ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການສະ​ຫຼະ​ບັນ​ລັງຂອງພະ​ເຈົ້າຈັກ​ກະ​ພັດ​ ອາ​ກິ​ຮິ​ໂຕະ ແຫ່ງຍີ່​ປຸ່ນ ຖື​ວ່າ​ເປັນ​ການ​ສິ້ນ​ສຸດ​ບັນ​ລັງ​ຂອງ​ພະ​ອົງ

ພະ​ເຈົ້າຈັກ​ກະ​ພັດ​ ອາ​ກິ​ຮິ​ໂຕະ ແຫ່ງຍີ່​ປຸ່ນ ກຳ​ລັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພິ​ທີ​ຕາມ​​ປະເພນີແບບ​ຕໍ່​ເນື່ອງ ໃນ​ພະ​ລາດ​ຊະ​ວັງ​ອິມ​ເພຍ​ໂຣ, ​ໂຕກ​ຽວ, ຍີ່​ປຸ່ນ 30 ເມ​ສາ 2019.
ພະ​ເຈົ້າຈັກ​ກະ​ພັດ​ ອາ​ກິ​ຮິ​ໂຕະ ແຫ່ງຍີ່​ປຸ່ນ ກຳ​ລັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພິ​ທີ​ຕາມ​​ປະເພນີແບບ​ຕໍ່​ເນື່ອງ ໃນ​ພະ​ລາດ​ຊະ​ວັງ​ອິມ​ເພຍ​ໂຣ, ​ໂຕກ​ຽວ, ຍີ່​ປຸ່ນ 30 ເມ​ສາ 2019.

ພະ​ເຈົ້າຈັກ​ກະ​ພັດ​ ອາ​ກິ​ຮິ​ໂຕະ ແຫ່ງຍີ່​ປຸ່ນ ກຳ​ລັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພິ​ທີ​ຕາມ
ປະເພນີແບບ​ຕໍ່​ເນື່ອງ ໃນ​ວັນ​ອັງ​ຄານ​ມື້​ນີ້ ໃນ​ກາ​ນ​ສະ​ຫຼະ​ບັນ​ລັງ ເພືີ່ອມອບໂອນ
ພະທີ່ນັ່ງໃຫ້ອົງມົງ​ກຸດ​ລາດ​ຊະກຸມ​ມານ​ ພະລາດຊະໂອລົດອົງທຳອິດຂອງຕົນ.

​ພະ​ເຈົ້າຈັກ​ກະ​ພັດ ອາ​ກິ​ຮິ​ໂຕະ ຜູ້ທີ່ໄດ້ຮັບຄວາມ​ນິ​ຍົມ​ຊົມ​ຊອບ​ ໄດ້​ປະ​ກາດ​ໄປ​
ເທື່ອ​ທຳ​ອິດ​ ເຖິງແຜນ​ການຂອງພະອົງທີ່​ຈະ​ສະ​ຫຼະ​ບັນລັງ ໃນ​ປີ 2016, ຊຶ່ງຊົງ​ຕັດ
ວ່າເປັນ​ຫ່ວງ​ກ່ຽວ​ກັບ​ອາ​ຍຸ​ແລະ​ສຸ​ຂະ​ພາບຂອງ​ພະ​ອົງ ທີ່​ມີຄວາມຈຳ​ກັດເພື່ອປະ​ຕິ​ບັດ
​ພາ​ລະ​ກິດ​ຂອງ​ພະ​ອົງ.

ພະ​ເຈົ້າຈັກ​ກະ​ພັດ​ ຂອງ​ຍີ່​ປຸ່ນ ອົງ​ສຸດ​ທ້າຍ ທີ່​ໄດ້ສະ​ຫຼະ​ບັນ​ລັງ ແມ່ນ ພະ​ເຈົ້າ
ຈັກ​ກະ​ພັດໂຄຄາ​ກຸ ທີ່ໄດ້ມີ​ຂຶ້ນ ໃນ​ປີ 1817.

ອົງມົງກຸດລາດກຸມມານ ນາຣຸຮິໂຕະ ຊ້າຍ ແລະແລະອົງມົງກຸດລາດກຸມມາລີ ຖ່າຍຮູບ ໃນພະລາດຊະວັງ ໂຕກູ ໃນໂຕກຽວ, 17 ກຸມພາ 2019.
ອົງມົງກຸດລາດກຸມມານ ນາຣຸຮິໂຕະ ຊ້າຍ ແລະແລະອົງມົງກຸດລາດກຸມມາລີ ຖ່າຍຮູບ ໃນພະລາດຊະວັງ ໂຕກູ ໃນໂຕກຽວ, 17 ກຸມພາ 2019.

ອົງ​ມົງ​ກຸດ ນາ​ຣຸ​ຮິ​ໂຕະ ຈະ​ສືບ​ຕໍ່​ເປັນພະ​ເຈົ້າຈັກ​ກະ​ພັດອົງ​ໃໝ່ ໃນຕອນ​ທີ່​ພະລາດ
ຊະບັນລັງຂອງ ພະ​ເຈົ້າຈັກ​ກະ​ພັດ ອາ​ກິ​ຮິ​ໂຕະ ສິ້ນສຸດລົງ ຢ່າງ​ເປັນ​ທາງ​ການ ໃນ​ທ່ຽງ​
ຄືນມື້​ນີ້.

​ບົດ​ບາດ​ໃນ​ປັດ​ຈຸ​ບັນ​ນີ້​ຂອງພະ​ເຈົ້າຈັກ​ກະ​ພັດ​ແຫ່ງ​ຍີ່​ປຸ່ນ ​ສ່ວນ​ໃຫຍ່​ແລ້ວ ແມ່ນ​ເປັນ
“ສັນ​ຍາ​ລັກອົງປະ​ມຸກຂອງ​ປະ​ເທດ” ແລະ​ບໍ່​ມີ​ອຳ​ນາດຫຍັງ​ທາງ​ການ​ເມືອງ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ພະເຈົ້າຈັກກະພັດ ອາກິຮິໂຕະ ແຫ່ງຍີ່ປຸ່ນ ຫ້ອມລ້ອມໄປດ້ວຍພວກເຈົ້າໜ້າທີ່ ອິມເພຍໂຣ ທີ່ໄດ້ຫາມ ເອົາ 2 ຂອງ 3 ອັນທີ່ເອີ້ນວ່າ ຊັບສົມບັດລຶກລັບແຫ່ງຍີ່ປຸ່ນ ຫຼື Three Sacred Treasures of Japan ອອກຈາກສຸສານ ໃນຂະນະທີ່ພະອົງລາດດຳເນີນຢ້ຽມຢາມ ສຸສານຂອງ ອີຊິ ຈິນກຸ.

XS
SM
MD
LG