ກໍາລັງຂອງຝຣັ່ງໄດ້ເຂົ້າຄວບຄຸມສະໜາມບິນໃນນະຄອນ Abidjan ໃນຂະນະທີ່ພວກກໍາລັງສອງຝ່າຍທີ່ເປັນຄູ່ປໍລະປັກກັນໃນ Ivory Coast ສືບຕໍ່ທໍາການຕໍ່ສູ້ຊ່ວງຊີງກັນເພື່ອເຂົ້າຄວບຄຸມສະໜາມບິນ ນະຄອນຫລວງການຄ້າຂອງປະເທດນັ້ນ.
ພວກທະຫານຝຣັ່ງພວມໃຊ້ສະໜາມບິນສຳລັບຍົກຍ້າຍພວກຊາວຕ່າງດ້າວທີ່ຢາກອົບພະຍົບໜີອອກຈາກ Ivory Coast ແລະເພື່ອນໍາທະຫານຝຣັ່ງມາຕື່ມອີກ 300 ຄົນສຳລັບເສີມກໍາລັງຮັກສາສັນຕິພາບສະຫະປະຊາຊາດຢູ່ໃນປະເທດດັ່ງກ່າວ.
ພວກກໍາລັງທີ່ຈົງຮັກພັກດີຕໍ່ປະທານາທິບໍດີ Alassane Ouattara ທີ່ໄດ້ຮັບຮູ້ຈາກນາໆຊາດນັ້ນ ໄດ້ຍຶດຄອງພື້ນທີ່ສ່ວນຫລາຍໃນປະເທດໃນສັບປະດາຜ່ານມານີ້ ແລະປັດຈຸ
ບັນນີ້ປາກົດວ່າຈະທໍາການບຸກໂຈມ ຕີເປັນຄັ້ງສຸດທ້າຍເພື່ອຂັບໄລ່ປະທານາທິບໍດີ Laurent Gbagbo ທີ່ທີ່ບໍ່ຍອມລົງຈາກອຳນາດ ໃຫ້ອອກຈາກທໍານຽບປະທານາທິບໍດີໃນນະ ຄອນ Abidjan ນັ້ນ. ມີການປະກາດວ່າ ທ່ານ Ouattara ໄດ້ເປັນຜູ້ຊະນະການເລືອກຕັ້ງປະທານາທິບໍດີໃນເດືອນພະຈິກຜ່ານມານັ້ນ ແຕ່ທ່ານ Gbagbo ບໍ່ຍອມສະລະອໍານາດ.
ພວກກໍາລັງທີ່ນິຍົມທ່ານ Ouattara ໄດ້ບຸກຄືບໜ້າໄປຮອດກໍ້າເໜືອຂອງນະຄອນ Abidjan ແລ້ວ ແລະເວລານີ້ກໍາລັງກະກຽມຈະທໍາການໂຈມຕີເຂົ້າໄປໃນເມືອງນັ້ນ.
ກ່ອນໜ້ານີ້ ພວກກໍາລັງບາງຄົນທີ່ຈົງຮັກພັກດີຕໍ່ທ່ານ Gbagbo ໄດ້ຍອມຈໍານົນຕໍ່ສະຫະປະຊາຊາດ ແລະມີລາຍງານຂ່າວວ່າ ພວກທະຫານບາງຄົນໄດ້ພາກັນຂ້າມຊາຍແດນເຂົ້າໄປໃນປະເທດ Ghana
ປະຊາຄົມນາໆຊາດຮຽກຮ້ອງໃຫ້ທັງສອງຝ່າຍຫລີກລ້ຽງການໂຈມຕີຕໍ່ພວກພົນລະເຮືອນ.