ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂຈເຊັຟ ແຈັກສັນ ພໍ່ຂອງມື້ລາງ ທ. ໄມເກີລ ໄດ້ເຖິງແກ່ ມໍລະນະກຳ ແລ້ວ ຮວມອາຍຸ ໄດ້ 89 ປີ

ທ່ານ ໂຈເຊັຟ ແຈັກສັນ ເຂົ້າຮ່ວມ ງານລ້ຽງ ກາລາ ຂອງມູນນິທິ ແຟຣສ໌ (The Friars Foundation Gala) ເພື່ອເປັນກຽດແກ່ທ່ານ ໂຣເບີດ ດີ ເນຍໂຣ ແລະ ທ່ານ ຄາຣລັອສ ສລິມ ຢູ່ທີ່ ໂຮງແຮມ Waldorf-Astoriaເມື່ອວັນທີ 7 ຕຸລາ 2014, ໃນນະຄອນ ນິວຢອກ.

ທ່ານ ໂຈເຊັຟ ແຈັກສັນ ຜູ້ທີ່ເປັນຕາໜ້າຢ້ານ ເຊິ່ງເປັນກົກເຄົ້າຂອງຄອບຄົວນັກດົນຕີ
ແຈັກສັນ ໄດ້ເຖິງແກ່ມໍລະນະກຳແລ້ວ. ຮວມອາຍຸໄດ້ 89 ປີ.

ເຈົ້າໜ້າທີ່ສັນນະສູດສົບ ໄດ້ບອກອົງການຂ່າວເອພີ ວ່າ ທ່ານ ແຈັກສັນ ໄດ້ເສຍຊີວິດ
ຢູ່ທີ່ບ້ານພັກສຳລັບຄົນຊະລາປ່ວຍໜັກ ຊື່ວ່າ Nathan Adelson ໃນນະຄອນ ລາສ
ເວກັສ ຂອງລັດເນວາດາ. ເຈົ້າໜ້າທີ່ສັນນະສູດສົບ ບໍ່ໄດ້ໃຫ້ລາຍລະອຽດໃດໆ ກ່ຽວກັບ
ສາເຫດຂອງການເສຍຊີວິດ ແຕ່ ກໍໄດ້ກ່າວວ່າ ບໍ່ມີເຫດຜົນອັນໃດເລີຍ ທີ່ພາໃຫ້ເຊື່ອ
ວ່າ ມັນເປັນການເສຍຊີວິດ ທີ່ບໍ່ແມ່ນ ທຳມະຊາດ.

ທ້າວ ໄມເກີລ ແຈັກສັນ ຢືນຄຽງຂ້າງ ດ້ວຍນັກຮ້ອງ ນາງ ບອນນີ້ ພ້ອຍເຕີ, ຊ້າຍ, ແລະ ເອື້ອຍ ນາງ ລາໂທຢາ, ຂວາ, ຢູ່ທີ່ງານມອບ ລາງວັນ American Music Awardsໃນນະຄອນ ລັອສ ແອນເຈີແລັສ, ວັນທີ 31 ມັງກອນ 1981. ທ້າວ ໄມກີລ ແຈັກສັນ ໄດ້ຊະນະສອງລາງວັນ ເພງປະເພດໂຊລ ທີ່ນິຍົມຫຼາຍສຳລັບອາລບຳ ຊຸດ "Off the Wall" ແລະ ນັກຮ້ອງຊາຍດີເດັ່ນປະເພດເພງໂຊລ.

ທ່ານແຈັກສັນ ເປັນພໍ່ ຂອງນັກສະແດງ ມື້ລາງ ທ້າວ ໄມເກີລ ແຈັກສັນ ນາງ ແຈນເນັດ
ແຈັກສັນ ແລະພວກລູກເຕົ້າຂອງທ່ານຜູ້ທີ່ມີພອນສະຫວັນດ້ານດົນຕີ ໄດ້ນຳພາ ຄອບ
ຄົວຂອງທ່ານ ອອກຈາກຄວາມທຸກຍາກ ຢູ່ໃນເມືອງແກຣີ ຂອງລັດອິນດີອານາ ແລະ
ໄດ້ລິເລີ້ມຈຸ້ມເຈື້ອວົງດົນຕີທີ່ມີຊື່ສຽງ.

ລູກຊາຍ 5 ຄົນຂອງທ່ານ ແຈັກສັນ ທີ່ປະກອບດ້ວຍ ໄມໂກລ ເຈີຣເມນ ມາຣລອນ
ທີໂຕ ແລະ ແຈັກກີ ໄດ້ຕັ້ງເປັນວົງດົນຕີຂຶ້ນ ທີ່ໄດ້ສ້າງຄວາມຕື່ນເຕັ້ນໃນທັນທີ ອັນເປັນ
ທີ່ມາຂອງວົງ ແຈັກສັນ 5 ໃນປີ 1969.

ຕະຫຼອດໄລຍະ ຫຼາຍທົດສະວັດຜ່ານມາ ຫຼາຍລ້ານຄົນ ຈະໄດ້ຮັບຟັງຜົນງານຂອງວົງ
ແຈັກສັນສ໌ ແລະມື້ລາງທ້າວໄມເກີລກໍໄດ້ກາຍເປັນນັກສະແດງທີ່ໄດ້ຮັບນິຍົມຊົມຊອບ
ຫຼາຍທີ່ສຸດ ໃນປະຫວັດສາດ ກ່ອນທີ່ຜູ້ກ່ຽວ ຈະເສຍຊີວິດ ໃນປີ 2009.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG