ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ກຳ​ມະ​ການ​ສືບ​ສວນເຫດ​ການ​ ​ວັນ​ທີ 6 ມັງ​ກອນ ​ເວົ້າ​ວ່າ ທ່ານທ​ຣຳ 'ຕັ້ງໃຈເລືອກ ທີ່ຈະບໍ່ດຳເນີນການ' ຕໍ່​ການກໍ່​ ຄວາມ​ຮຸນ​ແຮງ​ຂອງ​ຝຸງ​​ຄົນ


ວີ​ດິ​ໂອ​ທີ່​ ປະ​ທາ​ນາ​ມິ​ບໍ​ດີ​ທ​ຣຳ ບັນ​ທຶກຄຳ​ຖະ​ແຫລງ​ການ​ຂອງ​ທ່ານໃນ​ວັນ​ທີ 7 ມັງ​ກອນ, 2021 ຖືກ​ສາຍ​ໃນ​ຂະ​ນະ​ທີ່​ກຳ​ມະ​ກາ​ນ​ເລືອກ​ຕັ້ງ​ຂອງ​ສະ​ພາ​ຕ່ຳ ສືບ​ສວນ​ການ​ໂຈມ​ຕີຫໍ​ລັດ​ຖະ​ສະ​ພາ​ໃນ​ວັນ​ທີ 6 ມັງ​ກອນຢູ່​ໃນ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ໃນ​ວັນ​ທີ 21 ກໍ​ລະ​ກົດ, 2022.
ວີ​ດິ​ໂອ​ທີ່​ ປະ​ທາ​ນາ​ມິ​ບໍ​ດີ​ທ​ຣຳ ບັນ​ທຶກຄຳ​ຖະ​ແຫລງ​ການ​ຂອງ​ທ່ານໃນ​ວັນ​ທີ 7 ມັງ​ກອນ, 2021 ຖືກ​ສາຍ​ໃນ​ຂະ​ນະ​ທີ່​ກຳ​ມະ​ກາ​ນ​ເລືອກ​ຕັ້ງ​ຂອງ​ສະ​ພາ​ຕ່ຳ ສືບ​ສວນ​ການ​ໂຈມ​ຕີຫໍ​ລັດ​ຖະ​ສະ​ພາ​ໃນ​ວັນ​ທີ 6 ມັງ​ກອນຢູ່​ໃນ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ໃນ​ວັນ​ທີ 21 ກໍ​ລະ​ກົດ, 2022.

ບັນດາສະມາຊິກລັດຖະສະພາສະຫະລັດ ທີ່ສືບສວນການກໍ່ຄວາມວຸ້ນວາຍ ໃນວັນທີ 6 ມັງກອນ ທີ່ຫໍລັດຖະສະພາສະຫະລັດໃນປີກາຍນີ້ ກ່າວວ່າ ທ່ານດໍໂນລ ທຣຳ, ປະທານາທິບໍດີສະຫະລັດໃນຕອນນັ້ນ ເລືອກທີ່ຈະບໍ່ດຳເນີນການໃດໆ ເປັນເວລານານກວ່າ 3 ຊົ່ວໂມງ ຂະນະທີ່ຜູ້ສະໜັບສະໜູນ ຂອງທ່ານເປັນຫລາຍໆພັນຄົນ ໄດ້ບຸກ​ເຂົ້າ​ໄປ​ໃນ​ຫໍລັດຖະສະພາ ເພື່ອພະຍາຍາມສະກັດກັ້ນການຢັ້ງຢືນໄຊຊະນະ ໃນການເລືອກຕັ້ງຂອງທ່ານໂຈ ໄບ​ເດັນ.

"ປະທານາທິບໍດີທ​ຣຳນັ່ງຢູ່ໂຕະກິນເຂົ້າຂອງທ່ານ ແລະເບິ່ງການໂຈມຕີທາງໂທລະພາບໃນຂະນະທີ່ພະນັກ ງານຂັ້ນ​ສູງສ່ວນ​ໃຫຍ່ຂອງ​ທ່ານ, ທີ່ປຶກສາທີ່ໃກ້ຊິດ ແລະສະມາຊິກໃນຄອບຄົວຂອງ​ທ່ານໄດ້ອ້ອນວອນໃຫ້ທ່ານເຮັດໃນສິ່ງທີ່ຄາດວ່າ ປະທານາທິບໍດີອາເມຣິກາຈະ​ເຮັດ", ນັ້ນ​ຄື​ຄຳ​ເວົ້າ​ຂອງສະ​ມາ​ຊິກ​ສະ​ພາ​ຕ່ຳອີ​ເລນ ລູເຣຍ (Elaine Luria) ຈາກພັກ​ເດ​ໂມ​ແຄຣັດ ​ທີ່​ຢູ່ໃນຄະນະກໍາມະການນັ້ນ.

ສະມາຊິກສະ​ພາ​ຕ່ຳອາ​ດາມ ຄິ​ນ​ຊິງ​ເຈີ (Adam Kinzinger) ຊຶ່ງ​ເປັນ​ຜູ້​ນຶ່ງ​ອີກຢູ່ໃນຄະນະກໍາມະການກ່າວວ່າ ທ່ານທ​ຣຳ ບໍ່​ໄດ້ດຳ​ເນີນ​ການ​ໃດໆ ກໍຍ້ອນວ່າ ຝູງຊົນໄດ້ເຮັດ​ໃຫ້ການຢັ້ງຢືນນັ້ນ ຢຸດສະ​ງັກລົງ.

“ການ​ນັບ​ບັດ​ຢູ່​ຫ້ອງນັ້ນ​ ໄດ້ຖືກ​ຢຸດ​ລົງແທ້​ ແລະ​ໃນ​ທີ່​ສຸດ​ກໍຊັກ​ຊ້າ​ໄປ​ເປັນ​ຫລາຍ​ຊົ່ວ​ໂມງ. ຝູງພວກປະ​ທ້ວງເຮັດ​ໃຫ້​ບັນ​ລຸ​ ຕາມຈຸດປະສົງຂອງປະທານາທິບໍດີ ທ​ຣຳ, ສະນັ້ນ ແນ່ນອນ ທ່ານບໍ່ໄດ້ເຂົ້າ​ໄປແຊກແຊງ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານຄິນ​ຊິງ​ເກີ, ສະມາຊິກພັກຣີພັບບລີກັນຈາກລັດອີ​ລິ​ນອຍ. ທ່ານ​ກ່າວ​ຕໍ່​ໄປ​ວ່າ "ປະທານາທິບໍດີທ​ຣຳ ບໍ່ໄດ້​ພາດ​ໂອ​ກາດທີ່ຈະດຳ​ເນີນ​ການ. ...ທ່ານຕັ້ງ​ໃຈ ເລືອກທີ່ຈະບໍ່​ເຮັດ​ດຳ​ເນີນ​ການ."

ຄະນະ​ກຳມະການ​ຂອງ​ສະພາ​ຕ່ຳ​ 9 ທ່ານ ​ທີ່ສືບສວນເຫດ​ການ​ວຸ້ນ​ວາຍນີ້ ໄດ້ ເອົາພາບ​ຕັດ​ຕໍ່ຂອງ​ການໃຫ້​ການ​ທີ່​ບັນ​ທຶກ​ໄວ້​ໃນ​ວີ​ດິ​ໂອ​ຈາກ​ທີ່​ປຶກ​ສາ​ຄົນ​ສຳຄັນ​ໃນທຳນຽບຂາວຂອງ​ທ່ານທ​ຣຳ ​ມາສາຍໃຫ້​ເບິ່ງ ​ແລະ​ໄດ້​ເອົາ​ການ​ຖ່າຍ​ທອດ​ສົດ ຂອງວາ​ລະ​ໃຫ້​ການ ​ຈາກພະຍານອີກ 2 ຄົນ, ​ເພື່ອເປັນ​ຫລັກ​ຖານ​ໃຫ້​ແກ່​ການ​ກ່າວ​ຫາ​ຂອງ​ເຂົາ​ເຈົ້າ​ທີ່​ເວົ້າວ່າ ທ່ານທ​ຣຳ ​ນັ່ງເບິ່ງ​ການ​ກໍ່​ຈາ​ລະ​ຈົນ​ທາງໂທລະ ພາບ ​ແລະບໍ່ໄດ້​ເຮັດຫຍັງເລີຍ ຕັ້ງ​ຫລາຍ​ຊົ່ວໂມງ ເພື່ອ​ເຮັດ​ໃຫ້​ມັນ​ຍຸ​ຕິ​ລົງ.

​ຜູ້​ແທນ​ສະ​ພາ​ຕ່ຳ Adam Kinzinger, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ Liz Cheney ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ​ທັງ​ສອງໄດ້​ເຂົ້າ​ຮ່ວມ ການ​ຮັບ​ຟັງ​ຄໍ​າ​ໃຫ້​ການສຳ​ລັບ​ການ​ສືບ​ສວນ​ການ​ໂຈມ​ຕີ​ໃນ​ວັນ​ທີ 6 ມັງ​ກອນ​ຕໍ່​ຫໍ​ລັດ​ຖະ​ສະ​ພາ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ກໍ​ລະ​ກົດ, 2022.
​ຜູ້​ແທນ​ສະ​ພາ​ຕ່ຳ Adam Kinzinger, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ Liz Cheney ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ​ທັງ​ສອງໄດ້​ເຂົ້າ​ຮ່ວມ ການ​ຮັບ​ຟັງ​ຄໍ​າ​ໃຫ້​ການສຳ​ລັບ​ການ​ສືບ​ສວນ​ການ​ໂຈມ​ຕີ​ໃນ​ວັນ​ທີ 6 ມັງ​ກອນ​ຕໍ່​ຫໍ​ລັດ​ຖະ​ສະ​ພາ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ກໍ​ລະ​ກົດ, 2022.

ໃນການກ່າວຄຳ​ປາ​ໄສ​ຂອງທ່ານ​ຕອນເປີດການ​ຮັບ​ຟັງ​ຄຳ​ໃຫ້​ການນັ້ນ, ສະ​ມາຊິກ​ສະ​ພາ​ຕ່ຳ, ທ່ານ​ເບນ​ນີ ທອມ​ສັນ (Bennie Thompson) ທີ່ສັງ​ກັດພັກເດໂມແຄຣດ ຈາກລັດມິ​ຊ​ຊິບ​ຊີ​ປີ (Mississippi) ທີ່ເປັນປະທານຄະນະກໍາມະການນີ້ ກ່າວວ່າ "ມັນເປັນເວລາຜ່ານ​ໄປ 187 ນາທີ ໃນວັນທີ 6 ມັງກອນ, ຜູ້ຊາຍຄົນນີ້ [ທ່ານທ​ຣຳ] ທີ່​ມີພະລັງງານແຫ່ງການທໍາລາຍແບບຄວບ​ຄຸມ​ບໍ່​ໄດ້​ນັ້ນ ບໍ່ສາມາດຖືກຊັກ​ຊວນໃຫ້ເຄື່ອນໄຫວໄດ້. ​ບໍ່​ເຮັດໄດ້​ໂດຍທີ່​ປຶກ​ສາ​ຂອງ​ທ່ານ, ບໍ່ເຮັດ​ໄດ້ໂດຍ​ພັນທະມິດ​ຂອງທ່ານ​, ບໍ່ເຮັດ​ໄດ້​ໂດຍ​ການ​ຮ້ອງ​ໂຮ​ເຕັມ​ໄປ​ດ້ວຍ​ຄວາມ​ຮຸນ​ແຮງ​ຂອງ​ພວກ​ກໍ່​ຈາ​ລະ​ຈົນ, ຫລື ບໍ່​ເຮັດ​ໄດ້ ໂດຍ​ການ​ອ້ອນວອນຢ່າງ​ສຸ​ດ​ຂີດ ​ຂອງ​ຜູ້​ທີ່​ປະ​ເຊີນ​ໜ້າ​ກັບ​ກຸ່ມ​ກໍ່​ຄວາມ​ຮຸນ​ແຮງນັ້ນ. ​ບໍ່ມີ​ໃຜ​ສາມາດຊັກ​ຊວນ​ໃຫ້ທ່ານ​ເຄື່ອນ​ໄຫວ​ໄດ້.”

ທ່ານ​ນາງລູ​ເຣຍ ກ່າວຕໍ່ອົງ​ການ​ຂ່າວ CNN ໃນຕົ້ນອາທິດນີ້ວ່າ ຄະນະກຳມະ ການຈະກວດ​ເບິ່ງ "ເປັນແຕ່​ລະນາທີໄປ" ວ່າ ​ທ່ານທ​ຣຳກຳລັງເຮັດຫຍັງຢູ່ ໃນ​ໄລ​ຍະເວລາ 3 ຊົ່ວໂມງ ແລະ 7 ນາທີ ໃນຕອນບ່າຍວັນທີ 6 ມັງກອນ ນັ້ນ- ນັບ​ຕັ້ງ​ແຕ່ສິ້ນ​ສຸດການກ່າວຄຳປາໄສຂອງທ່ານຢູ່ໃນການຊຸມນຸມທີ່ ຮຽກຮ້ອງໃຫ້ຜູ້ສະໜັບສະໜູນຂອງທ່ານຍ່າງໄປຫາຫໍ​ລັດ​ຖະ​ສ​ະ​ພາ ແລະເວົ້າ​ວ່າ "ສູ້ກັນຄືກັນກັບຢູ່ໃນນະລົກຫັ້ນ" ຈົນ​ໄປ​ເຖິງຕອນໃນ​ທີ່​ສຸດທ່ານບອກພວກເຂົາວ່າ ພວກເຂົາຄວນສະ​ຫລາຍຕົວອອກໄປສາ.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG