ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັ​ກ​ໂທດ ອາ​ເມ​ຣິ​ກັນ ເຊື້ອ​ສາຍ ອີ​ຣ່ານ ປະ​ທ້ວງ​ອົດ​ອາ​ຫານ ໃນ​ການ​ຂໍ​ຮ້ອງ​ຕໍ່​ທ່ານ ໄບ​ເດັນ


ແມ່​ຍິງ​ຄົນ​ນຶ່ງ​ຍ່າງ​ຜ່ານ​ປະ​ຕູ​ທີ່​ຫຸ້ມ​ດ້ວຍ​ຮູບ​ທີ່​ບັນ​ລະ​ຍາຍ​ເຖິງ​ຕົວ​ປະ​ກັນ​ຊາວ​ອາ​ເມ​ຣິ​ກັນ ແລະ ຜູ້​ທີ່​ຖືກ​ກັກ​ຂັງ​ຢ່າງບໍ່​ຖືກ​ຕ້ອງ, 20 ກໍ​ລະ​ກົດ 2022, ເບື້ອງ​ຊ້າຍ​ແມ່ນ​ທ່ານ ເຊຍ​ມັກ ນາ​ມາ​ຊີ, ທີ່​ຖືກ​ກັກ​ຂັງ​ໃນ​ອີ​ຣ່ານ​ນັບ​ຕັ້ງ​ແຕ່​ປີ 2015.
ແມ່​ຍິງ​ຄົນ​ນຶ່ງ​ຍ່າງ​ຜ່ານ​ປະ​ຕູ​ທີ່​ຫຸ້ມ​ດ້ວຍ​ຮູບ​ທີ່​ບັນ​ລະ​ຍາຍ​ເຖິງ​ຕົວ​ປະ​ກັນ​ຊາວ​ອາ​ເມ​ຣິ​ກັນ ແລະ ຜູ້​ທີ່​ຖືກ​ກັກ​ຂັງ​ຢ່າງບໍ່​ຖືກ​ຕ້ອງ, 20 ກໍ​ລະ​ກົດ 2022, ເບື້ອງ​ຊ້າຍ​ແມ່ນ​ທ່ານ ເຊຍ​ມັກ ນາ​ມາ​ຊີ, ທີ່​ຖືກ​ກັກ​ຂັງ​ໃນ​ອີ​ຣ່ານ​ນັບ​ຕັ້ງ​ແຕ່​ປີ 2015.

ທ່ານ ເຊຍ​ມັກ ນາ​ມາ​ຊີ ຊາວ​ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ອີ​ຣ່ານ ໄດ້​ທຳ​ການ​ປະ​ທ້ວງ​ອົດ​ອາ​ຫານ 7 ວັນ​ເພື່ອ​ຮຽກ​ຮ້ອງ​ຄວາມ​ສົນ​ໃຈ​ຕໍ່​ການ​ສືບ​ຕໍ່​ກັກ​ຂັງ​ລາວ​ໃນ​ປະ​ເທດ ອີ​ຣ່ານ, ເຊິ່ງ​ໄດ້​ຮຽກ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໃຫ້​ນຳ​ເອົາ​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ທີ່​ຖືກ​ຂັ​ງ​ຄຸກ​ໃນ ອີ​ຣ່ານ ໝົດ​ທຸກ​ຄົນ​ກັບ​ຄືນ​ບ້ານ.

ທ່ານ ນາ​ມາ​ຊີ ຖືກ​ຈັບ​ໃນ​ປີ 2015 ແລະ ຖືກ​ຕັດ​ສິນ​ໂທດ ກ່ຽວ​ກັບ ສິ່ງ​ທີ່ ສະ​ຫະ​ລັດ ແລະ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ວ່າ​ເປັນ​ຂໍ້​ກ່າວ​ຫາ​ການ​ສອດ​ແນມ​ທີ່​ຜິດ.

ການ​ຂໍ​ຮ້ອງ​ຂອງ​ທ່ານ​ໃນ​ວັນ​ຈັນ​ມື້ນີ້​ໄດ້​ມີ​ຂຶ້ນ​ໃນ​ຮູບ​ແບບ​ຂອງ​ຈົດ​ໝາຍ​ເຖິງ​ທ່ານ ໄບ​ເດັນ, ທີ່​ຖືກ​ເປີດ​ເຜີຍ​ໂດຍ​ທະ​ນາຍ​ຄວາມ​ຂອງ​ທ່ານ ນາ​ມາ​ຊີ, ທ່ານ ຈາ​ເຣັດ ເກັນ​ເຊີ, ໃນ​ວັນ​ຄົບ​ຮອບ 7 ປີ​ຂອງ​ຂໍ້​ຕົກ​ລົງ​ເຊິ່ງ ອີ​ຣ່ານ ໄດ້​ປ່ອຍ​ຕົວ​ຊາວ​ອາ​ເມ​ຣິ​ກັນ 5 ຄົນ​ໃນ​ການ​ແລກ​ປ່ຽນ​ສຳ​ລັບ ສະ​ຫະ​ລັດ ສະ​ເໜີ​ການ​ຜ່ອນ​ຜັນ​ໃຫ້​ຊາວ ອີ​ຣ່ານ 7 ຄົນ. ການ​ແລກ​ປ່ຽນ​ນັ້ນ​ແມ່ນ​ສອດ​ຄ່ອງ​ກັບ​ການ​ປະ​ຕິ​ບັດ​ການ​ຂອງ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ ອີ​ຣ່ານ, ໃນ​ເວ​ລາ​ທີ່​ທ່ານ ໄບ​ເດັນ ເປັນ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ,

ທ່ານ ນາ​ມາ​ຊີ ໄດ້​ກ່າວ​ວ່າ “ເວ​ລາ​ທີ່​ລັດ​ຖະ​ບານ​ທ່ານ ໂອ​ບາ​ມາ ໄດ້​ປ່ອຍ​ຂ້າ​ພະ​ເຈົ້າ​ໃຫ້​ຢູ່​ໃນ​ອັນ​ຕະ​ລາຍ​ຢ່າງບໍ່​ມີ​ເຫດ​ຜົນ ແລະ ປ່ອຍ​ຕົວ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ​ຄົນ​ອື່ນໆ​ທີ່​ອີ​ຣ່ານ​ໄດ້​ຈັບ​ເປັນ​ຕົວ​ປະ​ກັນ​ໃນ​ວັນ​ທີ 16 ມັງ​ກອນ 2016 ນັ້ນ, ລັດ​ຖະ​ບານ ສະ​ຫະ​ລັດ ໄດ້​ສັນ​ຍາ​ກັບ​ຄອບ​ຄົວ​ຂອງ​ຂ້າ​ພ​ະ​ເຈົ້າ​ເພື່ອ​ນຳ​ເອົາ​ຂ້າ​ພະ​ເຈົ້າ​ກັບ​ເມືອ​ບ້ານ​ຢ່າງ​ປອດ​ໄພ​ພາຍ​ໃນ​ບໍ່​ເທົ່າ​ໃດ​ອາ​ທິດ. ແຕ່ 7 ປີ ແລະ ປະ​ທາ​ນາ​ທິ​ບໍ​ດີສອງ​ຄົນ​ຕໍ່​ມາ, ຂ້າ​ພະ​ເຈົ້າ​ຍັງ​ຖືກ​ຂັງ​ໃນ​ຄຸກ ເອ​ວິນ ທີ່​ມີ​ຊື່​ສຽງ​ບໍ່​ດີ​ຂອງ ເຕ​ຫະ​ຣ່ານ, ດ້ວຍ​ການ​ຄອບ​ຄອງ​ຄຳ​ສັນ​ຍາ​ຂ້ອຍ​ເປັນ​ໜີ້​ເຈົ້າ​ທີ່​ເລີຍ​ເວ​ລາ​ມາ​ດົນ​ແລ້ວ ພ້ອມ​ກັບ​ຕຳ​ແໜ່ງ​ທີ່​ບໍ່​ມີ​ໃຜ​ຢາກ​ໄດ້​ຄື​ຕົວ​ປະ​ກັນ ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ອີ​ຣ່ານ​ ທີ່​ຖືກ​ກັກ​ຂັງ​ດົນ​ທີ່​ສຸດ​ເປັນ​ປະ​ຫວັດ​ການ.”

ທ່ານ​ ນາ​ມາ​ຊີ ໄດ້​ອ້າງ​ເຖິງ​ສິ່​ງ​ທີ່​ລາວ​ເອີ້ນ​ວ່າ “ຄຳ​ເວົ້າ​ທີ່​ມີ​ເຈ​ຕະ​ນາ​ດີ” ຈາກ​ບັນ​ດາ​ເຈົ້າ​ໜ້າ​ທີ່ອາ​ວຸ​ໂສ ສະ​ຫະ​ລັດ ທີ່​ເວົ້າ​ວ່າການ​ປ່ອຍ​ຕົວ​ປະ​ກັນ ສະ​ຫະ​ລັດ ຈາກ​ອີ​ຣ່ານ ແມ່ນ​ບູ​ລິ​ມະ​ສິດ​ສູງ​ສຸດ, ແຕ່​ສິ່ງ​ທີ່​ລາວ​ໄດ້​ຮູ້​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ລາວ​ມີ​ຄວາມ​ຫວັງ.

ໃນ​ຂະ​ນະ​ທີ່​ເວົ້າ​ວ່າ​ລາວ​ຈະ​ປະ​ຕິ​ເສດ​ອາ​ຫານ​ເປັນ​ເວ​ລາ 7 ວັນ​ນັ້ນ, ທ່ານ ນາ​ມາ​ຊີ ໄດ້​ຮຽກ​ຮ້ອງ​ທ່ານ ໄບ​ເດັນ ໃຫ້​ໃຊ້​ນຶ່ງ​ນາ​ທີ​ຂອງ​ແຕ່​ລະ​ວັນ “ເພື່ອ​ອຸ​ທິ​ດ​ການ​ຄິດ ກ່ຽວ​ກັບ ຄ​ວາມລຳ​ບາກ​ຂອງ​ຕົວ​ປະ​ກັນ ສະ​ຫະ​ລັດ ຢູ່​ໃນ ອີ​ຣ່ານ.”

ທ່ານ ບາ​ເກີ, ພໍ່​ຂອງ​ທ່ານ ນາ​ມາ​ຊີ, ຖືກ​ຈັບ​ໃນ​ປີ 2016 ຫຼັງ​ຈາກ​ໄດ້​ເດີນ​ທາງ​ໄປ ອີ​ຣ່ານ ເພື່ອ​ຢ້ຽມ​ຢາມ​ລູກ​ຊາຍ​ຂອງ​ລາວ ແລະ ຖືກ​ຂັງ​ໃນ​ຄຸກຫຼາຍ​ປີ​ໃນ​ຂໍ້​ກ່າວ​ຫາ​ດຽວ​ກັນ ກ່ອນ​ຖື​ກ​ປ່ອຍ​ຕົວ​ໃນ​ເດືອນ​ຕຸ​ລາ​ດ້ວຍ​ເຫດ​ຜົນ​ທາງ​ການ​ແພດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG