ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍົກຍີ່ປຸ່ນ ສົ່ງສານ ໄປຮ່ວມພິທີ ໃຫ້ກຽດ ອາຊະຍາກອນ ສົງຄາມ


ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe.
ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe.

ຍີ່ປຸ່ນ ຢືນ​ຢັນວ່າ ນາຍົກລັດຖະມົນຕີ Shinzo Abe ​ໄດ້​ສົ່ງ
ສານ​ສ່ວນ​ຕົວ​ໄປ​ຍັງ​ພິທີ​ໃຫ້​ກຽດແກ່ພວກອາຊະຍາກອນສົງ
ຄາມຫລາຍ​ຮ້ອຍຄົນ ​ໃນ​ສະ​ໄໝສົງ ຄາມ​ໂລກ​ຄັ້ງ​ທີ​ສອງ.

ໜັງສືພິມ Asahi ​ໄດ້​ລາຍ​ງານໃນ​ວັນ​ພຸດ​ມື້​ນີ້​ວ່າ ນາຍົກລັດ
ຖະມົນຕີ Abe ​ໄດ້​ສົ່ງ​ສານ​ສ່ວນຕົວໄປຍັງພິທີ ​ທີ່​ຈັດ​ຂື້ນ​ຢູ່ວັດ
Koyasan Okunoin ທາງພາກ​ຕາ​ເວັນ​ຕົກຂອງຍີ່​ປຸ່ນ ເມື່ອ​
ເດືອນ​ເມສາຜ່ານມາ.

ຫົວໜ້າກອງເລຂາປະຈຳຄະນະ​ລັດຖະບານ ທ່ານ Yoshihide Suga ກ່າວ​ວ່າ ສານ
ຂອງທ່ານ Abe ​ໄດ້​ສົ່ງ​ໄປ ​ໃນ​ນາມ​ທີ່ທ່ານເປັນ ຫົວໜ້າ​ພັກ​ລັດຖະບານທີ່ ປົກຄອງ​ປະ
ເທດຂອງຍີ່​ປຸ່ນ ​ແລະ​ບໍ່ແມ່ນ​ໃນ​ນາມ​ນາຍົກລັດຖະມົນຕີ.

ໜັງສືພິມ Asahi ​ໄດ້​ລາຍ​ງານ​ວ່າ ສານ​ຂອງ​ທ່ານ Abe ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະ​ລົດ​ໃຈ
ຕໍ່ການ​ເສຍ​ຊີວິດ ​ຂອງອາຊາະຍາ​ກອນສົງຄາມ ຜູ້​ທີ່​ທ່ານ​ກ່າວ​ວ່າ “ໄດ້ສະລະ​ວິນ​ຍານ​ເຂົາ​ເຈົ້າ ​ເພື່ອ​ເປັນ​ພື້ນຖານ​ຂອງ​ປະ​ເທດ.”

ບັນດາ​ຜູ້​ຈັດພິທີ ​ໄດ້​ໃຫ້ການຢືນຢັນວ່າ ສານດັ່ງກ່າວ ​ໄດ້​ອ່ານ​ຢູ່​ໃນ​ພິທີ ຊຶ່ງເຂົ້າ​ຮ່ວມ​ໂດຍ
ບັນດາ​ອະ​ດີດ​ນາຍ​ທະຫານຍີ່ປຸ່ນ.

ລາຍ​ຊື່​ຢ່າງ​ນ້ອຍ​ຂອງ 1,180 ຄົນ​ທີ່​ມີ​ຄວາມ​ຜິດ ​ແລະ​ສົງ​ໄສ​ວ່າ ໄດ້ກໍ່​ອາຊະຍາ​ກອກນ
​ສົງຄາມ ​ໄດ້​ຖືກ​ຈາລຶກ​ໄວ້ ຢູ່​ໃນຂຸມຝັງ​ສົບ​ເປົ່າ ຢູ່​ທີ່​ວັດ​ສາສະໜາ​ພຸດ.

​ຍັງ​ບໍ່ມີ​ຄຳ​ຖະ​ແຫລ​ໃດໆຈາກຈີນ ​ແລະ ​ເກົາຫລີ​ໃຕ້ ຊຶ່ງ​ເປັນ​ຜູ້ປະ​ທ້ວງ ຢູ່​ເປັນ​ປະຈຳ​ ກ່ຽວ
ກັບການ​ເຄື່ອນ​ໄຫວຂອງ​ບັນດາ​ເຈົ້າ​ໜ້າ​ທີ່ຍີ່ປຸ່ນ ທີ່​ໃຫ້​ກຽດ​ແກ່ຊາວ ຍີ່ປຸ່ນ ທີ່​ເສຍ​ຊີວິດ​ຢູ່​ໃນປາງ​ສົງຄາມ.

XS
SM
MD
LG