ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ທີ່ໄດ້ຮັບລາງວັນໂນເບລ ຂະແໜງສັນຕິພາບ ຊາວອີຣ່ານ ຈະໄດ້ຮັບການພິຈາລະນາຄະດີ ໃນວັນອັງຄານນີ້

ແຟ້ມຮູບນັກເຄື່ອນໄຫວ ເພື່ອສິດທິມະນຸດຝ່າຍຄ້ານ ຊາວອີຣ່ານ ທ່ານນາງນາຈິສ ໂມຮາມມາດີ ປາກົດໂຕຢູ່ທີ່ສູນກາງ ຜູ້ປົກປ້ອງສິດທິມະນຸດ ໃນນະຄອນຫຼວງເຕຫະຣ່ານ, ປະເທດອີຣ່ານ, ວັນທີ 25 ມິຖຸນາ 2007.
ແຟ້ມຮູບນັກເຄື່ອນໄຫວ ເພື່ອສິດທິມະນຸດຝ່າຍຄ້ານ ຊາວອີຣ່ານ ທ່ານນາງນາຈິສ ໂມຮາມມາດີ ປາກົດໂຕຢູ່ທີ່ສູນກາງ ຜູ້ປົກປ້ອງສິດທິມະນຸດ ໃນນະຄອນຫຼວງເຕຫະຣ່ານ, ປະເທດອີຣ່ານ, ວັນທີ 25 ມິຖຸນາ 2007.

ນັກ​ເຄື່ອນ​ໄຫວເພື່ອ​ສິດທິ​ມະນຸດ ​ທີ່​ຖືກກັກ​ຂັງ​ໃນ​ຄຸກ​ຂອງ​ອີຣ່ານ ​ແລະເປັນ​ຜູ້​ທີ່ໄດ້​ຮັບ​ລາງວັນ​ໂນ​ເບລ ​ຂະແໜງ​ສັນຕິພາບ ທ່ານ​ນາງນາກິສ ໂມຮາມມາດີ (Narges Mohammadi) ​ໄດ້​ຮັບ​ການ​ແຈ້ງ​ໃຫ້​ຊາບ​ວ່າ ທ່ານ​ນາງ​ຈະ​ຖືກ​ດຳ​ເນີນ​ຄະດີ​ ໃນ​ວັນ​ອັງຄານ​ມື້ອື່ນ​ນີ້ ​ໃນ​ການ​ພົວພັນ​ກັບ​ການ​ເຄື່ອນ​ໄຫວ​ໃນ​ຄຸກ ​ເຊັ່ນ​ ການຂຽນ ແລະເຜີຍແຜ່ຖະແຫຼງການ ຂອງທ່ານນາງອອກສູ່ສັງຄົມ, ອີງຕາມຂໍ້ຄວາມທີ່ໄດ້ໂພສລົງໃນສື່ສັງຄົມອອນລາຍ.

ນີ້​ຈະ​ເປັນ​ການພິຈາລະນາຄະດີ ​ຄັ້ງ​ທຳ​ອິດ​ຂອງທ່ານ​ນາງ ​ນັບ​ຕັ້ງ​ແຕ່​ການ​ມອບ​ລາງວັນ​ໂນ​ເບ​ລ​ຂະແໜງ​ສັນ​ຕິ​ພາບໃນ​ປີນີ້​ໃຫ້​ແກ່ທ່ານ​ນາງ, ອີງ​ຕາມຂໍ້ຄວາມໃນ​ໜ້າອິນສຕາແກຣມຂອງທ່ານ​ນາງ. ກ່ອນ​ໜ້າ​ນີ້ ທ່ານນາງ​ໄດ້​ຖືກ​ເຈົ້າ​ໜ້າ​ທີ່​ຂອງອີ​ຣ່ານ ພະຍາຍາມ​ຕັດ​ສິນ​ລົງ​ໂທດ​ໃນ​ຂໍ້​ຫາ​ອື່ນໆອີກ.

ທ້າວອາລີ (Ali) ແລະ ນາງເຄຍລາ ຣະມານີ (Kiana Rahmani), ລູກໆຂອງ ທ່ານນາງນາຈິສ ໂມຮາມມາດີ, ນັກເຄື່ອນໄຫວເພື່ອສິດທິມະນຸດຊາວອີຣ່ານ ທີ່ຖືກກັກຂັງ, ພາກັນຖືລາງວນັໂນເບລຂະແໜງສັນຕິພາບປະຈໍາປີ 2023 ເພື່ອຮັບລາງວັນໃນນາມແມ່ຂອງພວກເຂົາເຈົ້າ ຢູ່ທີ່ ຫໍປະຊຸມໃຫຍ່ ໂອສໂລ, ປະເທດນໍເວ, ວັນທີ 10 ທັນວາ 2023.

ອີງຕາມຂໍ້ຄວາມໃນໜ້າຂອງສື່ສັງຄົມ ທີ່ໄດ້ຖືກຈັດການໂດຍຜູ້ຮ່ວມງານທີ່ໃກ້ຊິດຂອງທ່ານນາງເປີດເຜີຍວ່າ ທ່ານນາງໄດ້ຮັບການແຈ້ງວ່າ ​ການພິຈາລະນາຄະດີ ຈະ​ມີ​ຂຶ້ນຢູ່​ສານ​ປະ​ຕິ​ວັດ ສາຂາທີ 26​, ພາຍ​ໃຕ້ອໍານາດຂອງ​ຜູ້​ພິ​ພາກ​ສາທ່ານອິມານ ອັຟຊາຣີ (Iman Afshari)​.

ທ່ານນາງ ໂມຮາມມາດີ ໄດ້​ຮັບ​ການຕັດສິນຫຼາຍ​ຄັ້ງ​ໃຫ້ຈໍາ​ຄຸກ ອີວິນ (Evin) ທີ່​ມີ​ຊື່​ສຽງ​ໃນທາງບໍ່ດີ ຂອງເຕຫະຣ່ານ ໃນ​ຂໍ້​ກ່າວ​ຫາ​ທີ່​ລວມມີການ​ເຜີຍ​ແຜ່ “ການ​ໂຄສະນາ​ຕໍ່ຕ້ານ​ລັດ​ຖະ​ບານ.”

ອ່ານຂ່າວນີ້ເປັນພສາອັງກິດ

XS
SM
MD
LG