ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອະດີດນາຍົກລັດຖະມົນຕີ ນາຈິບ ຂອງມາເລເຊຍ ຜູ້ທີ່ຖືກຂັງຄຸກ ກັບຄືນໄປຂຶ້ນສານ ອີກຄັ້ງນຶ່ງ ສຳລັບ ຄະດີ ກອງທຶນ 1MDB


ອະດີດນາຍົກລັດຖະມົນຕີຂອງມາເລເຊຍ ນາຈິບ ຣາຊາກ, ກາງ, ໂບກມືຂະນະທີ່ທ່ານ ເດີນທາງໄປຮອດສານອຸທອນ ໃນເມືອງປູຕຣາຈາຢາ, ມາເລເຊຍ, ວັນທີ 23 ສິງຫາ 2022.
ອະດີດນາຍົກລັດຖະມົນຕີຂອງມາເລເຊຍ ນາຈິບ ຣາຊາກ, ກາງ, ໂບກມືຂະນະທີ່ທ່ານ ເດີນທາງໄປຮອດສານອຸທອນ ໃນເມືອງປູຕຣາຈາຢາ, ມາເລເຊຍ, ວັນທີ 23 ສິງຫາ 2022.

ອະດີດນາຍົກລັດຖະມົນຕີຂອງມາເລເຊຍ ນາຈິບ ຣາຊາກ (Najib Razak) ຜູ້ທີ່ໄດ້ຖືກຂັງໃນຄຸກ ໄດ້ກັບຄືນມາຂຶ້ນສານໃນວັນພະຫັດມື້ນີ້ ເພື່ອດຳເນີນຄະດີສໍ້ລາດບັງຫຼວງ ຄັ້ງທີສອງ ທີ່ກ່ຽວຂ້ອງກັບ ກອງທຶນ 1MDB ຂອງລັດ ຫຼັງຈາກສອງວັນ ທີ່ທ່ານໄດ້ເລີ້ມຕົ້ນຮັບໃຊ້ໂທດຈຳຄຸກໄລຍະ 12 ປີ ສຳລັບການຮັບສິນບົນ ອີງຕາມລາຍງານຂອງອົງການຂ່າວເອພີ.

ທ່ານນາຈິບ ອາຍຸ 69 ປີ ໄດ້ຖືກຂັງຄຸກໃນວັນອັງຄານຜ່ານມາ ຫຼັງຈາກສານສູງສຸດຂອງປະເທດ ໄດ້ປະຕິເສດຕໍ່ຄຳອຸທອນເທື່ອສຸດທ້າຍຂອງທ່ານ ໃນຄະດີທຳອິດຂອງການຮັບສິນບົນ ທີ່ເຊື່ອມໂຍງກັບການລັກເອົາເງິນໃນກອງທຶນ 1Malaysia Development Berhad. ການຄຸມຂັງດັ່ງກ່າວຂອງທ່ານນັ້ນ ເກີດຂຶ້ນ ສີ່ປີຫຼັງຈາກ​ທ່ານໄດ້​ເສຍ​ໄຊ​ໃນ​ການ​ເລືອກ​ຕັ້ງ ຍ້ອນເລື້ອງນອງນັນດັ່ງກ່າວ ແລະປະ​ຊາ​ຊົນຈຳນວນຫຼາຍ ກໍໄດ້ສະເຫຼີມສະຫຼອງເມື່ອສານໄດ້ລົງ ໂທດທ່ານ.

ໂດຍໃສ່ຊູດສີຟ້າແກ່ ກາລະວັດແດງ ແລະໜ້າກາກ ທ່ານນາຈິບ ໄດ້ນັ່ງຢູ່ໃນບ່ອນຈຳເລີຍຢ່າງເມີນເສີຍ ໂດຍປາດສະຈາກກັບມື ໃນຂະນະທີ່ການດຳເນີນຄະດີ ໄດ້ເລີ້ມຂຶ້ນ. ກ່ອນໜ້ານີ້ ທ່ານໄດ້ຖືກນຳມາທີ່ຕຶກສານດ້ວຍລົດຕຳຫຼວດ ທີ່ກະຈົກລົດຕິດດ້ວຍຟີມດຳ ພາຍໃຕ້ການຮັກສາຄວາມປອດໄພຢ່າງໜາແໜ້ນ ເພື່ອຫລີກເວັ້ນຝູງຄົນແລະສື່ມວນຊົນທີ່ລໍຄອຍຖ້າເບິ່ງທ່ານຢູ່ນັ້ນ.

ລູກສາວຂອງທ່ານນາຈິບ ນາງນູຣີຢານາ ນາຈວາ ນາຈິບ ໄດ້ຂຽນລົງໃນອິນສຕາແກຣມ ໃນຕອນແລງວັນພຸດວານນີ້ ວ່າ ທີມທະນາຍຄວາມຊຸດນຶ່ງໄດ້ພົບກັບພໍ່ຂອງນາງ ໃນຕ້ອນເຊົ້າຂອງມື້ນັ້ນ ແລະວ່າ “ຈິດໃຈການຕໍ່ສູ້ຂອງທ່ານ ຍັງຄົງເຂັ້ມແຂງຢູ່.” ນາງໄດ້ກ່າວວ່າ ທ່ານນາຈິບ ຮັບສິ່ງຂອງຂັ້ນພື້ນຖານທີ່ຕ້ອງການ ແລະວ່າ ທ່ານປັບໂຕເຂົ້າກັບສະພາບຊີວິດໃນຄຸກ.

ຄະດີໃນປັດຈຸບັນທີ່ໄດ້ເລີ້ມຕົ້ນໃນເດືອນສິງຫາ ປີ 2019 ແລະເປັນຄະດີທີ່ສຳ ຄັນທີ່ສຸດ ຊຶ່ງມັນມັດໂຕທ່ານນາຈິບ ໂດຍກົງກັບການສໍ້ໂກງກອງທຶນ 1MDB ທີ່ໄດ້ກະຕຸ້ນໃຫ້ມີການສືບສວນສອບສວນຢູ່ໃນສະຫະລັດ ແລະປະເທດອື່ນໆ. ບັນດາໄອຍະການ ກ່າວຫາທ່ານນາຈິບ ວ່າ ລັກເລັກຂະໂມຍນ້ອຍເງິນກອງທຶນ 1MDB ຫຼາຍຕື້ໂດລາ ໂດຍຜ່ານ “ແຜນການທີ່ສະຫລັບຊັບຊ້ອນ” ແລະຫາທາງທີ່ຈະປົກປິດການກະທຳຂອງທ່ານ. ທ່ານນາຈິບ ກ່າວວ່າ ທ່ານໄດ້ຖືກ​ຫລອກລວງໃຫ້ເຊື່ອວ່າ ມັນເປັນການບໍລິຈາກ ໂດຍຄອບຄົວກະສັດຂອງຊາອຸດີອາຣາເບຍ.

ທ່ານນາຈິບ ພວມປະເຊີນກັບສີ່ຂໍ້ຫາ ຂອງການໃຊ້ອຳນາດໃນທາງທີ່ຜິດ ເພື່ອໄດ້ມາຊຶ່ງເງິນຫຼາຍກວ່າ 700 ລ້ານໂດລາ ໃນອັດຕາການແລກປ່ຽນໃນເວລານັ້ນ (ເທົ່າກັບ 2.3 ຕື້ຣິງກິຕ) ຈາກກອງທຶນ 1MDB ໃນລະຫວ່າງປີ 2011 ແລະ 2014 ແລະ 21 ກະໂທງຂອງການຟອກເງິນ ທີ່ພົວພັນກັບເງິນຈຳນວນດຽວກັນນັ້ນ. ທ່ານພວມປະເຊີນກັບ ໂທດຈຳຄຸກໃນແຕ່ລະກະທົງຂອງການໃຊ້ອຳນາດໃນທາງທີ່ຜິດ ແລະສູງເຖິງ 5 ປີແຕ່ລະກະທົງ ສຳລັບຂໍ້ຫາການຟອກເງິນທັງຫຼາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG