ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາ​ຊິກ 2 ຄົນ ​​ຂອງ​ວົງ​ດົນຕີ Pussy Riot ຂອງ ຣັດເຊຍ ​​ຖືກ​ປ່ອຍ ​ອອກ​ຈາກ​ຄຸກ (ສະໄລດ໌/ວີດີໂອ)


PUSSY RIOT SOTVO
please wait
Embed

No media source currently available

0:00 0:01:05 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້

ສະມາ​ຊິກຄົນທີ​ສອງຂອງ​ວົງ​ດົນຕີ punk Pussy Riot ​ໄດ້​ຖືກ
​ປ່ອຍ​ອອກ​ຈາກ​ຄຸກ​ໃນ​ວັນ​ຈັນ​ມື້​ນີ້​ ​ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວໂມງ
ຫຼັງຈາກ​ທີ່ເພື່ອນ​ສະມາຊິກ​ອີກ​ຄົນ​ນຶ່ງ​ໄດ້​ຖືກ​ປ່ອຍ.

ນາງ Nadezhda Tolokonnikova ​ໄດ້​ຖືກ​ປ່ອຍ​ອອກ​ຈາກ​
ຄຸກເມືອງ Krasnoyarsk ​ໃນ​ແຄວ້ນ Siberia ຫຼັງຈາກ​ທີ່​ນາງ
Maria Alyokhina ​ໄດ້​ຖືກ​ປ່ອຍ​ກ່ອນ​ໜ້າ​ນັ້ນ ຈາກ​ຄຸກ​ໃນ​ອີກ​
ເຂດ​ນຶ່ງ​ ຂອງ​ປະ​ເທດ.

ທໍາ​ອິດ ນາງ Alyokhina ​ແລະ ນາງ Tolokonnikova ​ໄດ້​ມີ
​ໝາຍ​ກໍາໜົດ​ທີ່​ຈະ​ຖືກ​ປ່ອຍ​ຕົວໃນ​ເດືອນ​ມີນາ ​ແຕ່ສະພາແຫ່ງ
​ຊາດຣັດ​ເຊຍ​ໄດ້​ຮັບຜ່ານຮ່າງ​ກົດໝາ​ຍ​ນິລະ​ໂທດ​ກໍາ​ໃນ​ອາທິດ​ແລ້ວ​ນີ້ ​ອະນຸຍາດ​ໃຫ້​ປ່ອຍ
ນັກ​ໂທດ​ຈໍານວນ​ຫຼາຍ​ພັນ​ຄົນ​. ສະມາ​ຊິກ 2 ຄົນ​ນີ້ຂອງ​ວົງ​ດົນຕີ Pussy Riot ມີ​ເງື່ອນ​ໄຂ
​ໃນ​ການ​ຖືກ​ນິລະ​ໂທດ​ກໍາ​ຄັງ​ນີ້ ​ເພາະວ່າພວກ​ເຂົາ​ເຈົ້າ​ທັງ​ສອງ ເປັນ​ແມ່ທີ່​ຍັງ​ມີ​ລູກນ້ອຍ​ຢູ່.


ນາງ Maria Alyokhina ​ໄດ້​ບອກ​ກັບ​ໂທລະພາບ Dozhd ຂອງຣັດ​ເຊຍ ວ່າ ລາວເລືອກ
​ທີ່​ຈະ​ຢູ່​ໃນ​ຄຸກດີກ​ວ່າ ​ແລະ​ເວົ້າ​ວ່າ ການປ່ອຍ​ຕົວ​ຂອງ​ນາງ​ນັ້ນ​ ບໍ່ແມ່ນ “ການ​ກະທໍາ​ຂອງ​
ຄວາມ​ມີ​ມະນຸດສະ​ທໍາ.”
​ແຕ່​ເປັນ​ການ​ເຄື່ອນ​ໄຫວ​ທາງ​ປະຊາ​ສໍາພັນ ​ເພື່ອ​ສ້າງ​ຄະ​ແນນ
​ຫຼາຍ​ກ່ວາ.

ພໍ່​ຂອງນາງ Tolokonnikova ທ່ານ Andrei ​ໄດ້​ບອກ​ກັບອົງການ​ຂ່າວ Reuters ​ໃນ​ອາ
ທິດ​ແລ້ວ​ນີ້​ວ່າ ​ແຜນ​ການທີ່​ຈະ​ປ່ອຍ ສະມາຊິກ​ຂອງວົງ​ດົນຕີ Pussy Riot ນັ້ນ​ແມ່ນແຈ້ງ
​ຂາວ​ວ່າ ເປັນ​ການ​ເຄື່ອນ​ໄຫວ​ທາງ​ປະຊາ​ສໍາພັນ ​ລ່ວງ​ໜ້າການ​ເບີດ​ ​ງານ​ມະຫະກໍາ​ກິລາ​
ໂອ​ລິ​ມປິກລະດູ​ໜາວ 2014 ທີ່​ຣັດ​ເຊຍ​ເປັນ​ເຈົ້າພາບ ທີ່​ເມືອງ Sochi ​ເດືອນ​ກຸມພາ ປີໜ້າ​ນີ້.

ເບິ່ງວີດີໂອກ່ຽວກັບ ການຈັບກຸມສະມາຊິກວົງ Pussy Riot ເມື່ອປີກາຍນີ້:

Pussy Riot Jail Sentences Highlight Russia's Split
please wait

No media source currently available

0:00 0:02:55 0:00
ລິງໂດຍກົງ
XS
SM
MD
LG