ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໓໐ ມີນາ ໒໐໒໓

ເກີດປະທະກັນອີກຄັ້ງໃໝ່ ໃນນະຄອນ Abidjan ຂອງ Ivory Coast


ພວກທະຫານນິຍົມທ່ານ Alassane Ouattara ຂີ່ລົດມຸ້ງໜ້າໄປ ຍັງເຂດແນວໜ້າ ຈາກເຂດຊານເມືອງ ຂອງເມືອງໃຫຍ່ Abidjan ໃນວັນທີ 10 ເມສາ, 2011

ພວກ​ທີ່ເຫັນ​ເຫດການ​ເກີ​ດຂຶ້ນ​ໃນ​ນະຄອນ Abidjan ຫົວ
ເມືອງໃຫຍ່ສຸດຂອງ Ivory Coast ກ່າວ​ວ່າການ​ສູ້​ລົບ​ກັນ
ໄດ້ເກີດຂຶ້ນອີກ​ລະຫວ່າງ​ພວກ​ກໍາລັງທີ່​ນິຍົມ​ປະທານາທິບໍ
ດີ Laurent Gbagbo ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ​
ແລະກໍາລັງ​ຂອງທ່ານ Alassane Ouattara ທີ່ເປັນຄູ່
ແຂ່ງນັ້ນ.

ການ​ປະ​ທະ​ກັນ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້​ໃນ​ຂົງ​ເຂດເມືອງ
Cocody ມີ​ຂຶ້ນ​ຫລັງ​ຈາກ​ພວກ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ຂອງ
ສະຫະ​ປະຊາ​ຊາດ​ແລະ​ຂອງຝຣັ່ງທໍາ​ການ​ໂຈມ​ຕີ​ໃສ່​ບ້ານ​ພັກ
ຂອງ​ທ່ານ Gbagbo ຢູ່​ໃນ​ເມືອງ ​ດັ່ງກ່າວໃນ​ຄໍ່າ​ຄືນວັນ​ອາ
ທິດ​ວານ​ນີ້.

ປະທານາທິບໍດີ​ຝຣັ່ງທ່ານ Nicolas Sarkozy ກ່າວ​ໃນ​ວັນ
ຈັນ​ມື້​ນີ້​ວ່າ ການ​ໂຈມ​ຕີ​ຂອງ​ພວກ​ກໍາລັງ​ສະຫະ​ປະຊາ​ຊາດ​
ແລະ​ຝຣັ່ງນັ້ນ​ແມ່ນແນ​ໃສ່​ພວກ​ອາວຸດ​ຂະໜາດ​ໜັກ​ໃນ​ນະ​ຄອນ Abidjan ຫລັງ​ຈາກ​ພວກ​ພົນລະ​ເຮືອນ​ແລະ​ກໍາລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ສືບ​ຕໍ່​ຕົກເປັນ​ເປົ້າ​ໝາຍ​ໃນ​ການ​ໂຈມ​ຕີ ຂອງ​ຝ່າຍ​ທ່ານ Gbagbo ນັ້ນ.

ນອກ​ນັ້ນ ທ່ານ Sarkozy ຍັງ​ເອີ້ນ​ສະຖານະ​ການ​ດ້ານ​ມະນຸດສະ​ທໍາ​ໃນ​ຫລາຍ​ຄຸ້ມ​ຂອງນະ
ຄອນAbidjan ນັ້ນ​ວ່າ ​ເປັນ​ໜ້າ​ຕື່ນ​ຕົກ​ໃຈ.

ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ເຫັນ​ຄວັນ​ໄຟ​ກຸ້ມ​ຂຶ້ນ​ຈາກເຂດດັ່ງກ່າວ​ໃນ​ວັນ​ອາທິດ​ວານ​ນີ້ ຫລັງ​ຈາກ​ມີ​ການ​ໂຈມ​ຕີ 3 ບັ້ນ​ໃສ່ບໍລິ​ເວນ​ທໍານຽບປະທານາທິບໍດີ​ນັ້ນ. ​ເຊື່ອ​ກັນ​ວ່າ​ທ່ານ Gbagbo ລີ້​ຊ່ອນ​ຢູ່​ໃນ​ຂຸມ​ລີ້​ໄພ​ທີ່ຢູ່​ໃຕ້​ດິນ ​ທີ່ທໍານຽບປະທານາທິບໍດີ​ນັ້ນ. ທ່ານ Gbagbo ໄດ້ປະຕິເສດບໍ່​ຍອມ​ຮັບເອົາ​ການ​ປາ​ໄຊ​ຫລັງ​ຈາກ​ທ່ານ​ເສຍ​ການ​ເລືອກ​ຕັ້ງປະທາ ນາທິບໍດີ​ໃນ​ເດືອນ​ພະຈິກ​ປີຜ່ານມາ​ນີ້​ໃຫ້​ຄູ່​ແຂ່ງຂັນ​ທ່ານ Ouattara ນັ້ນ.

ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ພວກ​ພົນລະ​ເຮື​ອນກໍາລັງ​ໄດ້​ຮັບ​ຜົນ​ກະທົບ​ໂດຍ​ຕົງ​ຈາກ​ຄວາມ​ຮຸນ​ແຮງ​ນີ້ ​ແລະ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ການ​ສູ້​ລົບ​ກັນ​ນີ້​ຈະ​ຕ້ອງ​
ຢຸດ​ລົງ​ແລະ​ທ່ານ Gbagbo ຈະ​ຕ້ອງ​ລົງ​ຈາກ​ຕໍາແໜ່​ງໃນທັນທີ.

XS
SM
MD
LG