ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກໂທດ ທີ່ຄຸກ ຈາກາຕ້າ ພາກັນຕື່ນເຕັ້ນ ຮ່ວມປ່ອນບັດ ໃນການເລືອກຕັ້ງທ້ອງຖິ່ນ


ເຈົ້າໜ້າທີ່ເລືອກຄັ້ງຄົນນຶ່ງ ກຳລັງນັບບັດຄະແນນສຽງ ເອົາຜູ້ປົກຄອງ ນະຄອນຫລວງຈາກາຕ້າ.
ເຈົ້າໜ້າທີ່ເລືອກຄັ້ງຄົນນຶ່ງ ກຳລັງນັບບັດຄະແນນສຽງ ເອົາຜູ້ປົກຄອງ ນະຄອນຫລວງຈາກາຕ້າ.

ບາງທີ ​ເພາະ​ວ່າ ປະຊາທິປະ​ໄຕ​ໃນ​ອິນ​ໂດ​ເນ​ເຊຍ​ຍັງ​ໜຸ່ມ​ຢູ່ ມີອາຍຸພຽງ​ແຕ່ 19 ປີ​ເທົ່າ​ນັ້ນ ອິນ​ໂດ​ເນ​ເຊຍ​ຈຶ່ງປາກົດວ່າ ມີຄວາມ​ຕື່ນ​ເຕັ້ນກ່ຽວ​ກັບ​ໂອກາດ​ການ​ໄປ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ. ປະ​ເທດ​ໄດ້​ໃຫ້​ອະນຸ​ຍາດ​ຢ່າງແປກໆ​ແກ່ສິດທິ​ປະຊາ ຊົນ​ທີ່​ບໍ່​ຄາດ​ຝັນ. ​ແມ່ນ​ແຕ່ພວກ​ນັກ​ໂທດ​ ຢູ່​ໃນ​ຄຸກຂອງ​ປະ​ເທດ​ ກໍລົງ​ຄະ​ແນນ​ສຽງຢູ່​ໃນການ​ເລືອກ​ຕັ້ງຂົງ​ເຂດ ໃນ​ວັນ​ພຸດ​ວານ​ນີ້ຢູ່​ທົ່ວ​ ອິນ​ໂດ​ເນ​ເຊຍ ຮວມທັງ​ບ່ອນ​ທີ່​ມີ​ການ​ແຂ່ງຂັນ ການ​ຢ່າງດຸ​ເດືອດ​ເອົາ ​ເອົາຜູ້​ປົກ​ຄອງ​ນະຄອນ Jakarta.

​ເຖິງ​ແມ່ນ​ວ່າ​ທະຫານ​ບໍ່​ສາມາດ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ໄດ້​ຢູ່​ໃນ​ອິນ​ໂດ​ເນ​ເຊ​ຍ ພວກ​ນັກ​ໂທດ​ທີ່​ຮັບ​ໃຊ້​ໂທດ​ຕ່ຳກວ່າ​ຫ້າປີສາມາດ​ປ່ອນ​ບັດ​ໄດ້. ​ແລະ​ຫລາຍ​ພັນ​ຄົນ​ ພາກັນປ່ອນ​ບັດ​ຢ່າງ​ເປັນ​ລະບຽບ ​ແມ່ນ​ທັງ​ມີ​ຄວາມ​ມ່ວນ​ຊື່ນ ບ່ອນ​ປ່ອນ​ບັດ​ຢູ່​ຄຸກ​ຕ່າງໆ ​ອ້ອມ​ແອ້ມ​ນະຄອນຫຼວງ Jakarta ​ໃນວັນ​ພຸດ​ວານ​ນີ້.

ຜູ້ຊາຍຄົນນຶ່ງ ສະແດງໃຫ້ເຫັນນໍ້ເມິກຢູ່ນີ້ວມືຂອງລາວ ຫລັງຈາກປ່ອນບັດທີ່ນະຄອນຢາກາຕາ.
ຜູ້ຊາຍຄົນນຶ່ງ ສະແດງໃຫ້ເຫັນນໍ້ເມິກຢູ່ນີ້ວມືຂອງລາວ ຫລັງຈາກປ່ອນບັດທີ່ນະຄອນຢາກາຕາ.



ການ​ລົງ​ຄະ​ແນນ​ສຽງ​ຂອງ​ເຂົາ​ເຈົ້າ​ສ່ວນ​ໃຫຍ່ໄດ້​ສະທ້ອນ​ໃຫ້​ເຫັນ​ເຖິງ​ແບ່ງ​ແຍກ​ຈຳ​ນວນ​ບັດ​ລົງ​ຄະ​ແນນ​ສຽງ​ທັງ​ໝົດ ​ຢູ່​ໃນ​ການ​ເລືອກ​ຕັ້ ​ໃນນະຄອນ Jakarta ທີ່ຜູ້​ປົກຄອງ​ນະຄອນຢູ່​ໃນ​ຕຳ​ແໜ່​ງ ທ່ານ Basuki “Ahok” Tjahaja Purnama ​ໄດ້​ຊະນະ​ປະມານ 43 ​ເປີ​ເຊັນ ອະດີດ​ລັດ ຖະມົນຕີ ທ່ານ Anies Baswedan ​ໄດ້​ຄະ​ແນນ​ປະມານ 40 ​ເປີ​ເຊັນ ​ແລະ​ທ່ານ Agus Yudhoyono ລູກ​ຊາຍ​ຂອງ​ອະດີດ​ປະທານາທິບໍດີ ​ໄດ້​ຮັບ​
ຄະ​ແນນ17 ​ເປີ​ເຊັນ. ​ໃນ​ເມື່ອ​ວ່າບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ຄະ​ແນນຢ່າງ​ໜ້ອຍ 50 ​ເປີ​ເຊັນ ຂອງ​ການ​ລົງ​ຄະ​ແນນສຽງ ທັງ​ໝົດ ທ່ານ Ahok ​ແລະ​ທ່ານ Baswedan ມີ​ສິດ​ຈະ​ເຂົ້າ​ແຂ່ງຂັນ​ໃນ​ຮອບ​ສຸດ​ທ້າ​ຍ​ໃນ​ເດືອນ​ເມສາ ອີງຕາມ​ກົດ​ລະບຽບ​ການເລືອກ​ຕັ້ງ​ຂອງ​ນະຄອນຫຼວງ Jarkata.

ອ່ານຂ່າງນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG