ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນຫາຂັດແຍ້ງ ເລື່ອງຜົນການເລືອກຕັ້ງ ທີ່ໄອວໍຣີ ໂຄສຕ໌


ປະທານາທິບໍດີ Laurent Gbagbໂບກມືໃສ່ປະຊາຊົນ ຫລັງຈາກສາບານໂຕເຂົ້າຮັບຕໍາແໜ່ງ ທີ່ນະຄອນຫລວງ Abidjan, ວັນທີ 4 ທັນວາ 2010.
ປະທານາທິບໍດີ Laurent Gbagbໂບກມືໃສ່ປະຊາຊົນ ຫລັງຈາກສາບານໂຕເຂົ້າຮັບຕໍາແໜ່ງ ທີ່ນະຄອນຫລວງ Abidjan, ວັນທີ 4 ທັນວາ 2010.









ຜູ້​ສະມັກຮັບເລືອກ​ຕັ້ງປະທານາທິບໍດີ Ivory Coast ທັງ​ສອງ​ທ່ານ ​ຕ່າງ​ກໍ​ໄດ້ ແຂ່ງ​ກັນ​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງໃນ​ວັນ​ເສົາ​ວານ​ນີ້ ເຮັດ​ໃຫ້ປະ​ເທດ​ຊາດຕົກ​ ຢູ່​ໃນ​ວິ​ກິດ​ການ​ດ້ານ​ການ​ເມືອງ​ໜັກ​ຂຶ້ນ​ໄປ​ອີກ.

ປະທານາທິບໍດີ Laurent Gbagbo ​ໄດ້​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງ​ໃນ​ພິທີ​ທີ່ຖ່າຍ​ທອດ​ອອກທາງ​ໂທລະພາບ​ແຫ່ງ​ຊາດ ຫລັງ​ຈາກ​ຄະນະ​ກໍາມາ​ທິການ​ລັດ ຖະທໍາ​ມະນູນ​ຂອງ Ivory Coast ປະກາດໃຫ້ທ່ານ​ເປັນ​ຜູ້​ຊະນະ​ການ​ເລືອກຕັ້ງ ​ໂດຍ​ໄດ້​ຮັບ​ຄະ​ແນ​ນສຽງ 51 ​ເປີ​ເຊັນ​ຂອງ​ບັດ​ຄະ​ແນນ​ສຽງ​ທັງ​ໝົດ ​ແຕ່​ຄະນະ​ກໍາມາ​ທິການເລືອກ​ຕັ້ງ​ຂອງ​ປະ​ເທດ ຊໍ້າພັດ​ປະກາດ​ໃຫ້​ຜູ້​ນໍາ​ພັກ​ຝ່າຍຄ້ານ ຄື​ທ່ານ Alassane Ouattara ​ເປັນ​ຜູ້​ຊະນະ​ການ​ເລືອກ​ຕັ້ງ ​ກ່ອນ​ໜ້າ​ນັ້ນ.

ທາງສະຫະພາບອະ​ຟຣິກາ ​ໄດ້​ຮ້ອງຂໍ​ໃຫ້​ອະ​ດີດ​ປະທານາທິບໍດີ​ອາ​ຟຣິກາໃຕ້​ ທ່ານ Thabo Mbeki ​ເດີນ​ທາງ​ໄປ​ຍັງ Ivory Coast ​ເພື່ອ​ຊ່ອຍ​ເຈລະຈາ​ໃຫ້​ມີ​ການ​ແກ້​ໄຂ​ກັນ​ຢ່າງ​ສັນຕິ ​ກ່ຽວ​ກັບ​ບັນຫາ​ຂັດ​ແຍ້​ງກັນ​ເລື່ອງ​ການ​ເລືອກຕັ້ງ​ນີ້.

ຝຣັ່ງ ສະຫະລັດ ສະຫະພາບ​ຢູ​ໂຣບ ​ແລະ​ສະຫະພາບ​ອາ​ຟຣິກາ​ໄດ້​ຮ່ວມກັບ​ສະຫະ​ປະຊາ​ຊາດ​ ຮັບ​ຮູ້​ທ່ານ Ouattara ​ເປັນ​ປະທານາທິບໍດີ​ທີ່​ໄດ້ຮັບ​ເລືອກ​ຕັ້ງ ໃໝ່ ​ແລະ​ຮຽກຮ້ອງ​ໃຫ້​ທ່ານ Gbagbo ຍອມຮັບ​ເອົາ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ນັ້ນ.

ໃນ​ວັນ​ເສົາ​ວານ​ນີ້ ພວກ​ທະຫານໄດ້ພາກັນ​ຈັດ​ຕັ້ງສິ່ງ​ກີດຂວາງ​ຂຶ້ນຕັນ​ຖະໜົນ​ຫົນ ທາງ​ສາຍ​ຕ່າງໆ​ໃນເຂດ​ອ້ອມ​ແອ້ມ​ນະຄອນຫລວງ Abidjan. ​ເວລາ​ນີ້ ​ມີ​ການ​ ຫ້າມ​ຜູ້​ຄົນ​ສັນຈອນ​ໄປມາ​ໃນ​ຍາມ​ກາງຄືນໃນ​ທົ່ວ​ປະ​ເທດ ​ແລະ​ສື່​ມວນ​ຊົນ​ຕ່າງປະ​ເທດທັງ​ໝົດ​ ກໍ​ໄດ້​ຖືກ​ຫ້າມ​ອອກ​ອາກາດ​ຢູ່​ໃນປະ​ເທດ​.

ກະຊວງ​ການ​ຕ່າງປະ​ເທດສະຫະ​ລັດ ​ໄດ້​ອອກ​ຄໍາ​ເຕືອນ​ຫ້າມ​ຄົນ​ເດີນທາງ​ໄປ​ຍັງ​ Ivory Coast ຍ້ອນ​ຄວາມ​ຮຸນ​ແຮງ​ທີ່ອາດ​ຈະ​ເກີດ​ຂຶ້ນ​ໄດ້​ນັ້ນ.

XS
SM
MD
LG