ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກຍີ່ປຸ່ນ ຈະກ່າວ ຄຳປາໄສ ຕໍ່ ກອງ​ປະຊຸມ ຄົບຄະນະ ຂອງ​ລັດຖະສະພາ​ ສຫລ


ນາຍົກລັດຖະມົນຕີຢີ່ປຸ່ນ ທ່ານ Shinzo Abe (ກາງ) ທ່ຽວຊົມ ຫໍສະມຸດປະທານາທິບໍດີ John F. Kennedy ໃນນະຄອນ Boston ພ້ອມກັບທ່ານ Edwin Schlossberg (ຊ້າຍ) ແລະ ທ່ານນາງ Caroline Kennedy (ກາງດ້ານຫຼັງ) ເມື່ອວັນອາທິດທີ 26 ເມສາ 2015.
ນາຍົກລັດຖະມົນຕີຢີ່ປຸ່ນ ທ່ານ Shinzo Abe (ກາງ) ທ່ຽວຊົມ ຫໍສະມຸດປະທານາທິບໍດີ John F. Kennedy ໃນນະຄອນ Boston ພ້ອມກັບທ່ານ Edwin Schlossberg (ຊ້າຍ) ແລະ ທ່ານນາງ Caroline Kennedy (ກາງດ້ານຫຼັງ) ເມື່ອວັນອາທິດທີ 26 ເມສາ 2015.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ຈະ​ຮັບ​ເປັນກຽດ
ກ່າວ​ຄຳ​ປາ​ໄສ​ຕໍ່ ກອງ​ປະຊຸມ​ຮ່ວມ ຂອງ​ລັດຖະສະພາ​ສະຫະລັດ
ທີ່​ບໍ່​ຄ່ອຍ​ມີ ​ໃນ​ວັນ​ພຸດ​ມື້​ນີ້ ​ໃນ​ຂະນະ​ທີ່ ທ່ານ ສືບ​ຕໍ່​ການເດີນທາງ
ຢ້ຽມຢາມ​ສະຫະລັດ ໄລຍະ​ອາທິດ​ນຶ່ງ.

ນາຍົກລັດຖະມົນຕີ Shinzo Abe ​ແມ່ນ​ເປັນ​ແຂກ​ຜູ້​ມີ​ກຽດ ​ໃນ​
ຄ່ຳ​ຄືນ​ວັນ​ອັງຄານວານ​ນີ້ ສຳ​ຫລັບ ການ​ລ້ຽງ​ອາຫານ​ຄ່ຳທີ່ຫຼູຫຼາ
ຂອງ​ລັດຖະບານ ຢູ່​ທີ່​ຫ້ອງກ້ຳຕາ​ເວັນ​ອອກ​ ຂອງ​ທຳນຽບຂາວ
ຊຶ່ງ​ໄດ້​ຖືກ​ຕົບ​ແຕ່ງ​ເອ້ຍ້ອງ​ດ້ວຍ ​ໄຟສີ​ບົວ ​ແລະ ດອກ​ຊາກຸຣະ
ຫຼື cheery blossoms.

ປະທານາທິບໍດີ ບາຣັກ​ ​ໂອ​ບາ​ມາ ​ໄດ້ກ່າວຕ້ອນຮັບ ທ່ານ Abe ດ້ວຍ​ haiku ຊຶ່ງ​ເປັນ
ກາບກອນ ທີ່​ເປັນ​ປະ​ເພນີ​ດັ່ງ​ເດີມ​ ຂອງ​ຍີ່​ປຸ່ນອັນ​ນຶ່ງ. ທ່ານ ​ໃຊ້​ເຫຼົ້າ ສາ​ເກ ຊຶ່ງ​ເປັນເຄື່ອງດື່ມ ທີ່ຜະລິດ​ຈາກເຂົ້າ​ເປັນ​ພື້ນຖານ ​ແທນ​ເຫຼົ້າ ​ແຊມ​ເປ້​ນ ທີ່​ເປັນ​ປະ​ເພນີດັ່ງ​ເດີມ
ສຳ​ຫລັບ​ການສະຫລອງ.

​ໃນ​ການ​ຕອບ​ແທນ ທ່ານ Abe ​ໄດ້​ຍົກ​ຈອກເຫຼົ້າສາ​ເກ ຂອງ​ທ່ານຂຶ້ນ ​ແລະ ​ໄດ້​ເອີ່ຍຄຳ​
ຮ້ອງ ຂອງຈັງ​ວະ rhythm and blues ​ເພງ “Ain’t No Mountain High Enough.”

ທ່ານ Abe ກ່າວ​ວ່າ “​ເພງ​ນັ້ນ ​ແມ່ນ​ຄື​ຈັ່ງ​ຊີ້ ‘ບໍ່​ມີ​ພູ​ໃດ ສູງ​ພຽງພໍ, ບໍ່​ມີ​ຮ່ອມ​ພູໃດ ຕ່ຳ​ພຽງພໍ, ທີ່​ຈະ​ກີດ​ກັ້ນຂ້ອຍ ຈາກ​ເຈົ້າ.’ ສາຍສຳພັນ ຂອງ​ຍີ່ປຸ່ນ ​ແລະ ສະຫະລັດ ​ແມ່ນ​ເປັນ​ຄື​ກັນ​ກັບ ​ເພງ​ນັ້ນ.”

​ໃນ​ມື້​ນີ້ ທ່ານ Abe ຈະເປັນ ນາຍົກລັດຖະມົນຕີຍີ່ປຸ່ນ​ຄົນ​ທຳ​ອິດ ທີ່​ຈະ​ກ່າວ​ຄຳ​ປາ​ໄສ ​ຕໍ່
ກອງ​ປະຊຸມຄົບຄະນະ ຂອງທັງສອງສະພາສະຫະລັດ. ຄາດ​ກັນ​ວ່າ ຄຳ​ປາ​ໄສ ຈະ​ເລີ້ມ
​ຕົ້ນຂຶ້ນ ​ໃນ​ເວລາ 11:00 ຕອນ​ເຊົ້າ ຕາມ​ເວລາ​ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ສະຫະລັດ
ປະມານ 2 ຊົ່ວ​ໂມງ ເຄິ່ງຕໍ່ຈາກ​ນີ້​ໄປ ​ແລະ ຈະ​ຖືກ​ຕິດຕາມ​ເບິ່ງ​ຢ່າງ​ໃກ້ຊິດ ສຳ​ຫລັບ​
ຂໍ້ຄວາມ​ໃດໆ ທີ່​ກ່ຽວພັນ​ເຖິງ ສະໄໝ​ສົງຄາມ​ຂອງຍີ່ປຸ່ນ​ທີ່​ຜ່ານ​ມາ.

US Japan Abe Visit
please wait
Embed

No media source currently available

0:00 0:02:09 0:00

XS
SM
MD
LG