ບັນດາເຈົ້າໜ້າທີ່ໃນກຸງໂຕກຽວກ່າວວ່າ ຍີ່ປຸ່ນໄດ້ເສຍຕໍາແໜ່ງ ເປັນເສດຖະກິດໃຫຍ່ ອັນດັບສອງຂອງໂລກໃຫ້ຈີນ ໃນໄຕມາດທີສອງຂອງປີນີ້ ຍ້ອນເສດຖະກິດຂອງປະເທດ ເກາະດອນແຫ່ງນີ້ ໄດ້ຂະຫຍາຍໂຕຊ້າລົງຢ່າງຫລວງຫລາຍ.
ທໍານຽບລັດຖະບານຍີ່ປຸນ ກ່າວໃນວັນຈັນມື້ນີ້ວ່າ ຜົນຜະລິດ ຮວມພາຍໃນປະເທດ ໄດ້ເພີ່ມຂຶ້ນບໍ່ຮອດເຄິ່ງເປີເຊັນ ຄືພຽງ 0.4 ເປີເຊັນ ຕໍ່ປີ ໃນໄລຍະ 3 ເດືອນທີ່ຫາກໍໝົດລົງ ໃນວັນທີ 3 ມິຖຸນາຜ່ານມາ ສົມທຽບໃສ່ກັບການຂະຫຍາຍໂຕ 4.4 ເປີເຊັນໃນໄຕມາດທໍາອິດຂອງປີນີ້.
ລາຍງານທີ່ເປີດເຜີຍໃຫ້ຮູ້ໃນວັນຈັນມື້ນີ້ ກ່າວວ່າ ການເຕີບໂຕຂອງສິນ ຄ້າສົ່ງອອກໄດ້ຫລຸດລົງ ແລະການໃຊ້ຈ່າຍເງິນຂອງຜູ້ອຸປະໂພກບໍລິໂພກ ໄດ້ຕົກຢູ່ໃນສະພາບບໍ່ຂຶ້ນບໍ່ລົງ. ການຂະຫຍາຍໂຕຂອງເສດຖະກິດໄດ້ຊັກຊ້າລົງ ຫລາຍກວ່າທີ່ພວກນັກເສດຖະສາດໄດ້ກະປະ ມານໄວ້ ຊຶ່ງພວກເຂົາເຈົ້າໄດ້ທໍານາຍວ່າ ການເສດຖະກິດຈະເຕີບໂຕຂຶ້ນໃນລະຫວ່າງ 0.6 ເປີເຊັນຫາ 3.4 ເປີເຊັນນັ້ນ.
ບັນດານັກວິເຄາະກ່າວວ່າ ເກືອບເປັນທີ່ແນ່ນອນວ່າ ເສດຖະກິດຂອງຈີນ ຈະໃຫຍ່ກວ່າເສດຖະກິດຂອງຍີ່ປຸ່ນ ພາຍໃນທ້າຍປີນີ້ ຍ້ອນຄວາມແຕກໂຕນກັນ ຫລາຍ ໃນອັດຕາການເຕີບໂຕຂອງເສດຖະກິດຂອງແຕ່ລະປະເທດນັ້ນ. ເສດຖະກິດຈີນ ຈະເຕີບໂຕຂຶ້ນໃນອັດຕາປະມານ 10 ເປີເຊັນຕໍ່ປີ ໃນຂະນນະທີ່ ມີການທໍານາຍວ່າເສດຖະກິດຂອງຍີ່ປຸຸນຈະເຕີບໂຕຂຶ້ນພຽງ 3 ເປີເຊັນໃນປີນີ້.
ຈີນສືບຕໍ່ເສີມຂະຫຍາຍອິດທິພົນທາງເສດຖະກິດຂອງຕົນຢູ່ໃນໂລກ ແລະເວລານີ້ ແມ່ນເປັນປະເທດສົ່ງອອກສິນຄ້າ ນໍາເຂົ້າລົດໂອໂຕ ແລະຜະລິດເຫລັກກ້າ ລາຍໃຫຍ່ທີ່ສຸດຂອງໂລກ.