ພວກກໍາລັງທີ່ສະໜັບສະໜຸນປະທານາທິບໍດີ Alassane
Ouattara ທີ່ໄດ້ຮັບການຮັບຮູ້ຈາກນາໆຊາດ ໄດ້ທໍາການ
ບຸກເຂົ້າໄປໃນບ້ານພັກຂອງທ່ານ Laurent Gbagbo ປະ
ທານາທິບໍດີບໍ່ຍອມລົງຈາກອຳນາດທີ່ປົກຄອງປະເທດໃນ
ປັດຈຸບັນ ໃນຄວາມພະຍາຍາມເພື່ອບັງຄັບໃຫ້ທ່ານຍອມ
ຈໍານົນນັ້ນ.
ໂຄສົກປະຈໍາທ່ານ Gbagbo ກ່າວວ່າ ພວກກໍາລັງຂອງ
ຝຣັ່ງໄດ້ທໍາການໂຈມຕີພວກຊາວເມືອງໃນນະຄອນ
Abidjan ຫົວເມືອງໃຫຍ່ສຸດ ຂອງປະເທດນັ້ນ ແຕ່ບັນດາ
ເຈົ້າໜ້າທີຝຣັ່ງປະຕິເສດວ່າພວກຕົນບໍ່ໄດ້ມີສ່ວນພົວພັນ
ນໍາການບຸກໂຈມຕີໃດໆ.
ທ່ານ Gbagbo ໄດ້ລີ້ຊ່ອນຢູ່ໃນຫລຸມຫລົບໄພມາ ທີ່ພວກ
ກໍາລັງນິຍົມທ່ານ Ouattara ອ້ອມໄວ້ໃນຂະນະທີ່ພວກ
ນັກເຈລະຈາພວມຫາທາງເຮັດໃຫ້ວິກິດການດ້ານການເມືອງ
ຢຸດຕິລົງ. ທ່ານ Gbagbo ໄດ້ກ່າວມາວ່າ ທ່ານຍັງບໍ່ທັນຕຽມພ້ອມທີ່ຈະຍອມຈໍານົນ.
ກ່ອນໜ້ານີ້ ລັດຖະມົນຕີການຕ່າງປະເທດຝຣັ່ງ ທ່ານ Alain Juppe ກ່າວວ່າ ສະຫະປະຊາຊາດຈະສືບຕໍ່ທໍາຄວາມກົດດັນຕໍ່ທ່ານ Gbagbo ແລະວ່າສິ່ງດຽວທີ່ຍັງເຫລືອນັ້ນ ກໍແມ່ນໃຫ້ທ່ານລົງຈາກຕໍາແໜ່ງ.
ທ່ານ Edouard Guillaud ຫົວໜ້າກອງທັບຝຣັ່ງ ກ່າວວ່າ ທ່ານເຊື່ອວ່າການລາອອກຈາກຕໍາແໜ່ງຂອງທ່ານ Gbagbo ສາມາດມີຂຶ້ນໄດ້ພາຍໃນບໍ່ເທົ່າໃດຊົ່ວໂມງຂ້າງໜ້ານີ້.
ທ່ານ Gbagbo ບໍ່ຍອມຮັບຮູ້ທ່ານ Ouattara ເປັນຜູ້ຊະນະການເລືອກຕັ້ງປະທານາທິບໍດີຂອງປະເທດໃນເດືອນພະຈິກຜ່ານມານີ້ຊຶ່ງພວກປະເທດສ່ວນຫລາຍໃນໂລກກ່າວວ່າ ທ່ານ Ouattara ເປັນຜູ້ຊະນະການເລືອກຕັ້ງນັ້ນ.