ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ອາເບະ ຈະບໍ່ກ່າວ ຂໍໂທດ ທີ່ອ່າວ Pearl Harbor


ປະທານາທບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ, ຊ້າຍ, ພ້ອມກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ກຽມພ້ອມວາງພວງມາລາທີ່ອານຸສອນສະຖານ ສັນຕິພາບ ຮິໂຣຊິມາ ຂອງ ຍີ່ປຸ່ນ, 27 ພຶດສະພາ 2016.
ປະທານາທບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ, ຊ້າຍ, ພ້ອມກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ກຽມພ້ອມວາງພວງມາລາທີ່ອານຸສອນສະຖານ ສັນຕິພາບ ຮິໂຣຊິມາ ຂອງ ຍີ່ປຸ່ນ, 27 ພຶດສະພາ 2016.

ສິ່ງທີ່ກ່າວ​ກັນ​ວ່າ ​ເປັນການເຕົ້າໂຮມກັນຄັ້ງໃຫຍ່ ​ເທື່ອສຸດທ້າຍຂອງບັນດາຜູ້ລອດຊີວິດ ຈາກການໂຈມຕີ ທີ່ອ່າວ Pearl Harhor ຂອງ ຍີ່ປຸ່ນ ໄດ້ມີຂຶ້ນໃນວັນພຸດມື້ນີ້ ​ໃນລັດ ຮາ ວາຍ, ຄົບຮອບ 75 ປີ​ໃນມື້ນີ້ ຫຼັງຈາກການຖິ້ມລະເບີດເຊິ່ງໄດ້ເຮັດໃຫ້ ສະຫະລັດ ເຂົ້າສູ່ ສົງຄາມໂລກຄັ້ງທີ 2.

ອີກເຫດການໜຶ່ງທີ່ເຈັບປວດ ແລະ ເປັນເຫດການປະຫວັດສາດຈະມີ ຂຶ້ນ 20 ມື້ຕໍ່ໄປ ທີ່ ຖານທັບ​ເຮືອ​ດັ່ງກ່າວ, ເມື່ອທ່ານ Shinzo Abe ຈະກາຍເປັນນາຍົກ ຍີ່ປຸ່ນ ຄົນທຳອິດ ທີ່ ຈະໄປຢ້ຽມຢາມອານຸສອນສະຖານ ໃຫ້ແກ່ເຈົ້າໜ້າທີ່ ທະຫານ ແລະ ພົນລະເຮືອນຫຼາຍ ກວ່າ 2,400 ຄົນ ທີ່ໄດ້ເສຍຊີວິດໃນການໂຈມຕີທາງອາກາດນັ້ນ. ແຕ່ພວກຜູ້ທີ່ຫວັງຢາກ ໃຫ້ທ່ານ Abe ກ່າວຂໍໂທດນັ້ນ ແມ່ນເບິ່ງ​ຄືວ່າຈະປະສົບກັບຄວາມຜິດຫວັງ.

ຫົວໜ້າກອງ​ເລຂາ​ປະຈຳຄະນະລັດຖະບານ​ຍີ່ປຸ່ນ ທ່ານ Yoshihide Suga ໄດ້ກ່າວໃນ ນະຄອນຫຼວງ ໂຕກຽວ ວ່າ “ຈຸດປະສົງຂອງການຢ້ຽມຢາມທີ່ຈະມາເຖິງນີ້ ແມ່ນເພື່ອສະ ແດງຄວາມເຄົາລົບຕໍ່ຜູ້ທີ່ໄດ້ເສຍຊີວິດໃນສົງຄາມ, ບໍ່ແມ່ນເພື່ອສະເໜີຄຳຂໍໂທດ.”

ນາຍົກລັດຖະມົນຕີ ຍີ່ປຸ່ນ, ຜູ້ທີ່ໄດ້ໄປຢ້ຽມຢາມ ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກ ໃໝ່ ທ່ານ Donald Trump ໃນເດືອນທີ່ຜ່ານມາໃນນະຄອນ ນິວຢອກ ນັ້ນ ມີຄວາມເປັນ ຫ່ວງ ກ່ຽວກັບ ຄວາມເປັນໄປໄດ້​ໃນ​ການ​ເປັນ​ພັນທະ​ມິດທີ່ອ່ອນແອລົງ ລະຫວ່າງ ສະຫະ ລັດ ແລະ ຍີ່ປຸ່ນ ພາຍໃຕ້ລັດຖະບານຊຸດໃໝ່, ອີງຕາມການກ່າວຂອງ ທ່ານ Koichi Nakano ອາຈານສອນວິຊາການເມືອງ ຍີ່ປຸ່ນ ທີ່ມະຫາວິທະຍາໄລ ໂຊເຟຍ ຂອງ ໂຕ ກຽວ.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ພົບປະກັບປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ທີ່ຫໍຄອຍ Trump ໃນເກາະ Manhattan, ນະຄອນ ນິວຢອກ, ສະຫະລັດ. 17 ພະຈິກ 2016.
ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ພົບປະກັບປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ທີ່ຫໍຄອຍ Trump ໃນເກາະ Manhattan, ນະຄອນ ນິວຢອກ, ສະຫະລັດ. 17 ພະຈິກ 2016.

ທ່ານ Nakano ໄດ້ກ່າວຕໍ່ວີໂອເອວ່າ “ທ່ານບໍ່ໄດ້ເຮັດທຸກຢ່າງທີ່ທ່ານສາມາດເຮັດໄດ້ ເພື່ອສົ່ງສັນຍານວ່າ ສາຍພາຍພົນລະຫວ່າງ ສະຫະລັດ ແລະ ຍີ່ປຸ່ນ ແມ່ນເຂັ້ມແຂງ ແລະ ຂາດບໍ່ໄດ້."

ທ່ານ Denny Roy ນັກຄົ້ນຄວ້າອາວຸໂສທີ່ສູນກາງຕາເວັນອອກ ຕາເວັນຕົກ ທີ່ມີຫ້ອງ ການຕັ້ງຢູ່ລັດ ຮາວາຍ ໄດ້ກ່າວວ່າ ທຸກໆຄຳເວົ້າຂອງທ່ານ Abe ທີ່ອ່າວ Pearl Harbor “ແມ່ນຈະຖືກວິເຄາະຢ່າງໃກ້ຊິດ, ພ້ອມກັບທຸກໆຄຳເວົ້າທີ່ກ່າວໂດຍບັນດາເຈົ້າໜ້າທີ່ ລະດັບສູງ ຍີ່ປຸ່ນ ກ່ຽວກັບ ສົງຄາມນີ້. ຂ້າພະເຈົ້າຢາກໄດ້ຍິນ ການຍອມຮັບບາງຢ່າງ ທີ່ມັນເປັນການກະທຳ ກ່ຽວກັບ ການຮຸກຮານຂອງ ຍີ່ປຸ່ນ ທີ່ໂຈມຕີອ່າວ Pearl Harbor.”

ທ່ານ Roy ໄດ້ກ່າວຕໍ່ວີໂອເອວ່າ ແຕ່ຜູ້ສະໜັບສະໜູນຫຼາຍຄົນຂອງທ່ານ Abe ແມ່ນ “ບໍ່ ຢາກໃຫ້ທ່ານກ່າວຂໍໂທດ ຫຼື ເວົ້າຫຍັງທີ່ໃກ້ຄຽງກັບການຂໍໂທດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

After 75 Years, Pearl Harbor Memories Still Raw
please wait

No media source currently available

0:00 0:03:42 0:00

XS
SM
MD
LG