ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາລັງຝ່າຍຕໍ່ຕ້ານຜູ້ນໍາ Ivory Coast ຍຶດເມືອງໃນພາກຕາເວັນຕົກ


An outfit worn by musician David Bowie is displayed at the "David Bowie is" exhibition at the Victoria and Albert (V&A) museum in central London.
An outfit worn by musician David Bowie is displayed at the "David Bowie is" exhibition at the Victoria and Albert (V&A) museum in central London.

ພວກ​ກໍາລັງ​ຂອງຝ່າຍ​ທີ່​ຕໍ່ຕ້ານ ທ່ານ Laurent Gbagbo ຜູ້​ນໍາ Ivory Coast ​ທີ່​ບໍ່​ຍອມ​ລົງ​ຈາກ​ຕໍາ​ແໜ່ງນັ້ນ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ເຂົ້າ​ຄວບ​ຄຸມ​ເມືອງ​ນຶ່ງ​ ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ບ່ອນ​ທີ່​ມີ​ການ​ສູ້​ລົບ​ກັນ​ຢ່າງ​ໜັກ​ໃນ​ວັນ​ອາທິດ​ວານນີ້.

ພວກ​ສະໜັບສະໜຸນ​ທ່ານ Alassane Ouattara ຜູ້​ນໍາ​ຝ່າຍ​ຕໍ່ຕ້ານ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຍຶດ​ເອົາ​ເມືອງ Toulepleu ໃກ້ໆ​ກັບ​ຊາຍ​ແດນ​ຂອງ Ivory Coast ຕິດ​ກັບ Liberia ນັ້ນ.

ພວກ​ກໍາລັງ​ທີ່​ເປັນ​ພັນທະ​ມິດ​ກັບ​ທ່ານ Gbagbo ​ໄດ້​ຢືນຢັນ​ວ່າ​ ມີ​ການ​ສູ້​ລົບ​ກັນ​ແທ້ ​ແຕ່​ບໍ່​ໄດ້​ເວົ້າ​ວ່າ​ເມືອງ​ດັ່ງກ່າວ​ໄດ້​ຖືກ​ພວກ​ຝ່າຍຕໍ່ຕ້ານ​ຍຶດ​ເອົາ​.

ທ່ານ Gbagbo ​ໄດ້​ປະຕິ​ເສດ​ຕໍ່​ຄວາມ​ກົດ​ດັນ​ຂອງ​ນາໆ​ຊາດເພື່ອໃຫ້​ທ່ານ​ສະລະ​ອໍານາດ​ໃນ Ivory Coast ຫລັງ​
ຈາກ​ມີ​ບັນຫາ​ຂັດ​ແຍ່ງ​ກັນເລື້ອງການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ເດືອນພະຈິກ​ປີ​ແລ້ວ​ນີ້.
ສະຫະປະຊາ​ຊາດ​ ແລະ​ປະຊາ​ຄົມນາໆຊາດ ​ສ່ວນໃຫຍ່​ແລ້ວ ​ແມ່ນຮັບ​ຮູ້​ວ່າ​ທ່ານ Ouattara ​ເປັນ​ຜູ້​ຊະນະ​ການ​ເລືອກ​ຕັ້ງ.

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ການ​ກໍ່​ຄວາມ​ຮຸນ​ແຮງ​ຂຶ້ນ​ພາຍ​ຫລັງການ​ເລືອກ​ຕັ້ງ ໄດ້​ເຮັດໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ແລ້ວຢ່າງ​ນ້ອຍ​ 365 ຄົນ.

XS
SM
MD
LG