ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຮັບ​ຟັງ​ຄຳ​ໃຫ້​ການ ໃນ​ມື້​ທີ 2 ​ເພື່ອ​ຮັບ​ຮອງ​ເອົາ​ ທ.ນ. ແຈັກ​ສັນ ເປັນ​ຜູ້​ພິ​ພາ​ກ​ສາ ໃນ​ສານ​ສູງ​ສຸດ ​​​ດຳ​ເນີນ​​​ໄປ​ຕາມ​ສາຍ​​ພັກ


Biden Supreme Court Nominee Defends Record, Vows to Be Impartial
please wait

No media source currently available

0:00 0:03:15 0:00

ທ່ານ​ນາງແຈັກ​ສັນທີ່​ທ່ານ​ໄບ​ເດັນ​ສະ​ເໜີ​ໃຫ້ຖືກ​ແຕ່ງ​ຕັ້ງເປັນ​ຜູ້​ພິ​ພາກ​ສາ​ໃນ​ສານ​ສູງ​ສຸດ​ສັນ​ຍາ​ວ່າ​ ຈະຕັດ​ສິນ​ແບບ​ບໍ່​ລຳ​ອຽງ

ຜູ້ພິພາກສາເຄທານຈີ ບຣາວ ແຈັກສັນ (Ketanji Brown Jackson) ຈະ​ປະເຊີນກັບການ ສອບຖາມເພີ່ມເຕີມໃນວັນພຸດມື້ນີ້ ຈາກສະມາຊິກຂອງຄະນະກຳມະການຕຸລາການຂອງສະພາ ສູງສະຫະລັດ ໃນຂະນະທີ່ບັນດາສະມາຊິກລັດຖະ ສະພາພິຈາລະນາ ການສະເໜີຊື່ແຕ່ງ​ຕັ້ງ ໃຫ້ທ່ານນາງເຂົ້າຮັບຕໍາແໜ່ງໃນສານສູງສຸດຂອງສະຫະລັດ.

ທ່ານ​ນາງແຈັກ​ສັນ, ຊຶ່ງ​ເປັນແມ່ຍິງຜິວດໍາຄົນທໍາອິດທີ່ໄດ້ຖືກແຕ່ງຕັ້ງ ໃຫ້ໄປນັ່ງຢູ່ໃນສານ ສູງສຸດຂອງປະເທດ ໄດ້ໄປ​ປາກົດໂຕເພື່ອ​ຕອບຄໍາຖາມໝົດມື້ ໃນວັນອັງຄານວານນີ້ທີ່ເນັ້ນ ໃສ່ທຸກສິ່ງທຸກຢ່າງນັບ ​ຕັ້ງແຕ່ປັດຊະຍາໃນການພິພາກສາໂດຍ​ລວມຂອງທ່ານນາງ ຈົນ ໄປຮອດຄໍາຖາມທີ່​ສະ​ເພາະເຈາະ​ຈົງສູງ ກ່ຽວກັບ ຄໍາຕັດສິນ ທີ່ທ່ານນາງໄດ້ວາງອອກ ແລະ ບົດສະຫຼຸບຫຍໍ້ທີ່ທ່ານນາງໄດ້ຍື່ນ.

ພວກ​ສັງ​ກັດພັກເດໂມແຄຣັດໄດ້ໃຊ້ເວລາສ່ວນໃຫຍ່ຂອງພວກເພິ່ນເຂົ້າໃນການເວົ້າຢ່າງ ສະໜິດສະໜົມກັບທ່ານ​ນາງ​ແຈັກ​ສັນແທນທີ່ຈະຖາມຄຳຖາມເຈາະ​ຈີ້ມ.

ເຂົາເຈົ້າໄດ້​ຖາມ​ສະ​ຫລັບ​ກັນ​ໄປກັບພວກ​ສັງ​ກັດພັກຣີພັບບລີກັນ, ເຊິ່ງໂດຍທົ່ວ ໄປແລ້ວໄດ້ ກົດດັນທ່ານ​ນາງ​ແຈັກ​ສັນແຮງກວ່າ ໃນຫົວຂໍ້ຕ່າງໆ ນັບຕັ້ງແຕ່ການ ແຕ່ງງານຂອງຄົນເພດ ດຽວກັນ ຈົນເຖິງການຕັດສິນລົງໂທດຜູ້ທີ່ຖືກຕັດສິນວ່າ ມີຮູບລາມົກຂອງເດັກນ້ອຍ.

ປະທານຄະນະກໍາມະການ, ທ່ານດິກ ເດີ​ບິນ (Dick Durbin) ຈາກພັກເດໂມແຄຣັດໄດ້ເລີ່ມຕົ້ນ ການຕັ້ງຄໍາຖາມ ແລະໃຊ້ເວລາສ່ວນ​ໃຫຍ່ຂອງທ່ານໃຫ້ ທ່ານ​ນາງ​ແຈັກ​ສັນ ມີໂອກາດແກ້ໄຂ ບາງຫົວຂໍ້ທີ່​ເປັນ​ເລື້ອງ​ໂຕ້ແຍ້ງກັນທີ່ພັກຣີພັບບລີກັນຄາດວ່າຈະຍົກ​ຂຶ້ນມາ.

ສະ​ມາ​ຊິກ​ສະ​ພາ​ສູງ Charles Grassley, ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ​ຈາກ​ລັດ​ໄອ​ໂອ​ວາ ຖາມ​ທ່ານ​ນາງ Ketanji Brown Jackson ທີ່ຖືກ​ສະ​ເໜີ​ຊື່​ໃຫ້​ແຕ່ງ​ຕັ້ງ​ເປັນ​ຜູ້ພິ​ພາກ​ສາ​ໃນ​ສານ​ສູງ​ສຸດ, ວັນ​ທີ 22 ມີ​ນາ, 2022
ສະ​ມາ​ຊິກ​ສະ​ພາ​ສູງ Charles Grassley, ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ​ຈາກ​ລັດ​ໄອ​ໂອ​ວາ ຖາມ​ທ່ານ​ນາງ Ketanji Brown Jackson ທີ່ຖືກ​ສະ​ເໜີ​ຊື່​ໃຫ້​ແຕ່ງ​ຕັ້ງ​ເປັນ​ຜູ້ພິ​ພາກ​ສາ​ໃນ​ສານ​ສູງ​ສຸດ, ວັນ​ທີ 22 ມີ​ນາ, 2022

ສ່ວນຫົວຂໍ້ຂອງການເພີ້ມຈໍານວນຜູ້​ພິ​ພາກ​ສາຢູ່ໃນສານ - ຊຶ່ງ​ເປັນຍຸດທະສາດ ທີ່ພວກ​ສັງ​ກັດພັກເດໂມແຄຣັດບາງຄົນໄດ້ສະ​ແຫວງ​ຫາ​ການສະຫນັບສະຫນູນເພື່ອເປັນ ວິທີນຶ່ງ​ໃນການຫຼຸດຜ່ອນອິດທິພົນຂອງຜູ້​ພິ​ພາ​ສາ​ທີ່​ມີ​ຫົວອະນຸລັກນິ​ຍົມ, ແລະເປັນ​ສິ່ງທີ່ພັກຣີພັບບລີກັນເຍາະເຍີ້ຍວ່າ ເປັນ​ການ "ເອົາ​ພັກ​ພວກໄປ​ຢູ່​ໃນສານ" - ທ່ານ​ນາງ​ແຈັກ​ສັນຕອບທ່ານ​ເດີ​ບິນວ່າ ທ່ານນາງ ບໍ່ຄວນສະແດງຄວາມຄິດເຫັນ​ກ່ຽວ​ກັບ​ເລື້ອງນີ້.

ທ່ານນາງກ່າວວ່າ "ດາວເຫນືອນຳ​ທາງ ຂອງຂ້າ​ພະ​ເຈົ້າແມ່ນການພິຈາລະນາບົດ ບາດທີ່ເຫມາະສົມຂອງຜູ້ພິພາກສາໃນໂຄງຂອບ​ຂອງລັດຖະທໍາມະນູນພວກເຮົາ," "ແລະໃນ ທັດສະນະຂອງຂ້າ​ພະ​ເຈົ້າແລ້ວ, ຜູ້ພິພາກສາບໍ່ຄວນອອກ​ຄຳ​ເຫັນຕໍ່​ເລື້ອງທີ່​ເປັນບັນຫາທາງ ການເມືອງ - ແລະແນ່ນອນວ່າ ມັນບໍ່ແມ່ນຜູ້ທີ່ຖືກແຕ່ງຕັ້ງເພື່ອ​ໄປ​ຮັບຕໍາແຫນ່ງ ໃນສານສູງ ສຸດຄວນ​ຈະ​ເວົ້າ."

ຄໍາຕອບຂອງທ່ານ​ນາງ​ແຈັກ​ສັນເປັນ​ຄຳ​ຕອບ​ທີ່​ສອດ​ຄ່ອງກັບທັດ​ສະ​ນະ​ຂອງ​ຜູ້​ພິ​ພາກ​ສາ​ເອ​ມີ ຄອນ​ນີ ບາ​ແຣດ (Amy Coney Barrett), ຜູ້ທີ່ໄດ້ໃຫ້ຄໍາຕອບທີ່ຄ້າຍຄືກັນ ໃນການຮັບ​ຟັງ​ຄຳ​ໃຫ້​ການ ​ເພື່ອຮັບ​ຮອງເອົາທ່ານນາງເອງ ໃນ​ປີ 2020.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG