ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໗ ກັນຍາ ໒໐໒໓

ເສດຖະກິດຍີ່ປຸ່ນເຕີບໂຕ ຂຶ້ນໄວເກີນຄາດ


ທ່ານ Toshiyuki Shiga ຫົວໜ້າບໍລິຫານຂອງ Nissan Motor Co. ຊຶ່ງເປັນບໍລິສັດທີ່ປະກອບສ່ວນຊຸກຍູ້ ເສດຖະກິດຂອງຍີ່ປຸ່ນທີ່ສຳຄັນບໍລິສັດນຶ່ງນັ້ນ ໄດ້ຖ່າຍຮູບກັບລົດໄຟຟ້າທີ່ບໍ່ມີຄວັນ, ຜະຫລິດຕະພັນຫລ້າສຸດ ຂອງບໍລິສັດຢູ່ສຳນັກງານໃຫຍ່ຂອງບໍລິສັດ ທີ່ Yokohama, ຍີ່ປຸ່ນ, ໃນວັສຸກ, ທີ

ຍີ່ປຸ່ນກ່າວ​ວ່າ​ເສດຖະກິດ​ຂອງ​ຕົນ​ເຕີບ​ໂຕ​ຂຶ້ນ​ໄວ​ກວ່າ​ທີ່​ຕົນ​ໄດ້​ເຊື່ອ​ມາ​ກ່ອນ​ ໃນຊ່ວງໄຕ​ມາດລະຫວ່າງ​ເດືອນ​ກໍລະກົດ​ຫາ​ເດືອນ​ກັນຍານັ້ນ ຊຶ່ງ​ອໍານວຍໃຫ້​ ຍີ​ປຸ່ນສາມາດ​ຮັກ​ສາຖານະ​ການເປັນ​ເສດຖະກິດ​ ທີ່ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ ​ຕໍ່​ໄປ​ໄດ້ດົນ​ອີກ​ນ້ອຍ​ນຶ່ງ.

ລັດຖະບານ​ກ່າວ​ວ່າ​ໃນ​ວັນ​ພະຫັດ​ມື້​ນີ້ ​ເສດຖະກິດ​ຂອງ​ຕົນ​ໄດ້​ເຕີບ​ໂຕ​ຂຶ້ນ 1.1 ​ເປີ​ເຊັນ​ໃນໄລຍະ 3 ​ເດືອນດັ່ງກ່າວ ຊຶ່ງ​ເພີ່ມ​ຂຶ້ນ​ຈາກ​ອັດຕາ​ 0.9 ​ເປີ​ເຊັນທີ່​ຕົນ​ໄດ້​ກະ​ປະມານ​ໄວ້​ກ່ອນ​ໜ້າ​ນັ້ນ ຊຶ່ງ​ຖ້າ​ໄລ່​ລວມ​ເປັນເວລາ​ນຶ່ງ​ປີ​ເຕັມ ກໍ​ຈະ​ເທົ່າ​ກັບ ອັດຕາເພີ່ມ​ຂຶ້ນ​ເຖິງ 4.5 ​ເປີ​ເຊັນ​ ເມື່ອ​ສົມ​ທຽບ​ໃສ່​ກັບ​ການ​ຄາດ​ຄະ​ເນ​ໄວ້​ກ່ອນ​ 3.9 ​ເປີ​ເຊັນ​ນັ້ນ.

ສໍານັກງານ​ລັດຖະບານ​ຍີ່ປຸ່ນ ກ່າວ​ວ່າ ຜົນ​ຜະລິດ​ຮວມພາຍ​ໃນ​ປະ​ເທດ​ສໍາລັບ

ຊ່ວງ 9 ​ເດືອນ​ທໍາ​ອິດ​ຂອງ​ປີ​ນີ້ ມີ​ມູນ​ຄ່າ​ຕໍ່າ​ກວ່າ 4 ພັນ​ຕື້ນ້ອຍ​ດຽວ ​ແຕ່​ກໍ​ຍັງ ​ນໍາ​ໜ້າ​ຈີນ​ຢູ່ນ້ອຍ​ນຶ່ງ​ ຊຶ່ງ​ຄາດ​ກັນ​ວ່າ ການ​ເສດຖະກິດ​ຂອງ​ຈີນ​ຈະ​ຂຶ້ນ​ແທນທີ່ ​ຍີ່ປຸ່ນ​ໃນ​ປີ​ນີ້​ ​ໂດຍ​ຈະ​ຍາດ​ເອົາ​ຖານະ​ການ​ເປັນ​ເສດຖະກິດທີ່ໃຫຍ່​ ​ອັນ​ດັບ​ສອງ​ຂອງ​ໂລກ ຮອງລົງ​ມາ​ຈາກ​ສະຫະລັດ​ນັ້ນ.

XS
SM
MD
LG