ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມະການສືບສວນ ວັນທີ 6 ມັງກອນ ຈະເປີດການຮັບຟັງຄຳໃຫ້ການ ທີ່ບໍ່ໄດ້ແຈ້ງໃຫ້ຊາບລ່ວງໜ້າ ເພື່ອນຳສະເໜີຫຼັກຖານໃໝ່


ພາບຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ກຳລັງລົມໂທລະສັບ ກັບ ອົງການຂ່າວ Fox News ໃນການໃຫ້ສຳພາດ ໄດ້ຖືກນຳສະແດງໃຫ້ເຫັນໃນຈໍໃຫຍ່, ຂະນະທີ່ຄະນະກຳມະການສືບສວນຂອງສະພາຕ່ຳ ພວມນຳສະເໜີໃນເລື້ອງການໂຈມຕີ ຫໍລັດຖະສະພາ ໃນວັນທີ 6 ມິຖຸນາ ສືບຕໍ່ເຜີຍແບການພົບເຫັນຕ່າງໆ ໃນການສືບສວນທີ່ຍາວນານ, ວັນທີ 23 ມິຖຸນາ 2022.
ພາບຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ກຳລັງລົມໂທລະສັບ ກັບ ອົງການຂ່າວ Fox News ໃນການໃຫ້ສຳພາດ ໄດ້ຖືກນຳສະແດງໃຫ້ເຫັນໃນຈໍໃຫຍ່, ຂະນະທີ່ຄະນະກຳມະການສືບສວນຂອງສະພາຕ່ຳ ພວມນຳສະເໜີໃນເລື້ອງການໂຈມຕີ ຫໍລັດຖະສະພາ ໃນວັນທີ 6 ມິຖຸນາ ສືບຕໍ່ເຜີຍແບການພົບເຫັນຕ່າງໆ ໃນການສືບສວນທີ່ຍາວນານ, ວັນທີ 23 ມິຖຸນາ 2022.

ຄະນະກຳມະການສືບສວນຂອງສະພາຕ່ຳ ກ່ຽວກັບການໂຈມຕີຫໍລັດຖະສະພາສະຫະລັດ ໃນວັນທີ 6 ມັງກອນ ຈະຈັດການຮັບຟັງຄຳໃຫ້ການທີ່ບໍ່ໄດ້ແຈ້ງໃຫ້ຊາບລ່ວງໜ້າ ໃນວັນອັງຄານມື້ນີ້ “ເພື່ອນຳສະເໜີຫຼັກຖານທີ່ຫາກໍໄດ້ມາເມື່ອມໍ່ໆມານີ້ ແລະໄດ້ຮັບການໃຫ້ປາກຄຳຈາກພະຍານຄົນນຶ່ງ.”

ໃນຖະແຫລງການຂອງຄະນະກຳມະການ ​ທີ່ປະກາດກ່ຽວ​ກັບ​ການຮັບຟັງຄຳໃຫ້ການນັ້ນ ບໍ່ໄດ້ລະບຸໂຕຂອງພະຍານ ຫຼື ພະຍານຄົນອື່ນໆ ແມ່ນແຕ່ລາຍລະອຽດໃດໆຕື່ມອີກ ກ່ຽວກັບຫຼັກຖານທີ່ຕົນຈະນຳສະເໜີ.

ການຮັບຟັງຄຳໃຫ້ການ ໃນວັນອັງຄານມື້ນີ້ ແມ່ນບໍ່​ຄາດຄິດ ເພາະວ່າ ຄະນະກຳມະການນີ້ ໄດ້ກ່າວໄປແລ້ວວ່າ ການຮັບຟັງຄຳໃຫ້ການຄັ້ງຕໍ່ໄປ ຈະມີຂຶ້ນໃນເດືອນກໍລະກົດ ໂດຍຈະເພັ່ງເລັງໃສ່ເລື້ອງຂອງພວກຫົວຮຸນແຮງພາຍໃນປະເທດ ຜູ້ທີ່ໄດ້ບຸກເຂົ້າໄປໃນຫໍລັດຖະສະພາ ແລະການກະທຳຕ່າງໆຂອງອະດີດປະທາ ນາທິບໍດີ ດໍໂນລ ທຣຳ ໃນຂະນະທີ່ການໂຈມຕີກຳລັງດຳເນີນໄປຢູ່ນັ້ນ.

ພວກສະໜັບສະໜຸນທ່ານທຣຳ ໄດ້ບຸກລຸກເຂົ້າໄປໃນຫໍລັດຖະສະພາ ໃນຂະນະທີ່ບັນດາສະມາຊິກສະພາທັງຫຼາຍ ພວມເຂົ້າປະຊຸມເພື່ອຢັ້ງຢືນໄຊຊະນະການເລືອກຕັ້ງ ປີ 2020 ຂອງທ່ານໂຈ ໄບເດັນ.

ການຮັບຟັງຄຳໃຫ້ການຂອງຄະນະກຳມະການ ເມື່ອຫ້າຄັ້ງກ່ອນ ໄດ້ນຳໃຊ້ວີດີໂອຂອງການໂຈມຕີ ເທັບສຽງບັນທຶກຄຳໃຫ້ການ ແລະການສຳພາດສົດຫຼາຍຄົນ ເພື່ອສະແດງໃຫ້ເຫັນວ່າ ທ່ານທຣຳ ແລະພວກພັນທະມິດຂອງທ່ານ ຫາທາງທີ່ຈະກົດດັນອະດີດຮອງປະທານາທິບໍດີ ໄມຄ໌ ເພັນສ໌, ກະຊວງຍຸຕິທຳ ແລະບັນດາເຈົ້າໜ້າທີ່ຂອງລັດ ທີ່ກຳລັງຢັ້ງຢືນຜົນການເລືອກຕັ້ງນັ້ນ ແນວໃດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG