ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາລັງນິຍົມທ່ານ Ouattara ໂຈມຕີທີ່ໝັ້ນ ຂອງທ່ານ Gbagbo


ພວກພົນລະເຮືອນພາກັນຫອບເຄື່ອງຂອງຂອງຕົນຫລົບໜີຈາກເມືອງ Abidjan, Ivory Coast, ວັນທີ 5 ເມສາ 2011
ພວກພົນລະເຮືອນພາກັນຫອບເຄື່ອງຂອງຂອງຕົນຫລົບໜີຈາກເມືອງ Abidjan, Ivory Coast, ວັນທີ 5 ເມສາ 2011

ການ​ສູ້​ລົບ​ກັນ​ໄດ້​ດໍາ​ເນີນ​ຢູ່​ຕໍ່​ໄປ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ
ຂະນະ​ທີ່​ການຕໍ່ສູ້​ກັນ​ຢ່າງ​ໜັກ​ໄດ້​ບະເລີດຂຶ້ນຢູ່​ໃກ້ໆ​ກັບ
ທໍານຽບປະທານາທິບໍດີໃນນະຄອນ Abidjan ຫົວເມືອງ
ໃຫຍ່ສຸດຂອງປະເທດນັ້ນ.

ພວກ​ກໍາ​ລັງ​ທີ່​ສະໜັບສະໜຸນ​ປະທານາທິບໍດີ Alassane
Ouattara ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ນາໆ​ຊາດ​ນັ້ນ​ໄດ້​ບຸກ
ຄືບ​ໜ້າ​ເຂົ້າ​ໄປຍັງທີ່ໝັ້ນທີ່ຍັງເຫລືອບໍ່ເທົ່າໃດແຫ່ງຂອງ
ທ່ານLaurent Gbagb ປະທານາທິບໍດີທີ່ບໍ່ຍອມລົງຈາກ
ອຳນາດ ທີ່​ປົກຄອງ​ປະ​ເທດ​ຢູ່​ໃນ​ປັດຈຸບັນ​ໃນ​ຂະນະ​ທີ່​
ພວກ​ເຂົາ​ເຈົ້າ​ພວມ​ຫາ​ທາງ​ຂັບ​ໄລ່​ທ່ານອອກ​ຈາກ​ຕໍາ​
ແໜ່​ງ​ໄປ​ນັ້ນ.

ໜ່ວຍ​ປະຕິບັດງານຂອງ​ສະຫະ​ປະຊາ​ຊາດ​ທີ່ Ivory Coast
ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ພວກ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ຂອງ​ສະຫະ​ປະຊາຊາດ​ໄດ້​ຍິງ​ປືນ​ໃສ່​ຄ້າຍ​ທະຫານ 2 ​ແຫ່ງ​ຂອງ​
ທ່ານ Gbagbo ພ້ອມທັງ​ຍິງ​ໃສ່​່ທໍານຽບປະທານາທິບໍດີ​ແລະ​ບ້ານ​ພັກ​ຂອງ​ທ່ານ Gbagbo ນໍາ.

ຝຣັ່ງກ່າວ​ວ່າ ກໍາລັງ​ຂອງ​ຕົນ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ໂຈມ​ຕີ​ພາຍ​ໃຕ້​ຄໍາ​ຂໍຮ້ອງ​ຈາກ​ສະຫະ​ປະຊາ​ຊາດ. ທ່ານ Nicolas Sarkozy ປະທານາທິບໍດີ​ຝຣັ່ງ​ໄດ້​ສັ່ງ​ໃຫ້​ທະຫານປົກ​ປັກ​ຮັກສາ​ພວກ​
ພົນລະ​ເຮືອນ​ແລະ​ກໍາຈັດ​ພວກປຶ​ນ​ໃຫຍ່​ຂະໜາດ​ໜັກ​ຂອງ​ທ່ານ Gbaເbo ນັ້ນ.

ພວກ​ສະໜັບສະໜຸນ​ທ່ານ Gbagbo ກ່າວ​ວ່າ ການ​ໂຈມ​ຕີ​ຂອງສະຫະປະຊາ​ຊາດ​ແລະ​ຂອງ
ຝຣັ່ງ​ແມ່ນ​ຜິດ​ກົດໝາຍ​ແລະ​ວ່າການ​ໂຈມ​ຕີ​ເຫລົ່າ​ນີ້​ເທົ່າ​ກັບ​ເປັນ​ຄວາມ​ພະຍາ​ຍາ​ຍາມລອບ​ສັງ
ຫານຜູ້​ນໍາ​ປະ​ເທດ​ໃນ​ປັດຈຸບັນ.

ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ການ​ໂຈມ​ຕີ​ເຫລົ່າ​ນີ້ ​ແມ່ນ​ເພື່ອ​
ປ້ອງກັນ​ບໍ່​ໃຫ້​ໃຊ້​ພວກ​ປືນ​ຄົກ​ແລະ​ພວກ​ອາວຸດ​ໜັກຊະນິດ​ອື່ນໆ​ຕໍ່​ພວກ​ພົນລະ​ເຮືອນ​ແລະ​
ກໍາລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະປະຊາ​ຊາດ​ນັ້ນ ​ແລະ​ທ່ານ​ກ່າວ​ຕໍ່​ໄປວ່າ ການ​ປະຕິບັດ​
ງານ​ທາງ​ທະຫານ​ນີ້​ບໍ່​ໝາຍ​ຄວາມ​ວ່າ ສະຫະ​ປະຊາ​ຊາດ​ໃຊ້​ອາວຸດ​ຕໍ່ຕ້ານ​ທ່ານ Gbagbo ​ແຕ່​ປະການ​ໃດ.

XS
SM
MD
LG