ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະກຳມະການວັນທີ 6 ມັງກອນ ກຳລັງສຳພາດທ່ານນາງ ຮົບ ຮິກສ໌, ອະ​ດີດ ທີ່ປຶກສາຂອງທ່ານທຣຳ


​ທ່ານນາງ ຮົບ ຮິກ​ສ໌ (Hope Hicks), ທີ່​ປຶກ​ສາຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ຍ່າ​ງ​ລົງ​ຈາກ​ເຮືອ​ບິນ​ Marine One ເພື່ອ​ຕິດ​ຕາມປະ​ທາ​ນາ​ທິ​ບໍ​ດີ ທ​ຣຳໄປ​ຂຶ້ນ​ຂີ່​ເຮືອ​ບິນ Air Force One ຂະ​ນະ​ທີ່​ທ່ານອອກ​ຈາກ​ຄ້າຍ Andrews Air Force Base, ລັດ​ແມ​ຣີ​ແລນ, ​ວັນ​ທີ 30 ກັນ​ຍາ 2020
​ທ່ານນາງ ຮົບ ຮິກ​ສ໌ (Hope Hicks), ທີ່​ປຶກ​ສາຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ຍ່າ​ງ​ລົງ​ຈາກ​ເຮືອ​ບິນ​ Marine One ເພື່ອ​ຕິດ​ຕາມປະ​ທາ​ນາ​ທິ​ບໍ​ດີ ທ​ຣຳໄປ​ຂຶ້ນ​ຂີ່​ເຮືອ​ບິນ Air Force One ຂະ​ນະ​ທີ່​ທ່ານອອກ​ຈາກ​ຄ້າຍ Andrews Air Force Base, ລັດ​ແມ​ຣີ​ແລນ, ​ວັນ​ທີ 30 ກັນ​ຍາ 2020

ຄະ​ນະ​ກຳ​ມະ​ການວັນ​ທີ 6 ມັງ​ກອນຂອງສະ​ພາຕ່ຳກຳ​ລັງ​ສຳ​ພາດ​ທ່ານນາງ ຮົບ ຮິກ​ສ໌ (Hope Hicks), ທີ່​ປຶກ​ສາຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ເປັນ​ເວ​ລາ​ດົນ​ນານ, ອີງຕາມ​ຜູ້​ທີ່​ຄຸ້ນ​ເຄີຍ​ກັບ​ການ​ສຳ​ພາດນັ້ນ ແລະ​ລາຍ​ງານ​ໂດຍ​ອົງ​ການ​ຂ່າວ​ເອ​ພີ (AP).

ໃນການໃຫ້ສໍາພາດໃນວັນອັງຄານມື້ນີ້ ແມ່ນມີຂຶ້ນຂະນະທີ່ການສືບສວນກໍາລັງ ຈະ​ສິ້ນ​ສຸດລົງ ແລະຂະ​ນະ​ທີ່ຄະນະກໍາມະໄດ້​ສົ່ງ​ໝາຍ​ສານໃຫ້ທ່ານ​ທ​ຣຳ ເຂົ້າ ສໍາພາດໃນຊຸມອາທິດທີ່ຈະມາເຖິງນີ້. ບຸກຄົນດັ່ງກ່າວໄດ້ຂໍຮ້ອງບໍ່​ໃຫ້ເປີດເຜີຍ​ຊື່ ໃນ​ການສົນ​ທະ​ນາ​ກ່ຽວກັບການພົບ​ປະກັນ​ທີ່​ປິດລັບດັ່ງ​ກ່າວ.

ທ່ານ​ນາງ​ຮິກ​ສ໌ ບໍ່ໄດ້ມີບົດບາດສໍາຄັນໃນການຕອບໂຕ້ຂອງທໍານຽບຂາວຕໍ່​ເຫດ​ການ​ຂອງວັນທີ 6 ມັງກອນ 2021, ການກໍ່​ຈາ​ລະ​ຈົນທີ່ຜູ້ສະຫນັບສະຫນູນ ທ່ານທ​ຣຳຫຼາຍຮ້ອຍຄົນໄດ້ເຂົ້າໄປໃນຫໍ​ລັດ​ຖະ​ສະ​ພາສະຫະລັດ ແລະຂັດຂວາງ ການຢັ້ງຢືນໄຊຊະນະຂອງປະທານາທິບໍດີໂຈ ໄບ​ເດັນ. ທີ່​ປຶກ​ສາ​ດ້ານ​ສື່​ສານ ເປັນ​ເວ​ລາ​ດົນ​ນານ​ຂອງ​ທ່ານທ​ຣຳ ຍັງ​ເຮັດ​ວຽກ​ຢູ່​ທີ່​ນັ້ນ​ ໃນ​ຕອນ​ນັ້ນ ແຕ່​ໄດ້​ອອກ​ຈາກ​ທຳ​ນຽບ​ຂາວ​ໃນ​ສີ່ ຫ້າ​ມື້​ຕໍ່​ມາ.

ຢ່າງໃດກໍຕາມ ທ່ານ​ນາງຮິກ​ສ໌ ເຄີຍເປັນທີ່​ປຶກ​ສາ ທີ່ໄວ້ວາງໃຈໄດ້ທີ່ສຸດຂອງ ທ່ານທ​ຣຳ. ແລະທ່ານນາງໄດ້ຖືກ​ລວມຢູ່ກຸ່ມ​ທີ່​ສົ່ງ-ຮັບຂໍ້ຄວາມ ແລະອີເມລ໌ ບາງອັນໃນມື້ນັ້ນ ກ່ອນການປາໄສຂອງປະທານາທິບໍດີໃນເວລານັ້ນຢູ່ນອກ ທໍານຽບຂາວ ແລະກ່ອນທີ່ຄວາມຮຸນແຮງຈະເກີດຂຶ້ນ, ອີງຕາມອົງການຂ່າວ CNN, ຊຶ່ງໄດ້ຮັບສໍາເນົາຂອງຂໍ້​ຄວາມຕ່າງໆ ທີ່ອະດີດຫົວຫນ້າທີ່​ປຶກ​ສາ ຂອງທໍານຽບຂາວ, ທ່ານ​ມາກ ມີ​ໂດ​ສ໌ (Mark Meadows) ມອບ​ໃຫ້.

ທ່ານ​ນາງຮິກ​ສ໌ ບໍ່ແມ່ນຄົນແປກຫນ້າເລີຍສຳ​ລັບການສືບສວນຂອງອະດີດຫົວ​ໜ້າຂອງທ່ານນາງ. ທ່ານນາງເປັນພະຍານຫຼັກໃນການສືບສວນກ່ຽວ​ກັບເລື້ອງ ຣັດເຊຍຂອງອະດີດໄອ​ຍະ​ການພິເສດ, ທ່ານ​ໂຣ​ເບີດ ມູ​ລ​ເລີ (Robert Mueller), ໄດ້ສົ່ງຂໍ້ມູນທີ່ສໍາຄັນໃຫ້ແກ່ຫ້ອງການໄອ​ຍະ​ການພິເສດ ກ່ຽວກັບ ຄວາມພະຍາຍາມຂອງທ່ານທ​ຣຳທີ່ຈະຂັດຂວາງການສືບສວນນັ້ນ.

ແຕ່ທ່ານນາງ ປະຕິເສດທີ່ຈະຕອບຄໍາຖາມກ່ຽວກັບຕອນ​ທີ່ທ່ານນາງເຮັດ​ວຽກ ຢູ່ໃນທໍານຽບຂາວທີ່​ຖາມ​ໂດຍພວກພັກເດໂມແຄຣັດໃນ​ສະ​ພາ​ຕ່ຳທີ່ກໍາລັງສືບ ສວນອະດີດປະທານາທິບໍດີໃນປີ 2019, ຫຼັງຈາກບົດລາຍງານຂອງທ່ານ​ມູ​ລ​ເລີ ອອກມາແລ້ວ, ໂດຍອ້າງເຖິງຄວາມເປັນ​ຫ່ວງກ່ຽວກັບສິດທິພິເສດ.

ໜັງ​ສື​ພິມ New York Times ​ເປັນ​ຜູ້ທໍາອິດ​ທີ່ໄດ້ລາຍງານກ່ຽວ​ກັບການສໍາ ພາດຂອງທ່ານ​ນາງຮິກ​ສ໌.

ຄະນະ​ກຳມະການວັນ​ທີ 6 ມັງກອນ​ນີ້ ​ໄດ້​ສຳພາດ​ພະຍານ​ຫຼາຍ​ກວ່າ 1,000 ຄົນ ​ໃນ​ນັ້ນ​ມີ​ທີ່​ປຶກ​ສາ​ຂອງ​ທຳນຽບຂາວ​ຫຼາຍ​ຄົນ, ​ແລະ​ໄດ້​ຢືນຢັນ​ວ່າ ທ່ານທ​ຣຳ ​ໄດ້​ຖືກ​ບອກ​ຊ້ຳ​ແລ້ວ​ຊ້ຳ​ອີກ​ໂດຍ​ທີ່​ປຶກສາ​ທີ່​ໃກ້ຊິດ​ທີ່​ສຸດ​ຂອງ​ທ່ານ ​ວ່າ​ທ່ານ​ໄດ້​ເສຍ​ໄຊ​ໃນການ​ເລືອກ​ຕັ້ງ​ປີ 2020 ແລ້ວ. ​ແຕ່​ທ່ານຍັງ​ສືບ​ຕໍ່​ເຜີຍ​ແຜ່​ຂໍ້​ກ່າວ​ອ້າງ​ບໍ່​ຖືກຕ້ອງ​ ກ່ຽວ​ກັບ​ການ​ສໍ້​ໂກງ​ການ​ເລືອກ​ຕັ້ງ​ຢ່າງ​ກວ້າງ​ຂວາງ, ​ແລະ​ພວກ​ສະໜັບສະໜຸນ​ທ່ານ​ ທີ່​ໄດ້​ບຸກ​ເຂົ້າ​ໄປ​ໃນ​ຫໍ​ສະ​ພາກໍ​ໄດ້​ກ່າວລຶ້ມ​ຄືນຄຳ​ເວົ້າຂອງ ທ່ານ​ຊ້ຳ​ແລ້ວ​ຊ້ຳອີກ.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG