກ່າວ ໃນວັນເສົາ ວານນີ້.

ປະມວນພາບການຈັບເປັນຕົວປະກັນທີ່ອາລຈີເຣຍ:

XS
SM
MD
LG