ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກລັດຖະມົນຕີຍີ່ປຸ່ນ ສັນຍາວ່າ ຈະດໍາເນີນ ການປະຕິຮູບຕໍ່ໄປ (ວີດີໂອ/ສະໄລດ໌)


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ​ຈະ​ດໍາ​ເນີນ​ຕໍ່ໄປ​ ​ກັບ​ແນວການ​ປະຕິ​ຮູບ ທີ່​ໃສ່​ຊື່ວ່າ “​ລະບົບ ເສດຖະກິດ ອາ​ເບະ”​ ​ຫລື "Abenomics" ໃນການຖະແຫລງຕໍ່ນັກຂ່າວ ຫລັງຈາກໄດ້ຮັບໄຊຊະນະ ໃນການເລືອກຕັ້ງ.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ​ຈະ​ດໍາ​ເນີນ​ຕໍ່ໄປ​ ​ກັບ​ແນວການ​ປະຕິ​ຮູບ ທີ່​ໃສ່​ຊື່ວ່າ “​ລະບົບ ເສດຖະກິດ ອາ​ເບະ”​ ​ຫລື "Abenomics" ໃນການຖະແຫລງຕໍ່ນັກຂ່າວ ຫລັງຈາກໄດ້ຮັບໄຊຊະນະ ໃນການເລືອກຕັ້ງ.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ​ໄດ້ໃຫ້​ຄໍາ​ໝັ້ນ​
ສັນຍາ ທີ່​ຈະ​ດໍາ​ເນີນໜ້າ​ຕໍ່ໄປ​ ​ກັບ​ແນວການ​ປະຕິ​ຮູບອັນ​ເຈັບ
ປວດຂອງ​ທ່ານ ທີ່​ໃສ່​ຊື່ວ່າ “​ລະບົບ ເສດຖະກິດ ອາ​ເບະ”​ ​ນັ້ນ
ເພື່ອ​ດຶງ​ຍີ່​ປຸ່ນ ອອກ​ຈາກສະພາວະ​ເສດຖະກິດທີ່​ຊຸດ​ໂຊມ​ ​ແລະ
​ການເມືອງ​ທີ່​ບໍ່​ໄປ​ບໍ່​ມາ​ໃສ ​ເປັນ​ເວລາ​ສອງ​ທົດ​ສະ​ວັດ​ແລ້ວ​ນັ້ນ.

ໃນ​ໂອກາດ​ຖະ​ແຫລ​ງ​ຕໍ່ ກອງ​ປະ​ຊຸມ​ນັກ​ຂ່າວ​ ​ໃນ​ວັນ​ຈັນ​ມື້​ນີ້
ຄືມື້​ນຶ່ງ​ຫລັງ​ຈາກ​ໄດ້ຮັບໄຊຊະນະຢ່າງ​ຖ້ວມ​ລົ້ນ ຈາກ​ການ​
ເລືອກ​ຕັ້ງຢສະພານັ້ນ ທ່ານ Abe ກ່າວ​ວ່າ ສິ່ງ​ທີ່​ປະຊາຊົນ​
ທົ່ວ​ປະ​ເທດ​ຕ້ອງການ​ທີ່​ສຸ​ດນັ້ນ​ ກໍ​ຄືການ​ຟື້ນ​ໂຕ​ຄືນຂອງ​
ເສດຖະກິດ.



ທ່ານ Abe ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ຍີ່ປຸ່ນປະ​ເຊີນ​ໜ້າ​ກັບບັນຫາ​ຫຍຸ້ງຍາກສັບ​ສົນ
ຫລາຍ​ຢ່າງ ​ແຕ່​ວ່າ ບັນຫາ​ເຫລົ່າ​ນີ້​ຈະຕ້ອງ​ໄດ້ຮັບ​ການ​ແກ້​ໄຂ ​ເພື່ອ​ປະ​ເທດ​ຊາດ​ບ້ານ​ເມືອງ.​

ພັກ​ເສລີປະຊາທິປະໄຕ ຂອງ​ຜູ້​ນໍາ​ຍີ່ປຸ່ນ ​ແລະ​ພາຄີ​ທີ່​ນ້ອຍກ່ວາ ຄືພັກ the New Komeito ​ໄດ້​ເຮັດ​ໃຫ້ການຄວບ​ຄຸມ ສະພາ​ສູງ ມາ​ຫລາຍ​ປີໂດຍ​ພັກ​ຝ່າຍ​ຄ້ານ​ນັ້ນ ສິ້ນ​ສຸດ​ລົງ ໂດຍການ​ຍາດ​ເອົາ​ບ່ອນ​ນັ່ງ​ມາ​ໄດ້ 76 ບ່ອນນັ່ງ​ຂອງ​ຈໍານວນ 121 ບ່ອນ​ນັ່ງ​ຢູ່​ໃນ​ສະພາ​ສູງ ​ໃນ​ການເລືອກ​ຕັ້ງໃນ​ວັນ​ອາທິດ. ປັດຈຸ​ບັນ​ນີ້ ພັກ​ປະສົມຂອງ​ລັດຖະບາ​ມ ​ໄດ້​ຮັບ​ 135 ບ່ອນ​ນັ່ງຂອງ​ຈໍານວນ 242 ບ່ອນ​ນັ່ງ​ໃນສະພາ ທີ່ອໍານວຍໃຫ້​ທັງ​ສອງ​ພັກ​ຄວບ​ຄຸມ ທັງ​ສະພາ​ສູງ ​ແລະ​ສະພາ​ຕໍ່າ.

Japan
please wait
Embed

No media source currently available

0:00 0:01:02 0:00

ກ່ຽວຂ້ອງກັນ

XS
SM
MD
LG