Ivorty Coast ເລີ້ມໄວ້ທຸກໃນທົ່ວປະເທດ ເປັນເວລາສາມມື້
ໃນວັນພຸດມື້ນີ້ ຫລັງຈາກໄດ້ມີການຢຽບກັນຕາຍຢ່າງໜ້ອຍ 60
ຄົນ ຂອງພວກທີ່ພາກັນໄປຫາຄວາມມ່ວນຊຶ່ນ ສະຫລອງບຸນປີ
ໃໜ່ສາກົນ ສ່ວນໃຫຍ່ແລ້ວແມ່ນເປັນພວກຊາວໜຸ່ມ.
ຜູ້ໄດ້ຮັບເຄາະຮ້າຍຫລາຍຄົນ ຖືກຢຽບຈົນຕາຍ ຫລືຫາຍໃຈບໍ່ໄດ້ໃນຂະນະທີ່ເກີດເຫດ ຢູ່ທີ່ນະຄອນ Abidjan ໃນວັນອັງຄານວານນີ້.
ບັນດາຜູ້ສືບສວນ ຍັງບໍ່ທັນຊາບສາເຫດທີ່ແນ່ນອນວ່າ ເປັນຫຍັງຈຶ່ງພາ ໃຫ້ເກີດການຢຽບກັນຕາຍ ຊຶ່ງມີຂື້ນຢູ່ໃກ້ກັບເດີ່ນກິລາບ່ອນທີ່ຫຼາຍຮ້ອຍ ພັນຄົນພາກັນໄປເຕົ້າໂຮມກັນເພື່ອເບິ່ງການຈູດບັ້ງໄຟດອກ.
ໃນປີ 2009 ໄດ້ເກີດການຢຽບກັນຕາຍ ຢູ່ທີ່ເດີ່ນກິລາແຫ່ງດຽວກັນນີ້ ຊຶ່ງເຮັດໃຫ້ 22 ຄົນເສຍຊີວິດ.
ໃນວັນອັງຄານວານນີ້ນັກຂ່າວ Ivorty Coast ທ່ານ Landy Kohon ກ່າວຕໍ່ວີໂອເອ ພະແນກພາສາຝຣັ່ງໄປຫາອາຟຣິກາວ່າ ຄື້ນຟອງຂອງຝູງຊົນສອງກຸ່ມ ທີ່ເຄື່ອນຍ້າຍໄປໃນທິດທາງກົງກັນຂ້າມກັນ ໄດ້ມາກະ ທົບກັນຢູ່ຖະໜົນສາຍນຶ່ງທີ່ແຄບໆ.
ຜູ້ເຫັນເຫດການອີກຄົນນຶ່ງ ທ່ານ Amara Traore ກ່າວຕໍ່ວີໂອເອວ່າ ພວກເຈົ້າໜ້າທີ່ໄດ້ຕັນທາງອອກ ຢູ່ໃນບໍລິເວນເກີດເຫດ ເຮັດໃຫ້ຝູງຊົນທີ່ແອອັດກັນຢູ່ນັ້ນເໜັງຕີງບໍ່ໄດ້.
ບັນດາຜູ້ເຫັນເຫດການອີກຈໍານວນນຶ່ງ ກ່າວວ່າ ຝູງຊົນຈຳນວນຫຼວງ ຫຼາຍອາດຈະມີປະຕິ
ກິລິຍາຕໍ່ພວກລັກຂະໂມຍ ທີ່ພະຍຍາມຈົກເອົາກະເປົາເງິນ ຫລືສິ່ງຂອງແນວໃດແນວນຶ່ງ ຈາກຜູ້ໄປຮ່ວມງານ.
ຢ່າງໜ້ອຍ 50 ຄົນ ໄດ້ຮັບບາດເຈັບໃນອຸປະຕິເຫດດັ່ງກ່າວ. ໃນວັນອັງຄານວານນີ້ ປະທາ
ນາທິບໍດີ Alassane Ouattara ໄດ້ຢ້ຽມພວກ ທີ່ໄດ້ຮັບເຄາະຮ້າຍຈໍານວນນຶ່ງ ຢູ່ທີ່ໂຮງໝໍ.