ສານອາຍາສາກົນ ຫລື International Criminal Court ໄດ້ກ່າວຫາ ອະດີດປະທານາ
ທິບໍດີຂອງປະເທດໄອວໍຣີໂຄສ ທ່ານລໍແຣນ ບັກໂບວ່າ ມີຄວາມຜິດຢູ່ 4 ກະທົງ ໃນການ
ກໍ່ອາດຊະຍາກໍາຕ້ານມະນຸດຊາດ ຊຶ່ງກ່ຽວຂ້ອງກັບການກໍ່ຄວາມຮຸນແຮງ ລຸນຫລັງການ
ເລືອກຕັ້ງເອົາປະທານາທິບໍດີ ໃນປີກາຍນີ້ສິ້ນສຸດລົງ.
ສານທີ່ຕັ້ງຢູ່ນະຄອນ ເຮັກ (Hague) ກ່າວໃນວັນພຸດມື້ນີ້ວ່າ ທ່ານບັກໂບ ຖືກກ່າວຫາວ່າ
ມີຄວາມຮັບຜິດຊອບໃນຖານເປັນຜູ້ໃຫ້ຄວາມຮ່ວມມືໂດຍທາງອ້ອມ ຕໍ່ການຄາດຕະກໍາ,
ຂົ່ມຂືນ, ແລະການລະເມີດທາງເພດແບບອື່ນໆ ຕະຫຼອດທັງການສັງຫານ ແລະການກະ
ທໍາທີ່ໄຮ້ມະນຸດສະທໍາແບບອື່ນອີກດ້ວຍ.
ສານດັ່ງກ່າວຍັງກ່າວອີກວ່າ ມີ “ຫລັກຖານທີ່ມີເຫດຜົນດີ” ທີ່ພາໃຫ້ເຊື່ອໄດ້ວ່າ ກໍາລັງທະ
ຫານ ທີ່ສະໜັບສະໜູນທ່ານບັກໂບ ໂຈມຕີພວກພົນລະເຮືອນຢູ່ໃນນະຄອນຫລວງ ອະບິດ
ຈັນ (Abidjan) ແລະຢູ່ໃນເຂດຕາເວັນຕົກຂອງໄອວໍຣີ ໂຄສ ທີ່ໄດ້ແນເປົ້າໝາຍໃສ່ຜູ້ຄົນ
ທີ່ເຂົາເຈົ້າຄິດວ່າ ໃຫ້ການສະໜັບສະໜູນແກ່ຜູ້ຕໍ່ຕ້ານທ່ານບັກໂບ.
ການກໍ່ຄວາມຮຸນແຮງໄດ້ເລີ້ມຕົ້ນຂຶ້ນ ລຸນຫລັງທີ່ທ່ານບັກໂບ ໄດ້ປະຕິເສດບໍ່ຍອມໂອນອໍາ
ນາດໃຫ້ລັດຖະບານຊຸດໃໝ່ ພາຍຫລັງທີ່ໄດ້ເສຍໄຊໃນການເລືອກຕັ້ງ ໃຫ້ແກ່ປະທານາທິບໍດີ
ຄົນປັດຈຸບັນ ທ່ານ ອາລາສສັນ ອຸດຕາຣາ (Alassan Outtara)
ຫົວໜ້າໄອຍະການຂອງສານອາຍາສາກົນ ທ່ານ Luis Moreno-Ocampo ກ່າວໃນຖ້ອຍ
ຖະແຫລງວ່າ ການສືບສວນສອບສວນຍັງດໍາເນີນຕໍ່ໄປ ແລະ ທ່ານບັກໂບເປັນພຽງຄົນທໍາອິດ
ທີ່ຈະຖືກນໍາມາຂຶ້ນສານ ເພື່ອດໍາເນີນຄະດີ. ໄອຍະການສານຍັງເຕືອນພວກຜູ້ນໍາທັງຫລາຍອີກ
ວ່າ ການໃຊ້ຄວາມຮຸນແຮງ ບໍ່ແມ່ນ “ວິທີທາງເລືອກ” ໃນການທີ່ຈະຮັກສາ ຫລື ຍາດເອົາອໍາ
ນາດໄດ້ອີກຕໍ່ໄປແລ້ວ.