ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດປະນາມ ຜູ້ນໍາ Ivory Coast


ພວກປະທ້ວງແມ່ຍິງພາກັນນັ່ງລົງສວດມົນພາວະນາເວລາເຂົາເຈົ້າ ປະເຊີນໜ້າກັບພວກທະຫານ ໃນການປະທ້ວງ ຮຽກຮ້ອງໃຫ້ທ່ານ Laurent Gbagbo ລາອອກ (4 ກຸມພາ 2011)
ພວກປະທ້ວງແມ່ຍິງພາກັນນັ່ງລົງສວດມົນພາວະນາເວລາເຂົາເຈົ້າ ປະເຊີນໜ້າກັບພວກທະຫານ ໃນການປະທ້ວງ ຮຽກຮ້ອງໃຫ້ທ່ານ Laurent Gbagbo ລາອອກ (4 ກຸມພາ 2011)

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງ
Hillary Clinton ໄດ້ຕຳໜິຕິຕຽນຢ່າງແຮງຕໍ່ປະທານາທິ
ບໍດີທີ່ບໍ່ຍອມລົງຈາກອຳນາດຂອງ Ivory Coast ຫຼັງ
ຈາກທະຫານ ຂອງປະເທດດັ່ງກ່າວ ໄດ້ຍິງປືນເຂົ້າໃສ່
ພວກປະທ້ວງ ໃນມື້ວັນພະຫັດຜ່ານມານີ້ ທີ່ເປັນເຫດ
ໃຫ້ແມ່ຍິງ 7 ຄົນເສຍຊີວິດ.

ທ່ານນາງ Clinton ກ່າວໃນມື້ວັນສຸກວານນີ້ວ່າທ່ານ Lau-
rent Gbagbo ແລະກຳລັງຂອງທ່ານໄດ້ສະແດງໃຫ້ເຫັນ
ເຖິງການບໍ່ຄຳນຶງເຖິງຊີວິດຂອງມະນຸດແບບເຢັນຊາທີ່ສຸດ.

ທ່ານນາງ Clinton ເອີ້ນທ່ານ Gbagbo ວ່າເຫັນແກ່ໂຕ
ແລະເວົ້າວ່າຄວາມພະຍາຍາມຂອງຜູ້ກ່ຽວທີ່ຍັງຈະສືບຕໍ່
ກຳອຳນາດ ທັງໆທີ່ໄດ້ຮັບການປະລາໄຊໃນການເລືອກ
ຕັ້ງໃນເດືອນພະຈິກຜ່ານມານັ້ນເຮັດໃຫ້ຄວາມເຄັ່ງຕຶງໃນ Ivory Coast ເພີ່ມທະວີຄວາມ
ຮ້າຍແຮງຂຶ້ນ.

ປະຊາຄົມນາໆຊາດສ່ວນໃຫຍ່ ໄດ້ຮັບຮູ້ທ່ານ Alassane Ouattara ວ່າເປັນຜູ້ໄດ້ຮັບ
ໄຊຊະນະໃນການເລືອກຕັ້ງເມື່ອເດືອນພະຈິກແຕ່ທ່ານ Gbagbo ໄດ້ປະຕິເສດ ບໍ່ຍອມ
ມອບອຳນາດໃຫ້.

ໃນມື້ວັນສຸກວານນີ້ ຜູ້ນຳຂອງກຸ່ມ 5 ປະເທດໃນອາຟຣິກາ ໄດ້ພົບປະທີ່ນະຄອນຫຼວງ
Nouakchott ຂອງ Mauritania ເພື່ອພະຍາຍາມຊອກຫາຊ່ອງທາງ ແກ້ໄຂສະພາບ
ການບໍ່ໄປບໍ່ມາທາງດ້ານການເມືອງໃນ Ivory Coast ແລະກຸ່ມ ດັ່ງກ່າວມີແຜນການທີ່
ຈະເດີນທາງໄປ Ivory Coast ເພື່ອສືບຕໍ່ຫາຊ່ອງທາງໄກ່ເກ່ຍແຕ່ຕໍ່ມາໄດ້ຍົກເລີກແຜນ
ການເດີນທາງທີ່ວ່ານີ້.

ອົງການຂ່າວຝຣັ່ງ ລາຍງານວ່າ ພວກຜູ້ນຳທັງ 5 ໄດ້ຮຽກຮ້ອງໃຫ້ຢຸດຕິໃນທັນທີການ
ສັງຫານໃນ Ivory Coast ພ້ອມໆກັບການເດີນຂະບວນທີ່ພວກທ່ານເວົ້າວ່າອາດເຮັດ
ໃຫ້ສະຖານະການຊຸດໂຊມລົງກາຍເປັນຄວາມຮຸນແຮງໄດ້ນັ້ນ.

XS
SM
MD
LG