ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມູນນິທິໃຈລາວທີ່ອາເມຣິກາ ຊ່ວຍເຫລືອ ປະຊາຊົນທີ່ທຸກຍາກຢູ່ໃນປະເທດລາວ


ມູນນິທິໃຈລາວ ເອົາເຄື່ອງຂອງໄປຊ່ວຍເຫລືອຊາວບ້ານ ທີ່ໄດ້ຮັບຜົນກະທົບຈາກພາຍຸ ໃຕ້ຝຸ່ນເກດສະໜາ ທີ່ແຂວງສາລະວັນ, ເດືອນພະຈິກ-ທັນວາ ປີ 2009
ມູນນິທິໃຈລາວ ເອົາເຄື່ອງຂອງໄປຊ່ວຍເຫລືອຊາວບ້ານ ທີ່ໄດ້ຮັບຜົນກະທົບຈາກພາຍຸ ໃຕ້ຝຸ່ນເກດສະໜາ ທີ່ແຂວງສາລະວັນ, ເດືອນພະຈິກ-ທັນວາ ປີ 2009

ມູນນິທິ​ໃຈ​ລາວ ຫລື​ Jai Lao Foundation ​ແມ່ນ​ກຳ ​ເນີ​ດຂຶ້ນ​ມາ​ຈາກ​ແນວ​ຄິດ​ຂອງ​ສອງນ້ອງເອື້​ອຍ​ເຊື້ອສາຍ​ລາວ ສັນຊາດ​ອາ​ເມ​ຣິ​ກັນ ສຸ​ກິດ​ຕະ ຫລື​ຫລ້າ Reagan ກັບ Noelle ສິງຫາຣາດ ທີ່​ດຳລົງ​ຊີວິດ​ຢູ່​ເຂດ​ເມືອງ San Ramon ລັດ​ແຄ​ລິ​ຟໍ​ເນຍ. ທັງ​ສອງ​ໄດ້​ກັບເມືອ ຢາມ​ບ້ານ​ເກີດ​ເມືອງ​ນອນ ທີ່​ບ້ານ​ປາກ​ສະ​ພານ ​ແຂວງ​ສາລະ​ວັນ ຫລັງ​ຈາກ​ບິດາ​ມານ​ດາ​ທີ່​ພາ​ລູກໆ​ອົບ​ພະຍົບມາ​ຢູ່​ອາ​ເມ​ລິ​ກາ ​ແຕ່​ຊຸມ​ປີ 1980 ນັ້ນ ໄດ້​ເສຍ​ຊີວິດ​ໄປ​ແລ້ວ. ​ໃນ​ການ​ກັບ​ເມືອ​ຢາມ​ບ້ານ​ເພື່ອ​ເຮັດ ບຸນ​ຫາບິດາມານ​ດານີ້​ເອງ ​ໂນ​ແອ​ລກັບ​ຫລ້າ ຈຶ່ງ​ໄດ້​ຮູ້​ວ່າພວກ​ເພິ່ນໄດ້​ກະທຳ​ຄວາມ​ດີ​ໄວ້​ຢ່າງ​ຫລວງຫລາຍ ​ໃນ​ແຕ່ລະປີທີ່​ພວກ​ເພີ່ນ​ກັບ​ຄືນ ປະ​ເທດ​ລາວ ​ໂດຍ​ໄດ້​ຊ່ວຍ​ສ້າງສາ​ພັດທະນາບ້ານ​ປາກ​ສະພານ ດ້ວຍ​ການ​ຊ່ອມ​ແປງ​ໂຮງຮຽນ​ແລະ​ວັດວາອາ​ຮາມ ຕະຫລອດ​ທັງ​ຂຸດ​ໜອງ​ລ້ຽງ​ປາ​ໃຫ້​ຊາວບ້ານ​ໄດ້​ມີ​ບ່ອນໄປ​ຕຶກປາ​ມາ​ລ້ຽງ​ຊີບ ຊຶ່ງ​ຄຸນ​ຄວາມ​ດີ​ຂອງ​ມື້​ລາງ​ທ່ານ​ເຄື່ອງ​ຄຳ​ແລະ​ຍານາງ​ໄກສອນ ສິງຫາຣາດນີ້ ​ໄດ້​ເຮັດ​ໃຫ້​ຊາວບ້ານ​ປາກ​ສະພານ​ ເຜື່ອ​ແຜ່​ຄວາມ​ຮັກຫອມ​ແລະ​ຮູ້ບຸນຄຸນ​ຂອງ​ເຂົາ​ເຈົ້າ ມາ​ຮອດ​ຫລ້າ​ແລະ​ໂນ​ແອ​ລ ​ໂດຍໃຫ້ການ​ຕ້ອນຮັບ​ສອງ​ເອື້ອຍ​ນ້ອງ​ແລະ​ຄອບຄົວ​ຢ່າງ​ອົບ​ອຸ່ນ.

ມູນນິທິໃຈລາວ ຊື້ເຄື່ອງໄປມອບໃຫ້ຊາວບ້ານ
ມູນນິທິໃຈລາວ ຊື້ເຄື່ອງໄປມອບໃຫ້ຊາວບ້ານ

ໄມຕີ​ຈິດ​ມິດຕະພາບ​ ແລະການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ຕະຫລອດ​ທັງ​ສະພາບ​ການ​ເປັນ​ຢູ່​ທີ່​ທຸກບາກ​ລຳບາກຫລາຍຂອງ​ພວກ​ຊາວບ້ານ​ ໄດ້​ເຮັດ​ໃຫ້​ສອງ​ເອື້ອຍ​ນ້ອງ​ຢາກ​ຊ່ວຍ​ເຫລືອ​ພວກເຂົາ​ເຈົ້າ​ແລະສືບ​ຕໍ່​ຄຸນຄວາມ ​ດີ​ທີ່​ບິດາ​ມານ​ດາໄດ້ສ້າງ​ໄວ້. ຫລັງ​ຈາກ​ໄດ້ໃຫ້ການ​ຊ່ວຍ​ເຫລືອ​ຊາວບ້ານ​ດ້ວຍ​ເງິນ​ຂອງ​ຕົນ​ເອງແລະ​ປັດ​ໃຈ​ສົມທົບ​ຈາກ​ຍາດ​ພີ່ນ້ອງ​ແລະ​ເພື່ອນ​ມິດ​ໄກ້​ຊິດໃນ​ເບື້ອງ​ຕົ້ນ ເຊ່ນວ່​າ ​ເຮັດເດິ່ນຫລີ້ນ​ໃຫ້ໂຮງຮຽນປະຖົມປາກ​ສະພານ ​ແລະສ້າງ​ຫ້ອງ​ນ້ຳ​ໃຫ້​ໂຮງຮຽນ​ມັດທະຍົມ​ແຫ່ງ​ນື່ງ​ແລ້ວ ​ໂນ​ແອ​ລກັບ​ຫລ້າ​ກໍເລີ່ມມີ​ແຜນ ການຢາກຈະ​ຂະຫຍາຍ​ການ​ຊ່ວຍ​ເຫລືອ ​ໃຫ້​ກ້ວາງ​ອອກ​ໄປອີກ ຈຶ່ງ​ໄດ້ ພາກັນ​ຈັດຕັ້ງມູນ​ນິທິ​ໃຈ​ລາວ​ຂຶ້ນ​ມາ​ໃນ​ປີ​ກາຍ​ນີ້ ​ໂດຍ​ໄດ້​ກວນ​ເອົາ​ໝູ່ ​ເພື່ອນ​ຈາກ​ທົ່ວ​ປະ​ເທດ​ສະຫະລັດ ເຂົ້າມາ​ຮ່ວມ​ນຳ ​ແລະ​ພາກັນ ຈັດ​ກິດຈະ​ກຳ​ຫາ​ລາຍ​ໄດ້​ກັນ​ຢ່າງ​ຈິງ​ຈັງ ​ເພື່ອ​ເອົາ​ເງິນ​ໄປ​ຊ່ວຍ​ເຫລືອ​ຊາວບ້ານ ​ປາກ​ສະພານ ​ແລະ​ໃນ​ເຂດ​ອື່ນໆ.

ມູນ​ນິທິ​ໃຈ​ລາວ ຊຶ່ງ​ເວລາ​ນີ້​ເປັນອົງການ​ຈັດຕັ້ງ​ເພື່ອ​ການ​ກຸສົນ​ຢ່າງ​ສົມ ບູນ ​ໂດຍໄດ້​ຮັບ​ອະນຸມັດສະຖາ​ນະພາບ 501 ຊີ-3 ແລ້ວ ຊຶ່ງ​ໝາຍ​ຄວາມ​ວ່າ​ຜູ້​ບໍລິຈາກ​ເງິນ​ແກ່​ມູນ​ນິທິ​ສາມາດ​ຫັກພາສີ​ໄດ້​ນັ້ນ ​ແມ່ນ​ເປັນ ການ​ຈັດຕັ້ງຂອງ​ແມ່ຍິງ​ອາ​ເມ​ລິ​ກັນເຊື້ອສາຍ​ລາວ​ກຸ່ມ​ນຶ່ງ ທີ່​ມີ​ຄວາມ ປາດ​ຖະໜາ​ອັນ​ແຮງ​ກ້າ ຢາກ​ຈະ​ຊ່ວຍ​ເຫລືອ​ຄົນ​ລາວ​ຜູ້​ທຸກ​ຍາກ. ມູນ​ນິທິ​ໃຈ​ລາວ​ມີ​ຄະນະ​ບໍລິຫານ 8 ຄົນ​ດ້ວຍ​ກັນ ​ໂຮມ​ທັງ ຫລ້າ​ແລະ​ໂນ​ແອ​ລນຳ. ​ໃນນັ້ນ ສອງ​ຄົນ ຄື ບຣີ​ແອນ​ນາ​ ຫລື​ຈິດ ພົນ​ທອງ ຈາກ​ເມືອງ High Point ລັດ North Carolina ທາງ​ພາກ​ຕາ​ເວັນ​ອອກ ຂອງ​ສະຫະລັດ ກັບ​ສຸລິນ ນໍຣະວົງ ຈາກ​ເມືອງ Puyallup ລັດ Washington ທາງ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ໄດ້​ໃຫ້​ສຳພາດ​ກັບ​ວີ​ໂອ​ເອ ທາງ​ໂທລະສັບ ກ່ຽວ​ກັບ​ຜົນງານ​ຂອງ​ໃຈ​ລາວ​ໃນປີຜ່ານມາ ​ແລະ​ໂຄງການ​ໃນ​ຂັ້ນຕໍ່​ໄປ​. ​ແຕ່​ກ່ອນ​ອື່ນ ທັງ​ສອງ​ສາວ​ໄດ້​ເວົ້າສູ່​ຟັງ​ວ່າ​ເປັນ ​ຫຍັງ​ພວກ​ຕົນ​ຈຶ່ງ​ໄດ້​ເຂົ້າມາ​ພົວພັນ​ກັບ​ມູນ​ນິທິ​ໃຈ​ລາວ ຊຶ່ງ​ຈິດ ພົນ​ທອງ​ເວົ້າວ່າ ສຳລັບ​ນາງ​ນັ້ນ​ແມ່ນ​ເພື່ອ​ຢາກ​ສົ່ງ​ເສີມ​ແລະ​ຮັກສາ​ໄວ້​ຊຶ່ງ​ວັດທະ ນະທຳປະ​ເພນີຂອງ​ລາວ ​ແລະ​ຢາກ​ຊ່ວຍ​ເຫລືອ​ປະຊາຊົນ​ຜູ້​ທຸກຍາກ​ຢູ່​ໃນ​ເຂດ​ຊົນນະບົດ​ຂອງ​ລາວ ທີ່​ນາງ​ໄດ້​ໄປ​ພົບ​ໄປ​ເຫັນ​ມາ​ດ້ວຍ​ຕາ​ ໃນ​ຕອນ​ກັບ​ຄືນ​ເມືອ​ຢາມ​ບ້ານ. ຈິດ​ເວົ້າວ່າ ​ໃນ​ເມື່ອ​ຄົນ​ຊາດ​ອື່ນ ຍັງ​ຊ່ວຍ​ກັນ​ໄດ້ ​ເປັນ​ຫຍັງ​ຄົນ​ລາວ​ຈຶ່ງ​ຈະ​ເຮັດ​ບໍ່​ໄດ້? ສຳລັບ​ສຸລິນ​ເອງ​ກໍ​ຄື​ກັນ ຄວາມລຳບາກ​ຍາກແຄ້ນ​ຂອງ​ປະຊາຊົນ​ ໃນ​ເຂດ​ສອກຫລີກ​ຫ່າງ​ໄກ ​ເຮັດ​ໃຫ້​ນາງ​ອີ​ດູ​ຕົນ ປະກອບ​ກັບ​ເລື່ອງ​ລາວ​ທີ່ນາງ​ໄດ້​ຍິນ​ມາ​ກ່ຽວ​ກັບ ສະພາບ​ຄອບຄົວທີ່ທຸກ​ຍາກ​ຂອງ​ບິດາແລະ​ສາມີຂອງ​ນາງ ​ໃນ​ສະ​ໄໝ​ທີ່​ຍັງຮຽນ​ໜັງສື​ຢູ່​ປະ​ເທດ​ລາວ ຈື່ງ​ເຮັດ​ນາງ​ຢາກ​ໄປ​ຊ່ວຍ​ເຫລືອ​ປະຊາຊົນ ​ລາວ. ສຸລິນ​ກັບ​ຈິດ ຈຶ່ງ​ໄດ້​ເຂົ້າຮ່ວມ​ກັບ​ໂນ​ແອ​ລ​ແລະ​ສຸ​ກິດ​ຕະ ຊື່​ງ​ເປັນ​ໝູ່​ກັນ​ຢູ່​ແລ້ວນັ້ນ ​ກໍ່ຕັ້ງມູນ​ນິທິ​ໃຈ​ລາວ​ຂຶ້ນ​ມາ.

ໃຈລາວ ກັບຊາວບ້ານ ທີ່ໄປຊ່ວຍເຫລືອ
ໃຈລາວ ກັບຊາວບ້ານ ທີ່ໄປຊ່ວຍເຫລືອ

ເມື່ອ​ກາງເດືອນ​ພະຈິກ​ ຫາ​ເດືອນ​ທັນວາ ປີ​ກາຍ​ນີ້ ຄະນະ​ບໍລິຫານ​ໃຈ​ລາວ​ໄດ້​ພາກັນ​ເດີນທາງ​ໄປ​ປະ​ເທດ​ລາວ ພ້ອມ​ກັບ​ເສື້ອ​ຜ້າ​ທັງ​ເກົ່າແລະ​ໃໝ່ 12 ຫີບ ​ໄປ​ມອບ​ໃຫ້​ຊາວບ້ານ​ທີ່​ປະສົບ​ກັບໄພ​ພາຍຸ​ໃຕ້​ຝຸ່ນ​ເກດສະ ໜາໃນ​ເຂດ​ແຂວງສາລະ​ວັນ ​ພ້ອມ​ກັບ​ສັດລ້ຽງ ​ເຊ່ນ​ເປັດ​ໄກ່. ນອກ​ນັ້ນ ທາງ​ຄະນະ​ຍັງ​ໄດ້​ເອົາ​ປື້​ມຮຽນ ​ເຈ້ຍສໍ ​ແລະ​ເຄື່ອງ​ຫລີ້ນ​ກິລາ ​ໄປ​ມອບ​ໃຫ້ໂຮງຮຽນ​ປະຖົມ​ບ້ານ​ປາກ​ສະພານ​. ຫລັງ​ຈາກ​ນັ້ນ ຄະນະ​ໃຈ​ລາວກໍ ​ໄດ້​ເດີ​ຍທາງ​ຂຶ້ນ​ເໜືອ​ ​ໄປ​ຍັງ​ແຂວງ​ຫລວງ​ພະ​ບາງ ແລະ​ຊື້​ຜ້າ​ຫົ່ມ ຈຳນວນ 500 ຜືນ ​ໄປ​ມອບ​ໃຫ້​ປະຊາຊົນ​ໃນ​ໝູ່​ບ້ານ​ຫລາຍ​ແຫ່ງ.

ສຳລັບ​ປີ 2010 ນີ້ ຄະນະ​ໃຈ​ລາວ​ມີ​ແຜນການ​ຈະ​ເດີນທາງ​ໄປ​ຮ່ວ​ມ​ໃນ ພິທີ​ວາງ​ສິລາ​ເລີກ ສຳລັບ​ກໍ່ສ້າງ​ໂຮງຮຽນ​ປະຖົມ​ແຫ່ງ​ນຶ່ງ​ທີ່​ທາງ​ມູນ​ນິທິ ຈະ​ຊ່ວຍ​ສ້າງ​ຂຶ້ນ​ໃນ​ເມືອງ​ສາລະ​ວັນ ​ແລະ​ພ້ອມ​ດຽວ​ກັນ ກໍ​ຈະ​ນຳ​ເງິນ​ຈຳນວນຫ້າ​ພັນ​ດອລລ່າໄປ​ມອບ​ໃຫ້​ອຳນາດ​ປົກຄອງ​ບ້ານ​ປາກ​ສະພານ ຊຶ່ງ​ເປັນ​ເງິນ​ທີ່​ທາງ​ມູນ​ນິທິ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໄວ້​ວ່າ ຈະ​ຊ່ວຍສົມທົບເຂົ້າ​ໃນ​ການ​ສ້າງ​ໂຮງຮຽນ​ປະຖົມ​ຫລັງ​ນຶ່ງ.

ສຳລັບ​ແຜນການ​ໄລຍະ​ຍາວ ​ໃຈ​ລາວ​ຍັງ​ມີ​ຄວາມ​ໝາຍໝັ້ນທີ່​ຈະ​ສ້າງ​ໂຮງຮຽນ​ມັດທະຍົມ​ຫລັງ​ນຶ່ງ​ໃຫ້​ແຂວງສາລະ​ວັນ ​ໄກ້ໆ​ກັບ​ບ້ານ​ປາກ​ສະພານ ຕາມ​ທີ່​ສຸ​ກິດ​ຕະກັບ​ໂນ​ແອ​ລ​ໄດ້​ຕັ້ງ​ເປົ້າໝາຍ​ໄວ້​ໃນ​ເບື້ອງ​ຕົ້ນ ຊຶ່ງ​ກະ​ປະມານ​ວ່າ​ຈະ​ຕ້ອງການ​ເງິນ​ທຶນ ປະມານ 25 ພັນ​ດອລລ່າ.

ເພື່ອ​ຫາ​ເງິນ​ລາຍ​ໄດ້ ມາ​ໄວ້​ເປັນ​ທຶນ​ນັ້ນ ມູນ​ນິທີ​ໃຈ​ລາວ​ມີ​ແຜນການ ຈະ​ຈັດ​ງານ Lao Night ຄັງທີ​ສອງ​ຂຶ້ນ ​ໃນ​ວັນ​ທີ 12 ​ເດືອນ​ມີ​ຖຸນາ​ຈະ​ມາ​ນີ້ ທີ່​ຫໍ​ປະຊຸມ San Ramon Convention Center ​ເມືອງຣາ​ໂມນ ລັດ​ແຄ​ລິ​ຟໍ​ເນຍ ຊຶ່ງ​ຈະ​ມີ​ການສະ​ແດງ​ສິນ​ປະວັດ​ທະນະ​ທຳ​ລາວ ​ເປັນຕົ້ນການ​ຟ້ອນ​ນາດຕະສິນ ສະ​ແດງ Fashion Show ສະ​ແດງ​ຂວັດ​ໝາກ​ໄມ້ ພ້ອມ​ທັງ​ອາຫານ​ການ​ກິນ​ລາວ ​ແລະ​ການ​ລື້​ນ​ເລີງ​ຕ່າງໆ.

ທາງ​ໃຈ​ລາວ​ຂໍ​ຮຽກຮ້ອງ​ທ່ານ​ທີ່​ມີ​ໃຈ​ບຸນ​ສຸນ​ທານ ​ຢາກ​ຊ່ວຍ​ເຫລືອ​ປະຊາຊົນ​ລາວ​ດ້ວຍ​ກັນ ຈົ່ງ​ໄປ​ຮ່ວມ​ສະໜັບສະໜູນ​ໃນ​ງານ​ນີ້​ດ້ວຍ. ​ແລະ​ທ່ານ​ຜູ້​ໃດຢາກ​ຮຽນ​ຮູ້​ກ່ຽວ​ກັບ​ໃຈ​ລາວ​ເພິ່ມຕື່ມ ຫລື​ບໍລິຈາກ​ເງິນ ​ເຊີນ​ເຂົ້າ​ໄປ​ເບິ່ງ​ເວ​ບ​ໄຊ້ທ໌ຂອງ​ໃຈ​ລາວ ທີ່ jailao.org

XS
SM
MD
LG