ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທາງການ ຍີ່ປຸ່ນ ໃຫ້ການຊ່ວຍເຫຼືອ ອົງການເກັບກູ້ ລະເບີດແຫ່ງຊາດ ລາວ ດ້ວຍການນຳໃຊ້ ລົດກົນຈັກ


ບັນດາເຈົ້າໜ້າທີ່ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມພິທີເປີດສູນຝຶກອົບຮົມການເກັບກູ້ລະເບີດ.
ບັນດາເຈົ້າໜ້າທີ່ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມພິທີເປີດສູນຝຶກອົບຮົມການເກັບກູ້ລະເບີດ.

ທາງການ ຍີ່ປຸ່ນ ໃຫ້ການຊ່ວຍເຫຼືອອົງການເກັບກູ້ລະເບີດແຫ່ງຊາດ ລາວ ດ້ວຍການ
ນຳໃຊ້ລົດກົນຈັກທີ່ອອກແບບມາເພື່ອການເກັບກູ້ ແລະ ທຳລາຍລະເບີດເປັນການສະ
ເພາະທີ່ມີປະສິດທິພາບສູງ ແລະ ປອດໄພ.

ທ່ານ ມາໂກໂຕະ ໄຊໂຈ ຜູ້ຊ່ຽວຊານການເກັບກູ້ລະເບີດຂອງອົງການເກັບກູ້ລະເບີດ
ລັດຖະບານ ຍີ່ປຸ່ນ (JKAS) ຢືນຢັນວ່າ ການນຳໃຊ້ລົດກົນຈັກ ໂຄມັດຊຶ ລຸ້ນ PC-130
ທີ່ອອກແບບມາເພື່ອການເກັບກູ້ ແລະ ທຳລາຍລະເບີດເປັນການສະເພາະນັ້ນ ຈະ
ເຮັດໃຫ້ການເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ຫຼື UXO ທີ່ຕົກຄ້າງຢູ່ໃນ ລາວ
ໃນປັດຈຸບັນນີ້ສາມາດດຳເນີນການໄດ້ຢ່າງມີປະສິດທິພາບສູງຂຶ້ນ ທັງຍັງມີຄວາມ
ປອດໄພຕໍ່ຊີວິດຮ່າງກາຍຂອງພະນັກງານທີ່ປະຕິບັດໜ້າທີ່ໃນການສຳຫຼວດ ແລະ
ເກັບກູ້ລະເບີດອີກດ້ວຍ.

ທັງນີ້ກໍເນື່ອງຈາກວ່າລົດກົນຈັກດັ່ງກ່າວສາມາດທີ່ຈະເກັບກູ້ ແລະ ທຳລາຍລະເບີດໄດ້
ໃນທັນທີໂດຍບໍ່ຕ້ອງມີການຕໍ່ສາຍຂະນວນເຂົ້າກັບລະເບີດທີ່ຈະທຳລາຍແຕ່ຢ່າງໃດ
ອີກທັງຍັງສາມາດກວດຈັບສັນຍານວັດຖຸລະເບີດໄດ້ໃນຕົວ ຈຶ່ງເຮັດໃຫ້ສາມາດເກັບກູ້
ແລະ ທຳລາຍລະເບີດໄດ້ຢ່າງໄວວາ ທັງຍັງປະຢັດງົບປະມານໃນການດຳເນີນງານໄດ້
ອີກດ້ວຍ ໂດຍຈະນຳໃຊ້ລົດກົນຈັກ ໂຄມັດຊຶ ລຸ້ນ PC-130 ນີ້ໃນແຂວງ ຊຽງຂວາງ
ເປັນເຂດທຳອິດໃນໄລຍະ 2 ປີຕໍ່ໄປນີ້ ແລະ ຫຼັງຈາກນັ້ນ ຈຶ່ງສະຫຼຸບຜົນເພື່ອຂະ
ຫຍາຍການດຳເນີນງານໄປໃນແຂວງອື່ນໆຕໍ່ໄປ ດັ່ງທີ່ທ່ານ ກິ່ງເພັດ ມະນີວົງ ຜູ້ປະ
ສານງານອົງການເກັບກູ້ລະເບີດແຫ່ງຊາດ ລາວ ປະຈຳແຂວງຊຽງຂວາງ ໄດ້ໃຫ້ການ
ຢືນຢັນວ່າ.

"JMAS ເປັນອົງການນຶ່ງທີ່ຮ່ວມມືກັບອົງການເກັບກູ້ລະເບີດແຫ່ງຊາດ ລາວ ໂດຍສະ
ເພາະກໍແມ່ນການນຳໃຊ້ກົນຈັກມາທົດລອງນຳໃຊ້ທຳລາຍລູກລະເບີດບົມບີ ຢູ່ແຂວງ
ຊຽງຂວາງ ແລ້ວກໍແມ່ນແຂວງຊຽງຂວາງແຂວງດຽວທີ່ໄດ້ດຳເນີນການຮ່ວມມືກັບອົງ
ການ JMAS ຖືວ່າອັນນີ້ເປັນການວາງແຜນຮ່ວມກັນອັນທີ 2 ການປະເມີນຜົນວຽກ
ງານຮ່ວມກັນ ອັນທີ 3 ເອີ້ນວ່າການຮຽນຮູ້ບົດຮຽນຊຶ່ງກັນ ແລະ ກັນ ພວກເຮົາກໍມີ
ຄວາມຕ້ອງການໃນການນຳໃຊ້ກົນຈັກເຂົ້າມາຊ່ວຍແລ້ວກະທຳລາຍລະເບີດ ກວດກູ້
ລະເບີດ ເພື່ອມັນຈະມີການປະຢັດທາງດ້ານວັດຖຸລະເບີດແດ່ ເພາະວ່າລົດທີ່ເຂົ້າມາ
ນີ້ມັນສາມາດຂົບລູກລະເບີດໄດ້ຈຳນວນຫຼາຍ."

ທາງດ້ານທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງວ່າການຄະນະກຳມະການຄຸ້ມ
ຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ລາວ (Lao UXO)
ກໍໃຫ້ການຢືນຢັນວ່າ ການຈັດຕັ້ງປະຕິບັດແຜນການສຳຫຼວດ ແລະ ເກັບກູ້ລະເບີດ
UXO ທີ່ເປັນການຮ່ວມມືລະຫວ່າງລັດຖະບານ ລາວ ກັບ ນານາຊາດ ໃນໄລຍະທີ 3
ແຕ່ປີ 2017-2021 ທີ່ໄດ້ລົງນາມໃນຂໍ້ຕົກລົງຮ່ວມກັນ ນັບແຕ່ເດືອນກໍລະກົດ 2017
ເປັນຕົ້ນມາແລ້ວນັ້ນ ກໍໄດ້ເນັ້ນໜັກໃຫ້ຄວາມສຳຄັນເປັນພິເສດໃນການເສີມຂະຫຍາຍ
ການຮ່ວມມືລະຫວ່າງ Lao UXO ກັບອົງການທີ່ບໍ່ຂຶ້ນກັບລັດຖະບານ ໃນລະດັບສາ
ກົນໃຫ້ຫຼາຍຂຶ້ນ ເພາະເຊື່ອວ່າ ຈະເຮັດໃຫ້ການຈັດຕັ້ງປະຕິບັດມີປະສິດທິພາບສູງຂຶ້ນ
ຊຶ່ງລວມເຖິງການຮ່ວມມືກັບທາງການ ສະຫະລັດ ອາເມຣິກາ ດ້ວຍ.

ລົດເກັບກູ້ ແລະ ທຳລາຍລະເບີດທີ່ທາງການ ຍີ່ປຸ່ນ ຊ່ວຍເຫຼືອລາວ.
ລົດເກັບກູ້ ແລະ ທຳລາຍລະເບີດທີ່ທາງການ ຍີ່ປຸ່ນ ຊ່ວຍເຫຼືອລາວ.

ທັງນີ້ໂດຍທາງການ ສະຫະລັດ ອາເມຣິກາ ໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ລັດຖະບານ
ລາວ ໃນມູນຄ່າ 1 ລ້ານ 7 ແສນໂດລາສຳລັບນຳໃຊ້ການສຳຫຼວດທີ່ບໍ່ແມ່ນວິຊາການ
ໃນພື້ນທີ່ 950 ບ້ານໃນເຂດພາກໃຕ້ໃນປີ 2017 ໂດຍຈະດຳເນີນການສຳຫຼວດຮ່ວມ
ກັນລະຫວ່າງ Lao UXO ກັບບັນດາ NGO ໃນ ລາວ ເພື່ອເຮັດໃຫ້ການສຳຫຼວດມີປະ
ສິດທິພາບສູງຂຶ້ນກວ່າຜ່ານມາ ທັງຍັງຈະສຳຫຼວດແບບວິຊາການໃນເຂດ 388 ບ້ານ
ພາຍໃຕ້ເປົ້າໝາຍ ເພື່ອເກັບກູ້ UXO ໃຫ້ໝົດໄປຈາກເຂດທີ່ຢູ່ອາໄສ ແລະ ທີ່ທຳກິນ
ຂອງປະຊາຊົນໃນພື້ນທີ່ດັ່ງກ່າວດ້ວຍ.

ຫຼ້າສຸດ ລັດຖະບານສະຫະລັດ ໂດຍທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ
ສະຫະລັດ ປະຈຳສປປ ລາວ ກໍໄດ້ຕົກລົງໃຫ້ການຊ່ວຍເຫຼືອ Lao UXO ໃນມູນຄ່າ 4
ລ້ານ 5 ແສນໂດລາ ສຳລັບນຳໃຊ້ໃນການສຳຫຼວດ ແລະ ເກັບກູ້ລະເບີດ UXO ໃນ
ເຂດ 4 ເມືອງຂອງແຂວງສະຫວັນນະເຂດ ກໍຄືເມືອງ ເຊໂປນ, ເມືອງພິນ, ເມືອງວິລະ
ບູລີ ແລະ ເມືອງນອງ ມີກຳນົດການດຳເນີນງານໃຫ້ສຳເລັດໃນ 15 ເດືອນຕໍ່ໜ້າ ແລະ
ກ່ອນໜ້ານີ້ ສະຫະລັດ ກໍໃຫ້ການຊ່ວຍເຫຼືອໃນມູນຄ່າ 3 ລ້ານໂດລາ ເພື່ອນຳໃຊ້ໃນ
ການເກັບກູ້ UXO ໃນເຂດ 94 ບ້ານທີ່ເມືອງໜອງແຮດ, ເມືອງຄູນ ແລະ ເມືອງຜາໄຊ
ໃນແຂວງຊຽງຂວາງອີກດ້ວຍ ໂດຍຖືເປັນການປະຕິບັດຕາມການຕົກລົງທີ່ລັດຖະບານ
ສະຫະລັດ ຈະໃຫ້ການຊ່ວຍເຫຼືອ ລາວ 90 ລ້ານໂດລາ ເພື່ອແກ້ໄຂບັນຫາ UXO ໃນ
ປີ 2017-2019.

ທາງການ ລາວ ໄດ້ສຳຫຼວດ ແລະ ເກັບກູ້ UXO ນັບຕັ້ງແຕ່ປີ 1997 ເປັນຕົ້ນມາ ໂດຍ
ມາຮອດປັດຈຸບັນນີ້ກໍປາກົດວ່າ ສາມາດເກັບກູ້ UXO ໄດ້ໃນພື້ນທີ່ກວ່າ 50,000 ເຮັດ
ຕາ ໂດຍເກັບກູ້ ແລະ ທຳລາຍ UXO ໄດ້ຫຼາຍກວ່າ 1 ລ້ານໜ່ວຍ ໃນນີ້ລວມເຖິງລະ
ເບີດລູກຫວ່ານ 8 ແສນກວ່າໜ່ວຍ ແລະ ລະເບີດຂະໜາດໃຫຍ່ຫຼາຍກວ່າ 1,500
ໜ່ວຍ.

XS
SM
MD
LG