ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

Ivory Coast ເລືອກຕັ້ງ ປະທານາທິບໍດີຮອບຊີ້ຂາດ


ປະທານາທິບໍດີ Laurent Gbagbo ສະແດງສັນຍານ ສັນຕິພາບຕໍ່ປະຊາຊົນ ໃນນະຄອນຫລວງ Abidjan ວັນທີ 26 ພະຈິກ 2010.








ບ່ອນ​ປ່ອນ​ບັດ​ເລືອກ​ຕັ້ງ​ໄຂ​ຂຶ້ນ​ໃນ
ວັນ​ອາທິດ​ມື້​ນີ້ ສໍາລັບ​ການ​ເລືອກ​
ຕັ້ງປະທານາທິບໍດີ​ຮອບຕັດສິນ
ຊີ້ ຂາດ​ຂອງ Ivory Coast.

ການ​ແຂ່ງຂັນ​ລະຫວ່າງ​ປະທາ
ນາທິບໍດີ Laurent Gbagbo
ແລະ​ຄູ່ແຂ່ງ​ທ່ານ Alassane
Ouattara ຖື​ວ່າ​ສູ​ສີ​ກັນ​ທີ່​ສຸດ
ເກີນ​ກ່ວາ​ຈະບອກ​ໄດ້​ວ່າ​ຜູ້​ໃດ
ຈະ​ຊະນະການ​ເລືອກ​ຕັ້ງ ​ແລະ​
ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​
ໃນ​ໄລຍະ​ບໍ່ເທົ່າ​ໃດ​ມື້​ສຸດທ້າຍນີ້ ກໍໄດ້​ເຕັມ​ໄປ​ດ້ວຍ​ການ​ກໍ່ຄວາມ​ຮຸນ​ແຮງ​ຕາມ​ຖະໜົນ ​ຊຶ່ງ​
ເຮັດໃຫ້​ມີ​ຜູ້​ຄົນ​ເສຍ​ຊີວິດ​ແລະ​ບັນຫາ​ຂັດ​ແຍ້​ງກັນ​ກ່ຽວ​ກັບການ​ຫ້າມ​ຜູ້​ຄົນ​ສັນຈອນໄປມາ
ໃນ​ຍາມ​ ກາງຄືນ​ນັ້ນ.

ພວກ​ທີ່​ເຫັນ​ເຫ​ດການກ່າວ​ວ່າ ປະຊາຊົນ 3 ຄົນ​ເສຍ​ຊີວິດ​ແລະ​ອີກຫລາຍ​ຄົນ​ໄດ້ຮັບ​ບາດ​
ເຈັບ​ໃນ​ວັນ​ເສົາ​ວານ​ນີ້ ​ເວລາ​ຕໍາຫລວດ​ທໍາ​ການ​ຕໍ່ສູ້​ກັບ​ພວກ​ສະໜັບສະໜຸນ​ທ່ານ Ouat-
tara ​ໃນ​ເຂດ Abobo ຂອງນະຄອນຫລວງ Abidjan ນັ້ນ.

ທ່ານ Ouattara ​ໄດ້ຮຽກຮ້ອງ​ໃຫ້​ພວກ​ສະໜັບສະໜຸນ​ທ່ານ​ ບໍ່​ໃຫ້​ເອົາ​ຫົວຊານໍາ​ການ
ຫ້າມອອກ​ນອກ​ບ້ານໃນ​ຍາມ​ກາງຄືນ​ ທີ່​ປະທານາທິບໍດີ Gbagbo ໄດ້​ ປະກາດ​ໃຊ້​ນັ້ນ
ໂດຍກ່າວ​ວ່າ ມັນ​ມີ​ແຕ່ຈະ​ອໍາ​ນວຍ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່​ລັດຖະບານ​ທໍາ​ການ​ສໍ້​ໂກງການ
ເລືອກ​ຕັ້ງ​.

ທ່ານ Gbagbo ກ່າວ​ວ່າ ການ​ຫ້າມ​ຜູ້​ຄົນ​ສັນຈອນ​ໄປມາ​ໃນ​ຍາມ​ກາງຄືນແມ່ນ​ມີ​ວັດຖຸ​ປະ
ສົງ​ເພື່ອ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອບແລະ​ມັນ​ຈະ​ບໍ່ມີ​ຜົນ​ກະທົບ​ໃດໆ​ຕໍ່​ຄວາມ​ໂປ່​ງ
ໃສ​ຂອງ​ການ​ເລືອກ​ຕັ້ງ​ນັ້ນ.

XS
SM
MD
LG