ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໘ ມີນາ ໒໐໒໓

ການສູ້ລົບກັນໃນ Ivory Coast ຍັງດໍາເນີນໄປຢ່າງໜັກ


ພວກກໍາລັງທີ່ຈົງຮັກພັກດີຕໍ່ທ່ານ Alassane Ouattara ທີ່ ສປຊ ຮັບຮູ້ເປັນປະທານາທິບໍດີ Ivory Coast ພາກັນຖ້າຢູ່ທາງຫລັງ ຊາຍຄົນນຶ່ງ ທີ່ໄດ້ຮັບບາດເຈັບ ໃນນະຄອນ Abidjan, ວັນທິ 2, ເມສາ 2011.

ການ​ຕໍ່ສູ້​ກັນເພື່ອຄວບ​ຄຸມ​ເມືອງ​ໃຫຍ່​ແຫ່ງ​ນຶ່ງ​ຂອງ Ivory
Coast ຍັງ​ດໍາ​ເນີນ​ສືບຕໍ່​ມາ ຊຶ່ງ​ພວກ​ທະຫານ​ທີ່​ຈົງຣັກ
ພັກດີ​ຕໍ່​ປະທານາທິບໍດີ Laurent Gbagbo ທີ່​ປົກຄອງ​
ປະ​ເທດ​ໃນ​ປັດຈຸບັນ​ທໍາການຕ້ານຢັນ​ຢູ່ຢ່າງ​ແຂງ​ແຮງ.

ພວກ​ຊາວ​ເມືອງ​ແລະ​ບັນດາ​ນັກ​ຂ່າວ​ຢູ່​ໃນ​ແລະ​ໃນ​ເຂດ​ອ້ອມ
ແອ້ມ​ນະຄອນ Abidjan ​ແຈ້ງ​ໃຫ້ຊາບ​ວ່າ​ໄດ້​ຍິນ​ສຽງ​ປືນ​ຍິງ​
ຕໍ່​ສູ້​ກັນ​ແລະ​ສຽງປືນ​ໃຫຍ່​ໃນ​ວັນ​ເສົາ​ວານ​ນີ້ ​ໃນ​ລະຫວ່າງ
ການ​ຄືບ​ໜ້າ​ໄປ​ຢ່າງ​ໄວ​ໂດຍ​ພວກ​ທະຫານ​ທີ່​ທໍາ​ການ​ຕໍ່ສູ້
ເພື່ອ​ທ່ານ Alassane Ouattara ທີ່​ນາໆຊາດ​ຮັບ​ຮູ້​ວ່າ
ເປັນ​ປະທານ​າທິບໍດີ​ຂອງ Ivory Coast ນັ້ນ.

ພວກ​ກໍ​າລັງ​ຂອງ​ທ່ານ Ouattara ​ໄດ້​ຍຶດ​ເອົາ​ສະຖານີ
ໂທລະພາບ​ທີ່ລັດ​ເປັນ​ຜູ້​ຄວບ​ຄຸມ​ເປັນເວລາ​ສັ້ນໆ​ໃນ​ວັນ
ສຸກ​ຜ່ານມາ​ນີ້. ​ແຕ່​ຕົກ​ມາ​ວັນ​ເສົາ​ວານ​ນີ້ ສະຖານີ​ຕົກ​ໄປ
ຢູ່​ໃນກໍາມື​ຂອງພວກກໍາລັງ​ທີ່​ນິຍົມ​ທ່ານ Gbagbo ທີ່​ໃຊ້​ສະຖານີ​ດັ່ງກ່າວ​ເພື່ອ​ຮຽກຮ້ອງ​ເອົາ
ກໍາລັງ​ກອງໜຸນ​ມາ​ຊ່ອຍ.

ທ່ານ Damane Picasse ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ທີ່​ນິຍົມ​ທ່ານ Gbagbo ຮຽກຮ້ອງ​ໃຫ້​ທຸກໆ​ຄົນ​ໃນ​ຄຸ້ມ Cocody ​ແລະ​ Yopougon ຊຶ່ງ​ເປັນ​ເຂດອ້ອມ​ແອ້ມ​ນະຄອນ Abidjan ຮວມທັງ​ພວກ​ຊາຍ ຍິງ​ແລະ​ເດັກນ້ອຍ​ໃຫ້​ພາກັນ​ປົກ​ປ້ອງ​ປະທານາທິບໍດີ Gbagbo ​ເອົາ​ໄວ້.

ຜູ້​ຄົນ​ສາມາດ​ເຫັນ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ໄດ້​ທີ່​ພາກັນ​ຍ່າງ​ມຸ້ງ​ໜ້າ​ໄປຫາ​ພວກ​ຂົວ​ແຫ່ງ​ຕ່າງໆ
ເຂົ້າ​ຫາ​ໃນ​ເມືອງ ຫລື​ພາກັນ​ຮ້ອງ​ເພັງ​ໃນ​ເຮືອຂ້າມ​ຟາກ​ທີ່​ພວກ​ເຂົາ​ເຈົ້າ​ຂີ່​ຂ້າມໄປ​ຍັງ​ທໍານຽບ
ປະທານາທິບໍດີ​ນັ້ນ.

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ພວກ​ກໍາລັງ​ຫົວ​ນິຍົມ​ທ່ານ Gbagbo ​ໄດ້ຍິງ​ປືນ​ໃສ່​ພວກ​ກໍາລັງ​ຮັກສາ​ສັນຕິພາບ​ໃນ​ວັນ​ເສົາ​ວານ​ນີ້ ​ເຮັດ​ໃຫ້​ພວກ​ໜ່ວຍ​ຮັກສາ​ສັນຕິພາບ 4 ຄົນ​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ສາຫັດ.

ໃນ​ຂະນະ​ດຽວ​ກັນ​ບັນດາ​ກຸ່ມ​ປັກ​ປ້ອງ​ສິດທິ​ມະນຸດ​ຮຽກຮ້ອງ​ໃຫ້​ທັງ​ສອງ​ຝ່າຍ​ໃຊ້​ຄວາມ​ຍັຍຍັ້ງ​ຫລັງ​ຈາກ​ມີ​ລາຍ​ງານ​ວ່າ ປະຊາຊົນ​ຫລາຍ​ຮ້ອຍ​ຄົນ​ເສຍ​ຊີວິດ​ໃນ​ວັນ​ອັງຄານ​ຜ່ານ​ມາ​ໃນ​ເມືອງ Duekoue ​ໃນ​ພາກ​ຕາເວັນ​ຕົກ​ຂອງ Ivory Coast ນັ້ນ.

ສະພາ​ພັນ​ສະພາກາ​ແດງ​ນາໆ​ຊາດ ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ປະຊາຊົນ​ຢ່າງ​ນ້ອຍ 800 ຄົນ​ໄດ້​ຖືກ​ສັງຫານ​ໝູ່ ​ໃນ​ຂະນະ​ດຽວ​ກັນ​ອົງການກຸສົນ​ສາສະໜາ​ກາ​ໂຕ​ລິກ Caritas ກ່າວ​ວ່າ ຈໍານວນ​ພວກ​ເສຍ​ຊີວິດແມ່ນ​ຫລາຍ​ກວ່າ​ນັ້ນ​ຊຶ່ງ​ກະ​ປະມານກັນ​ວ່າເປັນ​ຈໍານວນ 800 ຄົນ.

XS
SM
MD
LG