ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທະນາຍຄວາມຊາວອີຣ່ານ ຖືກຂັງຄຸກ ອົດກິນອາຫານເພື່ອປະທ້ວງ ເປັນເວລາ 21 ວັນ ສຸຂະພາບອ່ອນເພຍ ບໍ່ຍອມໃສ່ນ້ຳເກືອ


ພາບນີ້ບໍ່ໄດ້ລະບຸວັນເວລາ ຊອງທະນາຍຄວາມ ທ່ານນາງ ທ່ານນາງນາສຣິນ ໂຊຕູເດ ຜູ້ທີ່ຖືກຂັງຄຸກ ໄດ້ເລີ້ມອົດກິນອາຫານເພື່ອປະທ້ວງ ນັບຕັ້ງແຕ່ ວັນທີ 11 ສິງຫາ 2020 ຢູ່ທີ່ເມືອງອີວິນຂອງນະຄອນຫຼວງເຕຫະຣ່ານ. (VOA Persian)
ພາບນີ້ບໍ່ໄດ້ລະບຸວັນເວລາ ຊອງທະນາຍຄວາມ ທ່ານນາງ ທ່ານນາງນາສຣິນ ໂຊຕູເດ ຜູ້ທີ່ຖືກຂັງຄຸກ ໄດ້ເລີ້ມອົດກິນອາຫານເພື່ອປະທ້ວງ ນັບຕັ້ງແຕ່ ວັນທີ 11 ສິງຫາ 2020 ຢູ່ທີ່ເມືອງອີວິນຂອງນະຄອນຫຼວງເຕຫະຣ່ານ. (VOA Persian)

ທະນາຍຄວາມຊາວອີຣ່ານຜູ້ທີ່ຖືກກັກຄັງ ແລະເປັນນັກຕໍ່ສູ້ເພື່ອສິດທິມະນຸດ ໄດ້ປະສົບກັບສຸຂະພາບທີ່ອ່ອນເພຍລົງ ໃນການອົດກິນອາຫານມາໄດ້ 21 ວັນເພື່ອເປັນການປະທ້ວງຕໍ່ການປະຕິບັດຕໍ່ນັກໂທດການເມືອງຂອງ ອີຣ່ານ ອີງຕາມຕາມກ່າວຂອງສາມີທ່ານນາງ.

ໃນການໂອ້ລົມກັບວີໂອເອພະແນກພາສາເປີເຊຍຜ່ານທາງໂທລະສັບ ຈາກນະຄອນຫຼວງເຕຫະຣ່ານ ທ່ານເຣຊາ ຄານດານ ໄດ້ກ່າວວ່າ ທ່ານໄດ້ຮັບຊາບເຖິງສຸຂະພາບທີ່ໄດ້ຊຸດໂຊມລົງຢ່າງໜັກຂອງພັນລະຍາທ່ານ ໃນການໄດ້ລົມທາງໂທລະສັບທີ່ທາງການອະນຸຍາດໃຫ້ທ່ານນາງໂທອອກມາຈາກຄຸກຂອງເມືອງອີວິນ ໃນວັນຈັນວານນີ້.

ທ່ານນາງນາສຣິນ ໂຊຕູເດ ຜູ້ທີ່ໄດ້ຖືກຄວບຄຸມໂຕຢູ່ທີ່ເມືອງອີວິນ ນັບຕັ້ງແຕ່ເດືອນມິຖຸນາ ປີ 2018 ເປັນຕົ້ນມາ ໄດ້ເລີ້ມອົດກິນອາຫານເພື່ອເປັນການປະທ້ວງ ຄັ້ງທີສອງແຕ່ວັນທີ 11 ສິງຫາ. ໃນຈົດໝາຍສະບັບນຶ່ງ ທີ່ໄດ້ຂຽນໂດຍທ່ານນາງ ໂຊຕູເດ ແລະໄດ້ສົ່ງໄປຫາ ວີໂອເອ ໃນວັນດຽວກັນນັ້ນ ທ່ານນາງໄດ້ກ່າວວ່າ ລາວໄດ້ຮຽກຮ້ອງໃຫ້ປ່ອຍພວກນັກໂທດທາງການເມືອງເຊັ່ນດຽວກັບທ່ານນາງ ອອກຈາກຄຸກຂອງອີຣ່ານ ທີ່ແອອັດ ແລະບໍ່ສະອາດ ຊຶ່ງເຕັມໄປດ້ວຍການຕິດແປດຂອງພະຍາດໄວຣັສໂຄໂຣນາ.

“ເປັນທີ່ໜ້າເສຍໃຈ ລາວມີສຸຂະພາບທີ່ບໍ່ຄ່ອຍດີ ແລະພວກເຮົາມີຄວາມເປັນຫ່ວງຫຼາຍກ່ຽວກັບສຸຂະພາບຂອງລາວໃນເວລານີ້” ທ່ານ ຄານດານ ໄດ້ກ່າວໄປ ໂດຍອ້າງເຖິງຕົວຂອງທ່ານເອງ ແລະລູກສອງຄົນຂອງຄູ່ສາມີພັນລະຍາ. ທ່ານກ່າວຕື່ມວ່າ “ລາວໄດ້ກ່າວວ່າ ໝໍທ່ານນຶ່ງ ໄດ້ບອກລາວວ່າ ລາວຕ້ອງໄດ້ໃສ່ນ້ຳເກືອຍ້ອນຄວາມດັນເລືອດຕ່ຳ ແຕ່ລາວກໍບໍ່ໄດ້ບອກໃຫ້ຮູ້ເຖິງລະດັບຂອງຄວາມ ດັນຂອງເລືອດ ແລະລາວກໍໄດ້ປະຕິເສດຕໍ່ການໃສ່ນໍ້າເກືອ.”

ທ່ານຄານດານ ໄດ້ກ່າວວ່າ ທາງການເມືອງອີວິນ ໄດ້ຈຳກັດການໂທລະສັບອອກໄປຈາກຄຸກສຳລັບພວກແມ່ຍິງ ໂດຍອະນຸຍາດໃຫ້ທ່ານນາງ ໂທອອກໄປໄດ້ພຽງຄັ້ງດຽວທຸກສອງຫຼືສາມມື້ເທົ່ານັ້ນີ ແທນທີ່ຈະເປັນທຸກມື້.

ໃນການຂຽນຂໍ້ຄວາມລົງເຟສບຸກຂອງທ່ານ ຄານດານ ໃນວັນຈັນວານນີ້ ທ່ານໄດ້ກ່າວວ່າ ລະບົບຍຸຕິທຳຂອງອີຣ່ານ ມີ “ຄວາມເປັນສັດຕູທີ່ບໍ່ທຳມະດາ” ຕໍ່ພວກນັກໂທດ ໃນຄຸກສຳລັບພວກແມ່ຍິງ ໂດຍການຈຳກັດການໂທລະສັບອອກຈາກຄຸກໄດ້ພຽງໄລຍະ 10 ນາທີ.

ທ່ານໄດ້ຂຽນລົງເຟສບຸກວ່າ “ເປັນເວລາ 8 ເດືອນຜ່ານມາ ພວກເຈົ້າໜ້າທີ່ ໄດ້ງົດການໃຫ້ພົບປະແບບຊ້ອງໜ້າກັບສະມາຊິກຄອບຄົວຂອງພວກນັກໂທດ ໂດຍສະເພາະພວກລູກເຕົ້າ. ແຕ່ພວກເຂົາເຈົ້າກໍບໍ່ໄດ້ເພີ້ມໄລຍະການໂທລົມທາງໂທລະສັບໃຫ້ແມ່ນແຕ່ນາທີດຽວ ສຳລັບຜູ້ທີ່ເປັນແມ່ທັງຫຼາຍ ພາຍໃນພວກແມ່ຍິງທີ່ຢູ່ໃນຄຸກຂອງອີວິນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG