ການນັບຄະແນນສຽງຢ່າງວ່ອງໄວ ໃນການເລືອກຕັ້ງຜູ້ປົກຄອງນະຄອນຫລວງຈາກາຕ້າ
ໃນວັນພຸດມື້ນີ້ ສະແດງໃຫ້ເຫັນວ່າ ຈະມີການປ່ອນບັດຮອບສອງໃນ ເດືອນເມສາຈະມານີ້.
ການສຳຫຼວດສະແດງໃຫ້ເຫັນວ່າທ່ານ Basuki “Ahok” Tjahaja Purnama ມີຄະແນນ
ນຳໜ້າໝູ່ ກາຍ 40 ເປີເຊັນໜ້ອຍນຶ່ງ. ທ່ານ Anies Baswedan ໄດ້ຮັບຄະແນນສຽງເປັນ
ທີສອງ ຫຼຸດຜູ້ທີນຶ່ງ ບໍ່ເທົ່າໃດເປີເຊັນ ໃນຂະນະທີ່ທ່ານ Agus Harimurti Yudhoyono
ໄດ້ຮັບຄະແນນສຽງ ເປັນທີ 3 ປະມານ 15 ເປີເຊັນ.
ຜົນການນັບຄະແນນສຽງຢ່າງເປັນທາງການ ຍັງບໍ່ທັນມີການປະກາດເທື່ອ ຈົນເທົ່າວັນທີ
27 ກຸມພາ.
ທ່ານ Purnama ຜູ້ປົກຄອງນະຄອນຈາກາຕ້າທີ່ລົງແຂ່ງຂັນເອົາຕຳແໜ່ງຕື່ມອີກ ແມ່ນ
ເປັນຄົນອິນໂດເນເຊຍເຊື້ອສາຍຈີນ ແລະ ນັບຖືສາສະໜາຄຣິສນຳອີກ ເຮັດໃຫ້ທ່ານ
ກາຍເປັນຄົນກຸ່ມນ້ອຍສອງຕໍ່. ທ່ານໄດ້ຮັບຄວາມນິຍົມຈາກປະຊາ ຊົນຊັ້ນກາງ ໃນ
ການດຳເນີນຄວາມພະຍາຍາມຂອງທ່ານ ຕໍ່ຕ້ານການສໍ້ລາດບັງຫຼວງ ແລະປັບປຸງ
ຄຸນນະພາບຂອງຊີວິດ ນັ້ນ ໄດ້ຖືກກ່າວຫາວ່າ ໝິ່ນປະໝາດ ສາສະໜາອິສລາມ ຊຶ່ງ
ເປັນຄວາມຜິດທາງອາຍາ ທີ່ໄດ້ເລີ້ມຂຶ້ນໃນເດືອນກັນຍາ ປີກາຍ ແລະ ທ່ານກຳລັງ
ຖືກດຳເນີນຄະດີຢູ່.
ຄູ່ແຂ່ງທັງສອງຂອງທ່ານ Purnama ແມ່ນເປັນຊາວມຸສລິມ.
ທ່ານ Yudhoyono ມີຊັ້ນເປັນພັນຕີ ຈົນເທົ່າທ່ານລາອອກ ເພື່ອສະໝັກເຂົ້າແຂ່ງຂັນ
ເອົາຕຳແໜ່ງດັ່ງກ່າວແມ່ນລູກຊາຍກົກຂອງທ່ານ Susilo Bambang Yudhoyono
ອະດີີດປະທານາທິບໍດີອິນໂດເນເຊຍ. ເຖິງແມ່ນວ່າລູກຊາຍຂອງ ທ່ານ ບໍ່ເຄີຍຮັບ
ໜ້າທີ່ທາງພົນລະເຮືອນມາກ່ອນກໍຈິງ ທ່ານໃຫ້ການຄ້ຳປະກັນແກ່ຜູ້ມີສິດປ່ອນບັດ
ໃນລະຫວ່າງ ການໂຄສະນາຫາສຽງວ່າ ທ່ານພ້ອມແລ້ວ ທີ່ຈະເປັນເຈົ້າຄອງນະຄອນ
ຄົນຕໍ່ໄປ.
ທ່ານທ່ານ Baswedan ແມ່ນເປັນນັກວິຊາການແລະອະດີດລັດຖະມົນຕີກະຊວງ
ສຶກສາ ໃນລັດຖະບານຂອງທ່ານ Joko “Jokowi” Widodo.