ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ຢີ່ປຸ່ນ ວາງເປົ້າໝາຍຫຼຸດການປ່ອຍກາສເຮືອນແກ້ວໃຫ້ໄດ້ 60% ພາຍໃນປີ 2035


ລະ​ບົບ​ການ​ຜະ​ລິດ​ພະ​ລັງ​ງານ​ແສງ​ຕາ​ເວັນ 525kW ຢູ່​ໂຮງ​ງານ ຮັອກ​ໄກ​ໂດ ຄິ​ຕາ​ມິ, ຍີ່​ປຸ່ນ.
ລະ​ບົບ​ການ​ຜະ​ລິດ​ພະ​ລັງ​ງານ​ແສງ​ຕາ​ເວັນ 525kW ຢູ່​ໂຮງ​ງານ ຮັອກ​ໄກ​ໂດ ຄິ​ຕາ​ມິ, ຍີ່​ປຸ່ນ.

ກະຊວງສິ່ງແວດລ້ອມ ແລະ ກະຊວງອຸດສາຫະກຳຂອງຢີ່ປຸ່ນ ໄດ້ສະຫຼຸບແຜນການ ໃນວັນອັງຄານມື້ນີ້ທີ່ຈະຫຼຸດການປ່ອຍກາສເຮືອນແກ້ວ ຫຼື GHG ລົງ 60% ຈາກລະດັບປີ 2013 ພາຍໃນ 2035 ຊຶ່ງເພີ່ມ​ຂຶ້ນຈາກເປົ້າໝາຍປີ 2030 ທີ່ຕັ້ງໄວ້ທີ່ຈະຫຼຸດລົງ 46%.

ການເຄື່ອນໄຫວນີ້ເກີດຂື້ນຫຼັງຈາກລັດຖະບານ ສະຫະລັດ ພາຍໃຕ້ການບໍລິຫານຂອງ ທ່ານ ໂຈ ໄບເດັນ ໄດ້ປະກາດເປົ້າໝາຍໃໝ່ພາຍໃຕ້ຂໍ້ຕົກລົງປາຣີ ໃນການຫຼຸດການປ່ອຍ ກາສເຮືອນແກ້ວລົງ 61% ຫາ 66% ຈາກລະດັບປີ 2005 ພາຍໃນປີ 2035 ຊຶ່ງເຈົ້າໜ້າ ທີ່ກ່າວວ່າເປົ້າໝາຍນີ້ສາມາດບັນລຸໄດ້ໂດຍລັດຕ່າງໆ ເຖິງແມ່ນວ່າປະທານາທິບໍດີຄົນໃໝ່ ທ່ານ ດໍໂນລ ທຣໍາ ຈະປະຕິເສດນະໂຍບາຍຂອງລັດຖະບານກໍຕາມ.

ໃນເດືອນພະຈິກ ບັນດາກະຊວງຂອງຢີ່ປຸ່ນ ໄດ້ເປີດເຜີຍຮ່າງແຜນການທີ່ແນໃສ່ການ ຫຼຸດຜ່ອນ GHG ລົງ 60% ພາຍໃນປີງົບປະມານ 2035 ແລະ 73% ພາຍໃນປີ 2040 ໂດຍອີງໃສ່ຈາກເສັ້ນທາງລະຫວ່າງເປົ້າໝາຍໃນປັດຈຸບັນຂອງຢີ່ປຸ່ນທີ່ຈະຫຼຸດລົງ 46% ໃນປີ 2030 ແລະ ການບັນລຸການປ່ອຍກາສບໍລິສຸດເປັນສູນພາຍໃນປີ 2050.

ເປົ້າໝາຍທີ່ສະເໜີໄວ້ນັ້ນໄດ້ຮຽກຮ້ອງໃຫ້ມີການຫຼຸດລົງທີ່ຫຼາຍຂຶ້ນຈາກກຸ່ມນັກອະນຸລັກສິ່ງ ແວດລ້ອມແລະນັກການເມືອງ ໂດຍພວກເຂົາໃຫ້ເຫດຜົນວ່າເປົ້າໝາຍນີ້ຍັງບໍ່ພຽງພໍ ສຳລັບປະເທດທີ່ມີການປ່ອຍກາສເຮືອນແກ້ວສູງເປັນອັນດັບ 5 ຂອງໂລກ ແລະ ຍັງຄົງເພິ່ງ​ພານໍ້າມັນເຊື້ອໄຟ ຟອສຊິລ ຫຼາຍ.

ບັນດານັກເຄື່ອນໄຫວດ້ານດິນຟ້າອາກາດກ່າວວ່າເປົ້າໝາຍດັ່ງກ່າວແມ່ນຕໍ່າກວ່າການຫຼຸດ ຜ່ອນ ທີ່​ຖືກແນະນໍາໂດຍຄະນະກຳມະການລະຫວ່າງລັດຖະບານ ວ່າດ້ວຍການປ່ຽນແປງ ຂອງດິນຟ້າອາກາດ ຫຼື IPCC ຊຶ່ງກຳນົດວ່າການປ່ອຍກາສທົ່ວໂລກຕ້ອງຫຼຼຸດລົງ 60% ຈາກລະດັບປີ 2019 ພາຍໃນປີ 2035 ຊຶ່ງທຽບເທົ່າກັບການຫຼຸດລົງ 66% ຈາກລະດັບປີ 2013 ສໍາລັບ ຢີ່ປຸ່ນ.

ເຖິງວ່າຈະມີການວິພາກວິຈານຢ່າງແຮງ ແຕ່ການປະຊຸມຮ່ວມຂອງຄະນະຜູ້ຊ່ຽວຊານຈາກ ສອງກະຊວງໄດ້ຮັບຮອງເອົາຮ່າງເປົ້າໝາຍສະພາບອາກາດ, ເຊິ່ງເນັ້ນໜັກເ​ຖິງຄວາມ ສຳຄັນຂອງການດຸ່ນດ່ຽງການເຕີບໂຕຂອງເສດຖະກິດ, ຄວາມໝັ້ນຄົງດ້ານພະລັງງານ ແລະ ຄວາມພະຍາຍາມໃນຫຼຸດການປ່ອຍກາສເຮືອນແກ້ວ.

ສະພາຊິກໃນຄະນະກຳມະການໄດ້ໂຕ້ຖຽງກັນວ່າເປົ້າໝາຍດັ່ງກ່າວຕໍ່າເກີນໄປສຳລັບປະ ເທດທີ່ພັດທະນາແລ້ວແລະພຽງພໍກັບຄວາມຄາດຫວັງຂອງທົ່ວໂລກ ແຕ່ໃນທີ່ສຸດເປົ້າ ໝາຍດັ່ງກ່າວກໍ່ບໍ່ປ່ຽນແປງ. ໃນຖານະເປັນສ່ວນນຶ່ງຂອງຂະບວນການສາກົນເພື່ອຕ້ານພາວະໂລກຮ້ອນ ຢີ່ປຸ່ນ ວາງແຜນທີ່ຈະຍື່ນເປົ້າໝາຍສະ​ບັບປັບປຸງແລ້ວຊຶ່ງເອີ້ນວ່າ “ ການກຳນົດເປົ້າໝາຍ ໃນລະດັບປະເທດ” ຫຼື NDC ຕໍ່ສະຫະປະຊາຊາດໃນເດືອນກຸມພາ ຫຼັງຈາກການເປີດ ໃຫ້ມີການປຶກສາຫາ

ອ່ານຂ່າວເປັນພາສາອັງກິດໄດ້ດ້ານລຸ່ມ

TOKYO, Dec 24 (Reuters) - Japan's environment and industry ministries on Tuesday finalised a plan to cut greenhouse gas (GHG) emissions by 60% from 2013 levels by 2035, up from its 2030 goal of a 46% cut.

The move follows the Biden administration's new U.S. target under the Paris climate agreement to slash GHG emissions by 61%-66% below 2005 levels by 2035, a goal officials called achievable by states even if President-elect Donald Trump reverses federal policies.

In November, Japanese ministries unveiled a draft plan aiming for a 60% GHG reduction by fiscal 2035 and 73% by 2040, based on a linear trajectory between Japan's current target of a 46% reduction by 2030 and achieving net zero by 2050.

The proposed target sparked calls for deeper cuts from environmentalists and politicians, who argue it is insufficient for the world's fifth-biggest carbon emitter, which remains heavily dependent on fossil fuels.

Climate activists say the target falls short of the reduction recommended by the Intergovernmental Panel on Climate Change (IPCC) to limit global warming to 1.5 degrees Celsius above pre-industrial levels. The IPCC states that global emissions must drop by 60% from 2019 levels by 2035, equivalent to a 66% cut from 2013 levels for Japan.

Despite strong criticism, a joint meeting of expert panels from the two ministries approved the draft climate target, which emphasises the importance of balancing economic growth, energy security and decarbonisation efforts.

Several panel members argued the target was too low for a developed country and insufficient to meet global expectations, but the goal was ultimately left unchanged.

As a part of the international process to combat global warming, Japan plans to submit the revised target, known as a Nationally Determined Contribution (NDC), to the United Nations in February, following a public consultation.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG