ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດເນເຊຍ ຈະຕິດຕັ້ງ ກ້ອງວົງຈອນປິດ ທົ່ວນະຄອນ ຈາກາຕາ


ບັນທຶກພາບ ຕຳຫລວດ ອິນໂດເນເຊຍ ຢືນຍາມ ຢູ່ຕໍ່ໜ້າພວກປະທ້ວງ.
ບັນທຶກພາບ ຕຳຫລວດ ອິນໂດເນເຊຍ ຢືນຍາມ ຢູ່ຕໍ່ໜ້າພວກປະທ້ວງ.

ຜູ້ປົກຄອງນະຄອນ Jakarta ​ໄ​ດ້ປະກາດ​ແຜນທີ່​ຈະ​ຕິດ​ຕັ້ງ
ກ້ອງຖ່າຍ​ວົງຈອນປິດ ຫລາຍ​ຮ້ອຍ​ໜ່ວຍ ​ຢູ່ໃນນະຄອນ
ຫລວງອິນໂດເນເຊຍ ຫລັງ​ຈາກ​ສະໜາມ ບິນ​ນາໆ​ຊາດ
Jakarta ​ໄດ້​ຖືກຈັດວ່າ ເປັນ​ນຶ່ງຂອງສະໜາມບິນ ທີ່​ບໍ່​ມີ​
ຄວາມ​ປອດ​ໄພ​ທີ່​ສຸດ ຢູ່​ໃນ​ບັນດາ​ເມືອງ​ໃຫຍ່ໆ​ຂອງ​ໂລກ.

ທ່ານ Basuki Tjahaja Purnama ທີ່​ຮູ້​ກັນ​ດີທົ່ວໄປວ່າ
Ahok ກ່າວ​ວ່າ ກ້ອງ​ຖ່າຍວົງ​ຈອນ​ປິດ 2,500 ໜ່ວຍ ຈະ
ສັງເກດເບິ່ງ​ປະຊາຊົນ ​ແລະ​ຊ່ວຍ​ເຫລືອ​ຕຳຫລວດ​ໃນ​ຕິດ
ຕາມເບິ່ງເຫດການຕ່າງໆຢູ່​ໃນ​ແຕ່​ລະ​ຄຸ້ມຂອງ​ນະຄອນຫຼວງ.

ທ່ານ​ໄດ້​ກ່າວ​ເພີ້​ມ​ເຕີມວ່າ ຍ້ອນ​ຄວາມທຸກ​ຈົນທີ່​ເປັນສາ​ເຫດ ​ພາໃຫ້ມີການ​ກະ ທຳ​ຜິດ ລັດຖະບານຈະ​ແກ້ໄຂ​ບັນຫາ​ນີ້ໂດຍລະບຸໂຕແລະ​ຊ່ວຍ​ປະຊາຊົນ​ຮັບມື ກັບບັນຫາທາງ
ດ້ານເສດ​ກິດ.

​ໃນ​ຂະນະ​ດຽວ​ກັນ ຜູ້ບັນຊາການ​ຕຳຫລວດ​ປະຈຳ​ນະຄອນຫຼວງ ທ່ານ Unggung
Cahyono ກ່າວ​ວ່າ ບັນດາ​ປ້ອມ​ຍາມຕຳຫລວດຕ່າງໆ ຈະ​ຈັດ​ຕັ້ງ​ຂື້ນ​ຢູ່​ທຸກໆ​ແຈ​ຂອງ
ນະຄອນຫລວງ ພ້ອມ​ປະກອບ​ອາວຸດ​ຢ່າງ​ຄົບ​ຖ້ວນໃຫ້ແກ່ ​ເຈົ້າ​ໜ້າ​ທີ່​ໃນ​ການ​ຕຽມ​ພ້ອມ
ທີ່​ຈະ​ຮັບມືກັບພວກ​ກະ​ທຳ​ຜິດ.

​ໃນ​ຕົ້ນ​ອາທິດ​ນີ້ ດັດຊະນີ​ປີ 2015 ຂອງບັນດາ​ເມື​ອງ ທີ່​ມີ​ຄວາມ​ປອດ​ໄພ​ທີ່​ສຸດ ຢູ່​ໃນ​ໂລກ
ລາຍ​ງານ​ໂດຍ ໜ່ວຍ​ສືບ​ລັບ The Economist ​ໄດ້​ຮ້ອງ ນະຄອນ Jakarta ວ່າ ​ເປັນ​
ເມືອງ​ທີ່​ບໍ່​ມີ​ຄວາມ​ປອດ​ໄພ​ທີ່​ສຸດ​ຢູ່ໃນ​ໂລກ.

ນະ​ຄອນ Tehran, Ho Chi Minh, Johannesburg ​ແລະ Riyadh ກໍປະ ກອບເປັນຫ້າ
ຫົວເມືອງທີ່ມີຊື່ຢູ່ລຸ່ມສຸດ. ນະຄອນ​ Tokyo ​ໄດ້​ຢູ່​ໃນ​ລະດັບ​ທີ່ມີ​ຄວາ​ມປອດ​ໄພ​ທີ່​ສຸດຂອງ
​ເມືອງ​ໃຫຍ່​ຢູ່​ໃນ​ໂລກ ຕິດຕາມ​ມາ​ດ້ວຍ Singapore, Osaka Stockholm ​ແລະ Armsterdam​.

XS
SM
MD
LG