ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະ​ດີດ​ຜູ້​ມີ​ອຳ​ນາດ​ສູງ​ສຸດ ​ຂອງ​ ຊູ​ດານ ທີ່​ຖືກ​ຂັງ​ຄຸກ ຊອກ​ຫາ​ບໍ່​ເຫັນ ທ່າມ​ກາງ​ຄວາມ​ຂັດ​ແຍ້ງ​ໃນ​ປະ​ເທດ


​ພາບນີ້​ໄດ້​ມາ​ຈາກວິ​ດີ​ໂອ​, ປະ​ທາ​ນາ​ທິ​ບໍ​ດີຂອງ ຊູ​ດານ ທ່ານ ໂອ​ມາ ອາ​ລ-ບາ​ເຊຍ ກ່າວ​ຄຳ​ປາ​ໄສ​ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ, ນະ​ຄອນຫຼວງ ຄາຣ໌​ທູມ, ຊູ​ດານ, 22 ກຸມ​ພາ 2019.
​ພາບນີ້​ໄດ້​ມາ​ຈາກວິ​ດີ​ໂອ​, ປະ​ທາ​ນາ​ທິ​ບໍ​ດີຂອງ ຊູ​ດານ ທ່ານ ໂອ​ມາ ອາ​ລ-ບາ​ເຊຍ ກ່າວ​ຄຳ​ປາ​ໄສ​ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ, ນະ​ຄອນຫຼວງ ຄາຣ໌​ທູມ, ຊູ​ດານ, 22 ກຸມ​ພາ 2019.

ການ​ໂຈມ​ຕີ​ຄຸກ ​ທີ່​ຂັງ​ຜູ້​ມີ​ອຳ​ນາດ​ສູງ​ສຸດ​ຂອງ ຊູ​ດານ ທີ່​ຖືກ​ປົດ​ຈາກ​ຕຳ​ແໜ່ງ ທ່ານ ໂອ​ມາ ອາ​ລ-ບາ​ເຊຍ ໄດ້​ກໍ່​ໃຫ້​ມີ​ຄຳ​ຖາມ​ຕ່າງ ກ່ຽວ​ກັບ ວ່າ​ລາວ​ຢູ່​ໃສ, ດ້ວຍ​ນຶ່ງ​ໃນ​ຝ່າຍ​ທີ່​ທຳ​ການ​ຕໍ່​ສູ້​ກັນ​ເວົ້າ​ວ່າ ລາວ​ຖືກ​ຂັງ​ຢູ່​ໃນ​ສະ​ຖານ​ທີ່​ໆ​ປອດ​ໄພ ແລະ ຄົນ​ອື່ນໆ​ກ່າວ​ຫາ​ວ່າ​ລາວ​ຖືກ​ປ່ອຍ​ຕົວ​ແລ້ວ, ອີງ​ຕາມ​ອົງ​ການ​ຂ່າວ AP.

ທ່ານ ອາ​ລ-ບາ​ເຊຍ, ຜູ້​ທີ່​ໄດ້​ປົກ​ຄອງ ຊູ​ດານ ເປັນ​ເວ​ລາ​ສາມ​ທົດ​ສະ​ວັດ ເຖິງ​ແມ່ນ​ຈະ​ມີ​ສົງ​ຄາມ ແລະ ມາດ​ຕະ​ການ​ລົງ​ໂທດ​ກໍ່​ຕາມນັ້ນ, ໄດ້​ຖືກ​ໂຄ່ນ​ລົ້ມ​ໃນ​ລະ​ຫວ່າງ​ການ​ລຸກ​ຮື້​ທີ່​ມີ​ຊື່​ສຽງ​ໃນ​ປີ 2019. ລາວ​ຖືກ​ຕ້ອງ​ການ​ຕົວ​ໂດຍ​ສານ​ອາ​ຍາ​ສາ​ກົນ​ສຳ​ລັບ​ການ​ຂ້າ​ລ້າງ​ເຜົ່າ​ພັນ ແລະ ອາ​ຊະ​ຍາ​ກຳ​ອື່ນໆ​ທີ່ໄດ້ກະ​ທຳ​ໃນ​ລະ​ຫວ່າງ​ຄວາມ​ຂັດ​ແຍ້ງ​ຢູ່​ພາກ​ພື້ນ ດາ​ຟົວ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ ຊູ​ດານ ໃນ​ຊຸມ​ປີ 2000.

ລາວ ແລະ ອະ​ດີດ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຄົນອື່​ນໆທີ່​ຖືກ​ກ່າວ​ຫາ ກ່ຽວ​ກັບ ຄວາມ​ໂຫດ​ຮ້າຍ​ປ່າ​ເຖື່ອນ​ແມ່ນ​ຖືກ​ຂັງ​ຢູ່​ໃນ​ຄຸກ ໂຄ​ເບີ ໃນ​ນະ​ຄອນຫຼວງ ຄາຣ໌​ທູມ ສຳ​ລັບ​ສີ່​ປີ​ທີ່​ຜ່ານ​ມາ, ໃນ​ຂະ​ນະ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ປະ​ຕິ​ເສດ​ຕໍ່​ການ​ຮຽກ​ຮ້ອງ​ຂອງ​ສານ​ອາ​ຍາ​ສາ​ກົນ​ເພື່ອ​ສົ່ງ​ຕົວ​ເຂົາ​ເຈົ້າ​ໃຫ້.

ກອ​ງ​ທັບ ຊູ​ດານ ແລະ ກອງ​ກຳ​ລັງ​ສະ​ໜັບ​ສະ​ໜູນ​ວ່ອງ​ໄວ, ເຊິ່ງ​ໄດ້​ຮ່ວມ​ກັນ​ປົດ​ທ່ານ ອາ​ລ-ບາ​ເຊ​ຍ ອອກ​ຈາກ​ອຳ​ນາດ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຂະ​ໜາດ​ໃຫຍ່​ນັ້ນ, ດຽວນີ້​ແມ່ນ​ກຳ​ລັງ​ຕໍ່​ສູ້​ກັນ​ເອງ​ໃນ​ທົ່ວ​ນະ​ຄອນຫຼວງ​ຂອງ​ປະ​ເທດ. ການ​ຕໍ່​ສູ້​ກັນ​ໄດ້​ໄປ​ຮອດ​ຄຸກ​ດັ່ງ​ກ່າວ​ເມື່ອ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ, ດ້ວຍ​ການ​ລາຍ​ງານ​ທີ່​ຂັດ​ແຍ້ງ​ກັນ ກ່ຽວ​ກັບ ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ.

ເຈົ້າ​ໜ້າ​ທີ່ກອງ​ທັບ​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AP ວ່າ​ທ່ານ ອາ​ລ-ບາ​ເຊ​ຍ, ພ້ອມ​ກັບ​ທ່ານ ອັບ​ແດ​ລ-ຣາ​ຮິມ ມູ​ຮຳ​ມັດ ຮຸ​ສ​ເຊນ ​ແລະ ທ່ານ ອາ​ເມັດ ຮາ​ຣູນ ຜູ້​ທີ່​ເຄີຍ​ຖື​ຕຳ​ແໜ່ງ​ຜູ້​ຮັກ​ສາ​ຄວາມ​ປອດ​ໄພ​ອະ​ວຸ​ໂສ​ໃນ​ລະ​ຫວ່າງ ວິ​ກິດ​ການ ດາ​ຟົວ ນັ້ນ ​ແມ່ນ​ຖືກ​ຍ້າຍ​ໄປ​ສະ​ຖານ​ທີ່​ການ​ແພດ ​ທີ່​ດຳ​ເນີນ​ການ​ໂດຍກອງ​ທັບ​ໃນ​ນະ​ຄອນຫຼວງ ຄາຣ໌​ທູມ ພາຍ​ໃຕ້​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຢ່າງ​ເຄັ່ງ​ຄັດ ​ສຳ​ລັບ​ຄວາມ​ປອດ​ໄພ​ຂ​ອງ​ເຂົາ​ເຈົ້າ​ເອງ. ພວກ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ໂດຍບໍ່​ປະ​ສົງ​ອອກ​ຊື່ ຍ້ອນ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເວົ້າ ກ່ຽວ​ກັບ ບັນ​ຫາ​ດັ່ງ​ກ່າວ​ກັບ​ສື່ມວນ​ຊົນ.

ກອງ​ທັບ​ບົກ​ຕໍ່​ມາ​ໄດ້​ກ່າວ​ຫາ​ກອງ​ກຳ​ລັງ​ສະ​ໜັບ​ສະ​ໜູນ​ວ່ອງ​ໄວ ກ່ຽວ​ກັບ ການ​ໃສ່​ຊຸດ​ທະ​ຫານ ແລະ ໂຈມ​ຕີ​ຄຸກ​ນັ້ນ, ໂດຍ​ເວົ້າ​ວ່າ​ ພວກ​ເຂົາ​ໄດ້​ປ່ອຍ​ຕົວ​ນັກ​ໂທດ ແລະ ໄດ້​ປຸ້ນ​ສະ​ດົມ​ສະ​ຖານ​ທີ່​ດັ່ງ​ກ່າວ. ກອງ​ກຳ​ລັງສະ​ໜັບ​ສະ​ໜູນ​ວ່ອງ​ໄວ ທີ່​ນຳ​ໜ້າ​ທີ່​ນາຍ​ພົນ ໂມ​ຮຳ​ເມັດ ຮຳ​ດານ ດາ​ກາ​ໂລ, ໄດ້​ປະ​ຕິ​ເສດ​ການ​ກ່າວ​ຫາ​ດັ່ງ​ກ່າວ ແລະ ໄດ້​ອ້າງວ່າກອງ​ທັບ “ໄດ້​ບັງ​ຄັບ​ການ​ອົບ​ພະ​ຍົບ” ອອກ​ຈາກ​ສະ​ຖານ​ທີ່​ນັ້ນ ​ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ແຜນ​ການ​ເພື່ອ​ນຳ​ເອົາ​ທ່ານ ອາ​ລ-ບາ​ເຊຍ ກັບ​ຄືນ​ມາ​ສູ່​ອຳ​ນາດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG