ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ຍຸບ ສະພາຕ່ຳ ກ່ອນໜ້າ ການເລືອກຕັ້ງ ກ່ອນກຳນົດ

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ກ່າວຢູ່ທີ່ງານລ້ຽງອາຫານທ່ຽງ ກັບ ປະທານາທິບໍດີ ດໍໂນລ ທຣຳ ແລະ ປະທານາທິບໍດີ ເກົາຫຼີໃຕ້ ທ່ານ Moon Jae-in ຢູ່ທີ່ໂຮງແຮມ Palace ໃນລະຫວ່າງ ການປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ, ວັນທີ 21 ກັນຍາ 2017, ທີ່ນະຄອນ New York.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ໄດ້ຍຸບສະພາຕ່ຳຂອງປະເທດ ຢ່າງເປັນ
ທາງການ ໃນວັນພະຫັດມື້ນີ້.

ການເຄື່ອນໄຫວດັ່ງກ່າວມີຂຶ້ນ ພາຍໃນພຽງສາມວັນ ຫຼັງຈາກ ທ່ານ Abe ໄດ້ປະກາດ
ການເລືອກຕັ້ງ​ແຫ່ງ​ຊາດ ກ່ອນ​ກຳນົດ ໃນວັນທີ 22 ຕຸລາ ນີ້. ນາຍົກລັດຖະມົນຕີ ກຳລັງ
ຫາທາງສວຍໂອກາດ ໃນຂະນະທີ່ທ່າທີ ທີ່ທ່ານພວມມີ​ຄະ​ແນນ​ນິຍົມ​ສູງ​ຂຶ້ນ ພາຍໃນ
ກຸ່ມພວກມີສິດປ່ອນບັດຂອງຍີີ່ປຸ່ນ ທ່າມກາງວິກິດການເກົາຫຼີເໜືອ ທີ່​ກຳລັງ​ຮ້າຍແຮງຂຶ້ນ.

ໄຊຊະນະໃນການເລືອກຕັ້ງໃໝ່ ຈະອະນຸຍາດໃຫ້ທ່ານ Abe ກຳອຳນາດຕໍ່ໄປ ຈົນຮອດ
ຢ່າງ​ໜ້ອຍປີ 2021.

ຜູ້ປົກຄອງ ນະຄອນ ໂຕກຽວ ທ່ານນາງ Yuriko Koike ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ສຳນັກງານ ລັດຖະບານ ນະຄອນຫຼວງໂຕກຽວ, ວັນທີ 25 ກັນຍາ 2017.
ຜູ້ປົກຄອງ ນະຄອນ ໂຕກຽວ ທ່ານນາງ Yuriko Koike ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ສຳນັກງານ ລັດຖະບານ ນະຄອນຫຼວງໂຕກຽວ, ວັນທີ 25 ກັນຍາ 2017.

ແຕ່ພັກເສລີປະຊາທິປັດ ຫຼື LPD ຂອງທ່ານນາຍົກລັດຖະມົນຕີ ທີ່ປົກຄອງປະເທດ ໃນ
ປັດຈຸບັນ ກຳລັງປະເຊີນໜ້າກັບ ການທ້າທາຍຢ່າງແຂງຂັນ ທີ່ບໍ່ຄາດຄິດມາກ່ອນ ຈາກ
ພັກແຫ່ງຄວາມຫວັງ ທີ່ເປັນພັກໃໝ່ ຂອງຜູ້ປົກຄອງ ນະຄອນ ໂຕກຽວ ທ່ານນາງ Yuriko
Koike ເຊິ່ງທ່ານນາງ ໄດ້ເປີດໂຕພັກຢ່າງເປັນທາງການ ໃນວັນພຸດຜ່ານມານີ້. ພັກໃໝ່ນີ້ ໄດ້ດຶງເອົາຄວາມສົນໃຈ ຂອງບັນດາສະມາຊິກສະພາຈຳນວນນຶ່ງ ຈາກພັກ LPD ຂອງ
ທ່ານ Abe ແລະ ພັກຝ່າຍຄ້ານທີ່ສຳຄັນ ກໍຄື ພັກປະຊາທິປະໄຕຂອງຍີ່ປຸ່ນ. ເຖິງ​ແມ່ນ
​ມີ​ການ​ເບິ່ງ​ກັນ​ວ່າ ທ່ານນາງມີ​ຄວາມເປັນໄປໄດ້ສູງ ທີ່ຈະ​ໄດ້ເປັນນາຍົກລັດຖະມົນຕີ ໃນອະນາຄົດ ​ແຕ່ທ່ານນາງ Koike ກໍກ່າວວ່າ ທ່ານນາງເອງ ຈະບໍ່ລົງສະໝັກ ເອົາ ບ່ອນນັ່ງໃນສະພາ.

Japan Politics
please wait
Embed

No media source currently available

0:00 0:00:41 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG