ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ປົກຄອງ ນະຄອນ Jakarta ຖືກຕັດສິນ ຕິດຄຸກ 2 ປີ ຖານປະໝາດ ສາສະໜາ


ຜູ້​ປົກຄອງນະຄອນ Jakarta ທ່ານ Basuki "Ahok" Tjahaja Purnama (ກາງ) ກຳລັງຖືກນຳພາ ໂດຍໄອຍະການ ເຂົ້າໄປໃນສານ.
ຜູ້​ປົກຄອງນະຄອນ Jakarta ທ່ານ Basuki "Ahok" Tjahaja Purnama (ກາງ) ກຳລັງຖືກນຳພາ ໂດຍໄອຍະການ ເຂົ້າໄປໃນສານ.

ຜູ້​ປົກຄອງນະຄອນ Jakarta ທີ່​ເປັນ​ຄົນ​ຈີນ ​ນັບຖື​ສາສະໜາ​ຄຣິສ ​ໄດ້​ຖືກ​ຕັດສິນ​ລົງ​
ໂທດ​ໃຫ້ຕິ​ດຄຸກ​ສອງ​ປີ ຫຼັງ​ຈາກ​ພົບ​ເຫັນ​ວ່າ​ມີຄວາມ​ຜິດ​ໃນ​ຖານໝິ່ນ​ປະໝາດ ​ສາສະ
ໜາ​ອິສລາມໃນ​ຄະດີ​ທີ່​ຖືກ​ເບິ່ງ​ກັນ​ວ່າ​ເປັນ​ການ​ທົດ​ສອບ​ກ່ຽວ​ກັບ​ການ​ໂຍະຍານ​ຜ່ອນ
ຜັນ​ໃນ​ການ​ນັບຖືສາສະໜາ​ຂອງອິນ​ໂດ​ເນ​ເຊຍ.

ການ​ຕັດສິນ​ລົງ​ໂທດ ທີ່ໜັກໄປ​ກວ່າ ​ທີ່​ທາງໄອ​ຍະ​ການຕ້ອງການ​ນັ້ນ ​ໄດ້​ມີ​ຂຶ້ນ​ບໍ່​ຮອດ
​ນຶ່ງ​ເດືອນ ຫຼັງ​ຈາກທ່ານ​ໄດ້​ເສຍໄຊ​ໃນການ​ເລືອກ​ຕັ້ງ​ທີ່​ຈະ​ຢູ່​ໃນ​ຕຳ​ແໜ່​ງ ຂອງ​ທ່ານ
ຕໍ່​ໄປ.

ຜູ້​ພິພາກສາ​ກ່າວ​ວ່າ “ຈຳ​ເລີຍ Busuki Tjahaya Purnama ຊຶ່ງມີຊື່​ຫລິ້ນ​ວ່າ Ahok
ນັ້ນ ​ໄດ້ພົບ​ເຫັນ​ວ່າ​ ມີ​ຄວາມ​ຜິດ​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ​ເຊື່ອ​ວ່າ​ມີ​ຄວາມ​ຜິດ ​ໃນ
ການ​ໝິ່ນປະໝາດສາສະໜາ​ອິສລາມ ​ແລະ​ຕິດ​ຄຸກ​ສອງ​ປີ.”ໃນເດືອນ​ແລ້ວ​ນີ້ ​ໄອ​ຍະ​
ການໄດ້ຮຽກ​ຮ້ອງ ໃຫ້​ຍົກເລີກ​ການຟ້ອງ​ໃນທຸກ​ຂໍ້​ຫາ​ໝິ່ນປະໝາດສາສະໜາ​ອິສລາມ
​ ​ເພື່ອ​ແລກປ່ຽນ​ກັບ​ການ​ກ່າວ​ຫາທີ່ເບົາ​ລົງ​ມາກ່ຽວ​ກັບ​ການ “ເຜີຍແຜ່​ຄວາມ​ກຽດ​ຊັງ” ​
ແຕ່​ວ່າ​ໃນ​ວັນ​ອັງຄານ​ມື້​ນີ້ ​ບັນດາ​ຜູ້​ພິ ພາກສາປາກົດ​ວ່າ​ບໍ່​ຫົວຊາ​ກັບ​ຂໍ້​ສະ​ເໜີ​ດັ່ງກ່າວ.

ທ່ານ Ahok ​ໄດ້​ຖືກ​ດຳ​ເນີນ​ຄະດີ​ໃນເດືອນ​ທັນ​ວາປີ​ກາຍ ກ່ຽວ​ກັບ​ຂໍ້​ກ່າວ​ຫາ ທີ່ ທ່ານ
​ໄດ້ໝິ່ນປະໝາດ​ສາສະໜາ​ອິສລາມ ​ໃນ​ຂະນະ​ທີ່​ມີ​ການໂຄສະ​ນາ​ຫາ​ສຽງ​ຢູ່ ເກາະ​ດອນ
​ນຶ່ງ ​ໃກ້​ກັບ​ນະຄອນຫລວງ Jakarta​. ທ່ານ Ahok ​ໄດ້​ອ້າງ​ຄຳ​ເວົ້າຂອງ​ວັກ​ນຶ່ງໃນຄຳ​
ພີ Quran ​ເພື່ອ​ພິສູດ​ໃຫ້​ບັນດາ​ຜູ້ສະ​ໜັບສະ​ໜູນ​ທ່ານຮູ້ວ່າ ບໍ່​ມີ​ການຈຳກັດ​ສຳລັບຊາວ
​ມຸສລິ​ມ ​ໃນ​ການລົງ​ຄະ​ແນນ​ສຽງ​ໃຫ້​ແກ່​ພວກ​ນັກ​ການ​ເມືອງ​ທີ່​ບໍ່​ແມ່ນ​ມຸສລິ​ມ. ຄຳ​ຖະ​
ແຫລ​ງຂອງ​ທ່ານ​ໄດ້​ຖືກ​ກວດ​ແກ້ ​ແລະນຳ​ອອກ ແຜ່​ຢ່າງ​ກວ້າງຂວາງ​ທາງ​ສື່ສັງຄົມ​ຊຶ່ງ
​ໄດ້​ກໍ່​ໃຫ້ເກີດ​ການເດີນ​ປະ​ທ້ວງແລະ​ແມ່ນ​ກະ​ທັງ​ມີ​ການຂົ່ມຂູ່ຕໍ່​ທ່ານ ​ໄລລະຫວ່າງ​ການ
​ໂຄສະນາ​ຫາສຽງຢູ່​ໃນທ້ອງ​ຖິ່ນ.

“ພວກ​ເຮົາ​ຈະຂໍ​ອຸທອນ” ​ທ່ານ Ahok ​ໄດ້​ກ່າວ​ຫຼັງ​ຈາກ​ການ​ຕັດສິນ​ແລ້ວ. ທ່ານ​ຍັງ​ໄດ້​
ຖືກ​ພາ​ອອກໄປຈາກ​ສານໃນທັນ​ທີ ​ແຕ່​ບໍ່​ຮູ້​ວ່າ ທ່ານ​ໄດ້​ຖືກ​ກັກ​ຂັງ​ໂດຍ​ກົງ ​ຫລື​ບໍ່.

ຢູ່​ໃນ​ຄຳ​ຕັດສິນນັ້ນ ບັນດາ​ຜູ້​ພິພາກສາ​ຍັງ​ກ່າ​ວວ່າ ຄະດີນີ້​ບໍ່​ມີ​ຫຍັງ​ກ່ຽວຂ້ອງ​ກັບ​ການ
​ເລືອກ​ຕັ້ງທ້ອງ​ຖິ່ນ.

ປະທານຄະນະຜູ້​ພິພາກສາ ທ່ານ Dwiarso Budisantiarto ກ່າວ​ວ່າ “ຄະດີ​ນີ້​ມີ​
ຄວາມຜິດ​ຢ່າງ​ແທ້​ຈິງ ບໍ່​ມີ​ຫຍັງ​ພົວພັນ​ກັບ​ການ​ເລືອກ​ຕັ້ງ​ເລີຍ.”

​ເຖິງ​ແມ່ນ​ວ່າ 87​ ​ເປີ​ເຊັນ​ຂອງ​ຊາວ​ອິນ​ໂດ​ເນ​ເຊຍເປັນ​ມຸສລິ​ມກໍ​ຈິງ ​ແຕ່​ລັດຖະບານ​
ຂອງ​ປະ​ເທດ​ດັ່ງກ່າວ ​ແມ່ນ​ບໍ່​ຫຍຸ້ງ​ກ່ຽວ​ພົວພັນ​ກັບ​ສາສະໜາ​ເລີຍ ​ແລະ​ລັດຖະທຳ​
ມະນູນ​ຂອງ​ປະ​ເທດ ​ໄດ້​ໃຫ້ການ​ຄຸ້ມ​ຄອງ 6 ສາສະໜາ ​ແລະ​ກໍ​ບໍ່​ໄດ້​ໃຫ້ສິດ​ພິ​ເສດ​
ໃດໆ​ແກ່​ສາສະໜາ​ອິສລາມ​ເລີຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Indonesia Blasphemy
please wait
Embed

No media source currently available

0:00 0:01:40 0:00

XS
SM
MD
LG