ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ຄະ​ນະສືບ​ສວນ ກ່ຽວ​ກັບ​ເຫດ​ຈະ​ລາ​ຈົນ ເມື່ອ​ວັນ​ທີ 6 ມັງ​ກ​ອນ ຢາກ​ຮູ້​ວ່າ ເປັນ​ຫຍັງ​ທ່ານ​ທ​ຣຳ ຈຶ່ງ​ບໍ່​ສັ່ງ​ໃຫ້​ຍົກ​ເລີກ


ສະ​ມາ​ຊິກ​ສະ​ພາ​ຕ່ຳ ລິ​ສ ເຊນ​ນີ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ສວນ ກ່ຽວ​ກັບ​ເຫດ​ການ​ເມື່ອ​ວັນ​ທີ 6 ມັງ​ກອນ ໃນ​​ການ​ຈະ​ລາ​ຈົນ ​ທີ່​ຕຶກ​ລັດ​ຖະ​ສະ​ພາ.
ສະ​ມາ​ຊິກ​ສະ​ພາ​ຕ່ຳ ລິ​ສ ເຊນ​ນີ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ສວນ ກ່ຽວ​ກັບ​ເຫດ​ການ​ເມື່ອ​ວັນ​ທີ 6 ມັງ​ກອນ ໃນ​​ການ​ຈະ​ລາ​ຈົນ ​ທີ່​ຕຶກ​ລັດ​ຖະ​ສະ​ພາ.

ການ​ສືບ​ສວນ​ຂອງ​ລັດ​ຖະ​ສະ​ພາ​ກ່ຽວ​ກັບ​ການ​ກໍ່​ຈະ​ລາ​ຈົນ​ທີ່​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ​ໃນ​ເດື​ອນ​ມັງ​ກອນ​ປີ​ກາຍນີ້ ແມ່ນ​ເພັ່ງ​ເລັງ​ໃສ່​ວ່າ ເປັນ​ຫຍັງ​ທ່ານ​ດໍ​ໂນ​ລ ທ​ຣຳ ຊຶ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ເວ​ລານັ້ນ ​ບໍ່​ໄດ້​ເຮັດ​ຫຍັງ​ ເປັນ​ເວ​ລາ​ດົນ​ກວ່າສາມ​ຊົ່ວ​ໂມງ ເພື່ອ​ຍຸ​ຕິ​ພວກ​ສະ​ໜັບ​ສະ​ໜຸນ​ທ່ານ ບຸກ​ເຂົ້າ​ໄປ​ໃນ​ຫໍ​ລັດ​ຖະ​ສະ​ພາແລ​ະ​ປະ​ທະ​ກັບ​ຕຳ​ຫຼວດ ໃນ​ຂະ​ນະ​ທີ່​ສະ​ມາ​ຊິກ​ສະ​ພາ​ພວມ​ຈະ​ໃຫ້​ການຢັ້ງ​ຢືນ​ວ່າທ່ານ​ໄດ້​ເສຍ​ໄຊ​ໃນ​ການ​ເລືອກ​ຕັ້ງ​ປີ 2020 ອີງ​ຕ​າມ​ຄຳ​ເວົ້າ​ຂອງ​ປະ​ທານ​ຄະ​ນະກຳ​ມະ​ການ​ທີ່​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້.

ສະ​ມາ​ຊິກ​ສະ​ພາ​ຕ່ຳ​ເບັນ​ນີ ທອມ​ສັນ ຈາກ​ລັດ​ມິ​ສ​ສິດ​ຊິບ​ປີ ກ່າວ​ຕໍ່​ລາຍ​ການ “State of the Union” ຂອງ​ໂທ​ລະ​ພາບ CNN ວ່າ ຄະ​ນະ​ກຳ​ມະ​ການ​ສືບສວນ​ທີ່​ປະ​ກອບ​ດ້ວຍ 9 ຄົນ ຢາກ​ຮູ້​ຈັກ​ວ່າ ​ທ່ານ​ທ​ຣຳ​ເຮັດ​ຫຍັງ​ຢູ່ ໃນ​ເວ​ລາ “187 ນາ​ທີ​ທີ່​ບໍ່​ໄດ້​ເຮັດ​ຫຍັງ​ເລີຍ” ໃນ​ຂະ​ນະ​ທີ່​ທ່ານ​ເບິ່ງ​ການ​ຈະ​ລາ​ຈົນ​ທີ່ພວມເກີດ​ຂຶ້ນ​ທາງ​ໂທ​ລະ​ພາບ ຈາກ​ຫ້ອງ​ຮັບ​ປະ​ທານ​ອາ​ຫານ ຖັດ​ໄປ​ຈາກ​ຫ້ອງ​ການ​າ​ຂອງ​ທ່ານ ທີ່​ທຳ​ນຽບ​ຂາວ.

ທ່ານ​ທອມ​ສັນ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ເກືອບ​ຈະ​ສູນ​ເສຍ​ປະ​ຊາ​ທິ​ປະ​ໄຕ​ຂອງ​ພວກ​ເຮົາ​ໄປ​ແລ້ວ.”

ສະ​ມາ​ຊິກ​ຄົນ​ນຶ່ງໃນ​ຈຳ​ນວນ 2 ຄົນ​ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ຢູ່ໃນ​ຄະ​ນະ​ກຳ​ມະ​ການ ທ່ານ​ນາງ​ລິ​ສ ເຊນ​ນີ (Liz Cheney) ຈາກ​ລັດ​ໄວ​ໂອ​ມິງ ທີ່​ຕຳ​ໜິ​ຕິ​ຕຽນທ່ານ​ທ​ຣຳ​ຢ່າງ​ແຮງນັ້ນ ກ່າວ​ຕໍ່​ລາຍ​ການ “This Week” ຂອງ​ໂທ​ລະ​ພາບ ABC ວ່າ “ລາວ​ຄວນບອກ (ພວ​ກ​ກໍ່​ຈະ​ລາ​ຈົນ) ໃຫ້​ຢຸດ​ເຊົາ. ລາວ​ບໍ່​ໄດ້​ເຮັດ​ເຊັ່ນ​ນັ້ນ.”

ທ່ານ​ທອມ​ສັນ​ກ່າວ​ວ່າ “ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ຂຶ້ນ​ສານ ພະ​ຍາ​ຍາມ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ເຮົາ​ເຫັນ​ປະ​ຫວັດ” ໂທ​ລະ​ສັບ​ຂອງ​ລາວ ຂໍ້​ຄວາມ​ອື່ນໆ​ແລະ​ເອກ​ກະ​ສານ ໃນ​ຂະ​ນະ​ທີ່​ລູກ​ສາວ​ຂອງ​ລາວ ນາງ​ອີ​ວານ​ກາ ທ​ຣຳ ສະ​ມາ​ຊິກ​ສະ​ພາ​ພັກ​ຣີ​ພັບ​ບ​ລີ​ກັນ ແລະ​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳ ຮຽກ​ຮ້ອງ​ໃຫ້​ລາວ​ອອກ​ຄຳ​ສັ່ງ​ໃຫ້​ພວກ​ສະ​ໜັບ​ສະ​ໜຸນ​ລາວ​ຫຼາຍກວ່າ 800 ຄົນຢູ່​ໃນ​ຫໍ​ລັດ​ຖະ​ສະ​ພາ​ອອກ​ໄປ​ຈາກຕຶກ​ອາ​ຄານນັ້ນ.

ທ່ານ​ທອມ​ສັນ​ກ່າວ​ວ່າ “ສິ່ງ​ທີ່​ລາວ​ພວມ​ເຮັດ​ຢູ່ນັ້ນ​ກໍ​ແມ່ນ​ວິ​ທີ​ການ​ປະ​ຕິ​ບັດ​ຂອງ​ທ່ານ​ທ​ຣຳ ລາວ​ຍື່ນ​ຟ້ອງ ໄປ​ສານ ພະ​ຍາ​ຍາມ​ເຮັດ​ໃຫ້​ມີ​ການ​ຊັກ​ຊ້າ ແຕ່​ພວກເຮົາ​ເຊື່ອ​ວ່າ ພວກ​ເຮົາ​ຈະ​ສາ​ມາດ​ເຂົ້າ​ເຖິງ ເວ​ລາ 187 ນາ​ທີ​ດັ່ງ​ກ່າວ.”

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG