ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເຈມສ໌ ໄບເດັນ ກ່າວຕໍ່ສະມາຊິກສະພາວ່າ ທ່ານໂຈ ໄບເດັນ ບໍ່ໄດ້ມີສ່ວນຮ່ວມໃດໆ ໃນຂໍ້ຕົກລົງຂອງທຸລະກິດຄອບຄົວ


ທ່ານເຈມສ໌ ໄບເດັນ, ນ້ອງຊາຍຂອງປະທານາທິບໍດີ ໂຈ ໄບເດັນ, ຍ່າງອອກມາຈາກການສໍາພາດສ່ວນບຸກຄົນ ກັບສະພາຕໍ່າພັກຣີພັບບຣິກັນ ໃນລະຫວ່າງເວລາພັກ, ຢູ່ທີ່ຕຶກຫ້ອງການ Thomas P. O'Neill House Office Building ຂອງຫໍລັດຖະສະພາໃນນະຄອນຫຼວງວໍຊິງຕັນ, ວັນທີ 21 ກຸມພາ 2024.
ທ່ານເຈມສ໌ ໄບເດັນ, ນ້ອງຊາຍຂອງປະທານາທິບໍດີ ໂຈ ໄບເດັນ, ຍ່າງອອກມາຈາກການສໍາພາດສ່ວນບຸກຄົນ ກັບສະພາຕໍ່າພັກຣີພັບບຣິກັນ ໃນລະຫວ່າງເວລາພັກ, ຢູ່ທີ່ຕຶກຫ້ອງການ Thomas P. O'Neill House Office Building ຂອງຫໍລັດຖະສະພາໃນນະຄອນຫຼວງວໍຊິງຕັນ, ວັນທີ 21 ກຸມພາ 2024.

ທ່ານເຈມສ໌ ໄບເດັນ James Biden) ກ່າວຕໍ່ບັນດານັກສືບສວນຂອງລັດຖະສະພາວ່າ ອ້າຍຂອງທ່ານ, ປະທານາທິບໍດີ ໂຈ ໄບເດັນ "ບໍ່ເຄີຍມີສ່ວນກ່ຽວ ຂ້ອງໃດໆ" ໃນການດຳເນີນທຸລະກິດຂອງຄອບຄົວ ໃນລະຫວ່າງທີ່ ທ່ານເຈມສ໌ ໄບເດັນ ປາກົດໂຕໃນການໃຫ້ການ ຢູ່ທີ່ຫໍລັດຖະສະພາ ໃນວັນພຸດວານນີ້ ເຊິ່ງເປັນສ່ວນນຶ່ງຂອງການສອບສວນຈາກການຟ້ອງຮ້ອງຂອງພັກຣີພັບບລີກັນ, ອີງຕາມລາຍງານຂອງອົງການຂ່າວ AP.

"ຂ້າພະເຈົ້າມີອາຊີບ 50 ປີທີ່ລົງທຶນໃນດ້ານທຸລະກິດຫຼາຍຢ່າງ. ປະທານາທິບໍດີ ໂຈ ໄບເດັນ ບໍ່ເຄີຍມີສ່ວນຮ່ວມ ຫຼື ມີຜົນປະໂຫຍດໂດຍກົງ ແລະທາງອ້ອມທາງດ້ານການເງິນໃນກິດຈະການເຫຼົ່ານັ້ນ," ທ່ານ ໄບເດັນ ຜູ້ເປັນ​ນ້ອງ​ກ່າວຢູ່ໃນຖະແຫຼງການ ທີ່ເຜີຍແຜ່ໂດຍອົງການຂ່າວ AP ວ່າ "ບໍ່ມີເລີຍ."

ການສອບ​ປາກ​ຄຳ ທ່ານເຈມສ໌ ໄບເດັນ ແມ່ນການດໍາເນີນງານຄັ້ງຫຼ້າສຸດຂອງບັນດາສະມາຊິກສະພາ GOP ໄດ້ປະຕິບັດເມື່ອບໍ່ດົນມານີ້ ໃນຂະນະທີ່ພວກເຂົາພະຍາຍາມຫາວິທີທີ່ຈະສ້າງຄວາມເຂັ້ມແຂງໃຫມ່ສໍາລັບຂັ້ນຕອນຂອງການຟ້ອງຮ້ອງກ່ຽວກັບການເງິນຢູ່ຕ່າງປະເທດໂດຍລວມ ຂອງຄອບຄົວໄບເດັນ ທີ່ ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ ເມື່ອບໍ່ເທົ່າໃດເດືອນທີ່ຜ່ານມາ.

ມີການວິຈານເພີ້ມຂຶ້ນກ່ຽວກັບການຂາດຫຼັກຖານທີ່ກ່ຽວຂ້ອງໂດຍກົງກັບປະທາ ນາທິບໍດີ ລວມທັງບັນດາສະມາຊິກພັກຣີພັບບລີກັນທີ່ໂຍນຄວາມຜິດໃສ່ການກ່າວຫາ ທ່ານໄບເດັນ ແບບເຢັນຊາວ່າ ມີສ່ວນກ່ຽວຂ້ອງໂດຍກົງ ໃນຄວາມພະຍາຍາມຂອງສະມາຊິກພາຍໃນຄອບຄົວຂອງທ່ານ ທີ່ຈະໃຊ້ນາມສະກຸນເຂົ້າໃນລະບົບເງິນເດືອນຂອງບໍລິສັດທີ່ຕັ້ງຢູ່ພາຍໃນ ແລະຕ່າງປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG