ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກເຄື່ອນໄຫວອາເມຣິກັນ ເຊື້ອສາຍກໍາປູເຈຍ ອົດອາຫານປະທ້ວງ ໃນລະຫວ່າງກອງປະຊຸມສຸດຍອດ ASEAN


ແຟ້ມ- ນັກເຄື່ອນໄຫວເພື່ອສິດທິມະນຸດ ນາງເຕຍຣີ ແສງ, ແຕ່ງໂຕເປັນເທພີເສລີພາບ ໄດ້ຖືກຈັບໂຕໂດຍຕໍາຫຼວດ ລຸນຫຼັງພົບວ່າ ລາວມີຄວາມຜິດໃນຂໍ້ຫາເປັນກະບົດ ໃນການພິຈາລະນາຄະດີຂອງນາງ ຢູ່ຕໍ່ໜ້າສານເມືອງຂອງນະຄອນຫຼວງພະນົມເປັນ, ວັນທີ 14 ມິຖຸນາ 2022.
ແຟ້ມ- ນັກເຄື່ອນໄຫວເພື່ອສິດທິມະນຸດ ນາງເຕຍຣີ ແສງ, ແຕ່ງໂຕເປັນເທພີເສລີພາບ ໄດ້ຖືກຈັບໂຕໂດຍຕໍາຫຼວດ ລຸນຫຼັງພົບວ່າ ລາວມີຄວາມຜິດໃນຂໍ້ຫາເປັນກະບົດ ໃນການພິຈາລະນາຄະດີຂອງນາງ ຢູ່ຕໍ່ໜ້າສານເມືອງຂອງນະຄອນຫຼວງພະນົມເປັນ, ວັນທີ 14 ມິຖຸນາ 2022.

ນັກເຄື່ອນໄຫວເພື່ອສິດທິມະນຸດຊາວອາເມຣິກັນ ເຊື້ອສາຍກໍາປູເຈຍທີ່ຖືກຂັງຄຸກ ນາງເຕຍຣີ ແສງ (Theary Seng), ໄດ້ອົດອາຫານປະທ້ວງ​ມາໄດ້ 1 ອາທິດແລ້ວ ໂດຍລາວໄດ້ເລີ້ມຕົ້ນຂຶ້ນໃນວັນຈັນທີ່ຜ່ານມາ ເຊິ່ງເປັນເວລາດຽວກັນກັບກອງປະຊຸມສຸດຍອດຂອງ ASEAN ໃນນະຄອນຫຼວງພະນົມເປັນ, ໂດຍຄາດການວ່າ ປະທານາທິບໍດີໂຈ ໄບເດັນ ຈະເຂົ້າຮ່ວມ ໃນທ້າຍອາທິດນີ້.

ເຈົ້າໜ້າທີ່ໄດ້ຂັງຄຸກນາງເຕຍຣີ ແສງ, ອາຍຸ 51 ປີ, ໃນວັນທີ 14 ມິຖຸນາ ລຸນຫຼັງການພິຈາລະນາຄະດີຄັ້ງໃຫຍ່ ໃນນະຄອນຫຼວງພະນົມເປັນ ກ່ຽວກັບບັນດານັກເຄື່ອນໄຫວຝ່າຍຄ້ານ ແລະຜູ້ທີ່ເຫັນຕ່າງ. ນັບຕັ້ງແຕ່ນັ້ນມາ ລາວກໍໄດ້ຖືກຂັງຢູ່ໃນຄຸກຂອງແຂວງພະ​ວິ​ຫານ ທີ່​ສອກ​ຫຼີກ​ຫ່າງ​ໄກ,​ ເຊິ່ງທະນາຍຄວາມຂອງທ່ານນາງກ່າວວ່າ ລາວໄດ້ຖືກຫ້າມບໍ່ໃຫ້ເຂົ້າຮ່ວມກິດຈະກໍາຂອງໂບດ ແລະຫ້າມການໃຊ້ໂທລະສັບປະຈໍາວັນ.

ຢູ່ໃນຖະແຫຼງການຂອງວັນຈັນແລ້ວນີ້, ທະນາຍຄວາມຂອງລາວ ໄດ້ຮຽກຮ້ອງໃຫ້ຍ້າຍລາວມາຢູ່ຄຸກໃຫຍ່ຢູ່ໃນນະຄອນຫຼວງພະນົມເປັນ, ແລະກໍໄດ້ຮຽກຮ້ອງໃຫ້ທ່ານໄບເດັນ ໃຊ້ແຜນໃນການ​ໄປຢ້ຽມຢາມປະເທດກໍາປູເຈຍ ແຕ່ວັນທີ 12-13 ​ພະ​ຈິກນີ້ ກົດດັນໃຫ້ປ່ອຍໂຕຂອງລາວ.

ທ່ານມາໂກ ເອເວັນ (Margaux Ewen) ຜູ້ອໍານວຍການຂອງອົງການ​ຂໍ້​ລິ​ເລີ້ມ​ອິດ​ສະ​ຫຼະ​ພາບ​ນັກ​ໂທດ​ການ​ເມືອງ ຫຼື Freedom House Political Prisoners Initiative ກ່າວຢູ່ໃນຖະແຫຼງການກ່ຽວກັບການອົດອາຫານປະທ້ວງຂອງນາງວ່າ “ນາງເຕຍຣີ ໄດ້ຖືກຕັດສິນວ່າມີຄວາມຜິດ ພາຍໃຕ້ການປະມວນກົດໝາຍທາງອາຍາຂອງກໍາປູເຈຍ ທີ່ຍາມໃດກໍໄດ້ຕໍ່ຕ້ານບັນດານັກເຄື່ອນໄຫວເພື່ອສິດທິມະນຸດ ແລະປະຊາທິປະໄຕ.”

ທ່ານຊິນ ມາລິນ (Chin Malin), ເລ​ຂາ​ທິ​ການຢູ່ທີ່ກະຊວງຍຸຕິທໍາຂອງປະເທດກໍາປູເຈຍ ກ່າວໃນວັນອັງຄານ ທີ່ຜ່ານມາວ່າ ມັນແມ່ນສິດທິຂອງ ນາງເຕຍຣີ ແສງ ທີ່ຈະອົດ​ອາ​ຫານປະທ້ວງ, ແຕ່ ມັນ​ຈະບໍ່ສາມາດເຮັດໃຫ້ລາວຮັບອິດສະ ລະພາບໄດ້.

ທ່ານກ່າວວ່າ “ບໍ່ມີໃຜໄປບັງຄັບພວກເຂົາໃຫ້ກິນ ຫຼື ບໍ່ກິນ,” “ມັນບໍ່ສາມາດຊ່ວຍຫຍັງໄດ້. ມັນເປັນພຽງແຮງຜັກດັນທາງດ້ານການເມືອງ ເພື່ອດຶງດູດຄວາມສົນໃຈເທົ່ານັ້ນ.”

ກຸ່ມນັກເຄື່ອນໄຫວຜູ້ໜຸ່ມນ້ອຍ ຍັງໄດ້ພາກັນປະກາດການປະທ້ວງອົດອາຫານໃນອາທິດນີ້ ດ້ວຍຄວາມເປັນນໍ້ານຶ່ງໃຈດຽວກັນກັບ ນາງເຕຍຣີ ແສງ ແລະບັນດານັກເຄື່ອນໄຫວຄົນອື່ນໆທີ່ຖືກຂັງຄຸກ. ກຸ່ມ​ປົກ​ປ້ອງສິດທິມະນຸດກ່າວວ່າ ມີນັກໂທດທາງການເມືອງປະມານ 50 ຄົນ ຍັງຄົງຖືກຄຸມ​ຂັງ ຢູ່ໃນປະເທດກໍາປູເຈຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG