ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ອາເບະ ຈະຢ້ຽມຢາມອ່າວ Pearl Harbor ກັບປະທານາທິບໍດີ ໂອບາມາ


ພາບຂອງກຳປັ່ນ USS Arizona ຖືກເຜົາໄໝ້ ຫລັງຈາກການ
ຍີ່ປຸ່ນໂຈມຕີອ່າວ Pearl Harbor ໃນເກາະ ຮາວາຍ. 7 ທັນວາ, 1941.
ພາບຂອງກຳປັ່ນ USS Arizona ຖືກເຜົາໄໝ້ ຫລັງຈາກການ ຍີ່ປຸ່ນໂຈມຕີອ່າວ Pearl Harbor ໃນເກາະ ຮາວາຍ. 7 ທັນວາ, 1941.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ຈະເດີນທາງມາຢ້ຽມຢາມອ່າວ Pearl Harbor ພ້ອມກັບປະທານາທິບໍດີ ບາຣັກ ໂອບາມາ ໃນວັນອັງຄານມື້ອື່ນເພື່ອ “ສະແດງ ເຖິງຄຸນຄ່າຂອງການປອງດອງກັນ ລະຫວ່າງ ຍີ່ປຸ່ນ ກັບ ສະຫະລັດ.” ອີງຕາມການ ກ່າວຂອງຫົວໜ້າຜູ້ຊີ້ນຳລັດຖະບານທ່ານ Yoshihide Suga ໃນຕົ້ນຂອງເດືອນນີ້.

ທຳນຽບຂາວກ່າວວ່າ ການຢ້ຽມຢາມຂອງທ່ານ Abe ຈະເນັ້ນເຖິງການເປັນພັນທະມິດກັນ ລະຫວ່າງ ອະດີດສັດຕູໃນສະໄໝສົງຄາມ.

ທ່ານ Abe ຈະເປັນນາຍົກລັດຖະມົນຕີ ທີ່ດຳລົງຕຳແໜ່ງຢູ່ຂອງ ຍີ່ປຸ່ນ ຄົນທຳອິດທີ່ໄດ້ໄປ ອ່າວ Pearl Harbor ນັບຕັ້ງແຕ່ ການຢຸດພັກລະຫວ່າງທາງຊົ່ວຄາວ ໂດຍອະດີດຜູ້ນຳ ຂອງ ຍີ່ປຸ່ນ ທ່ານ Shigeru Yoshida ໃນວັນທີ 12 ກັນຍາ 1951.

ການຢ້ຽມຢາມໃນວັນອາຄານນີ້ ຈະເກີດຂຶ້ນໃນຮອບ 75 ປີ ຫຼັງຈາກການໂຈມຕີທີ່ໄດ້ຜັກ ດັນໃຫ້ ສະຫະລັດ ເຂົ້າຮ່ວມສົງຄາມໂລກຄັ້ງທີ 2 ແລະ ບໍ່ເຖິງ 4 ສັບປະດາ ກ່ອນທີ່ທ່ານ Donald Trump ຈະໄດ້ເປັນປະທານາທິບໍດີ ຄົນທີ 45 ຂອງ ສະຫະລັດ.

ໃນເດືອນທີ່ຜ່ານມາ, ທ່ານ Abe ໄດ້ກາຍເປັນຜູ້ນຳໂລກຄົນທຳອິດທີ່ໄດ້ພົບປະກັບທ່ານ ທຣຳ ຫຼັງຈາກການເລືອກຕັ້ງ. ລຸນຫຼັງການພົບປະກັນທີ່ຖືກຈັດຢ່າງຮີບເລັ່ງໃນນະຄອນ ນິວຢອກ ນັ້ນ, ທ່ານ Abe ໄດ້ເອີ້ນທ່ານ ທຣຳ ວ່າເປັນຜູ້ນຳທີ່ “ໜ້າເຊື່ອຖືໄດ້.”

ໂຄສົກລັດຖະບານ ຍີ່ປຸ່ນ ກ່າວວ່າ ທ່ານ Abe ບໍ່ໄດ້ກ່າວຂໍໂທດສຳລັບການໂຈມຕີອ່າວ Pearl Harbor ໂດຍ ຍີ່ປຸ່ນ ໃນວັນທີ 7 ທັນວາ 1941, ທີ່ໄດ້ສັງຫານພະນັກງານທະຫານ ຫຼາຍກວ່າ 2,000 ຄົນ.

ໃນການເຄື່ອນໄຫວທີ່ຄ້າຍຄືກັນນັ້ນ, ທ່ານ ໂອບາມາ ກໍບໍ່ໄດ້ກ່າວຂໍໂທດສຳລັບການໂຈມ ຕີຖິ້ມລະເບີດປະລະມານູໃສ່ເມືອງ Hiroshima ແລະ Nagasaki ໂດຍ ສະຫະລັດ ທີ່ໄດ້ ສັງຫານພົນລະເຮືອນຫຼາຍແສນຄົນໃນປີ 1945.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Japan
please wait
Embed

No media source currently available

0:00 0:01:40 0:00

XS
SM
MD
LG